ຊາຍຊາວ Florida ໂທຫາຕຳຫຼວດເພື່ອຂໍໃຫ້ຊ່ວຍທົດສອບວ່າຢາໄອຊ໌ທີ່ລາວຊື້ມາແມ່ນຂອງແທ້ຫຼືບໍ່!!!


ຂຶ້ນຊື່ວ່າ Florida ແລ້ວ ເວລາທີ່ມີເຫດການ ຫຼື ເລື່ອງລາວຕ່າງໆ ມັກຈະມີຄຳວ່າແປກ ແລະ ເຮັດໃຫ້ເຮົາຮູ້ສຶກອີ່ຫຍັງວະໄດ້ຕະຫຼອດເວລາ ເຊັ່ນດຽວກັນກັບຄະດີຂອງຊາຍຊາວ Florida ຄົນນີ້ທີ່ລາວຖືກຈັບຫຼັງຈາກໂທໄປຫາເຈົ້າໜ້າທີ່ຕຳຫຼວດ ເພື່ອຂໍໃຫ້ຊ່ວຍກວດສອບຢາໄອຊ໌ທີ່ລາວຊື້ມາ ເພາະຢ້ານວ່າຕົນເອງຈະຖືກພໍ່ຄ້າທີ່ຂາຍຢາ ຕົວະເອົາຂອງປອມມາຂາຍໃຫ້.

ສຳນັກງານກອງປາບປາມ Hernando County ໄດ້ເລົ່າວ່າ ເຮົາໄດ້ສົ່ງເຈົ້າໜ້າທີ່ຕຳຫຼວດໄປທີ່ເຮືອນຫຼັງໜຶ່ງ ຢູ່ເຂດ Spring Hill ເມື່ອວັນທີ 10 ມີນາທີ່ຜ່ານມາ ຫຼັງຈາກມີການຮັບແຈ້ງຈາກຜູ້ຢູ່ອາໄສໄດ້ໂທໄປທີ່ 9-1-1 ເພື່ອຂໍໃຫ້ສົ່ງຕຳຫຼວດໄປທົດສອບຢາໄອຊ໌ ທີ່ລາວຫາກໍຊື້ມາ.

ເມື່ອເຈົ້າໜ້າທີ່ມາຮອດເຮືອນຫຼັງດັ່ງກ່າວ ກໍໄດ້ພົບກັບ ຊາຍອາຍຸ 41 ປີ ທີ່ມີຊື່ວ່າ Thomas Eugene Colucci ໂດຍກ່ອນໜ້ານີ້ລາວໄດ້ບອກກັບຕຳຫຼວດວ່າ ລາວຫາກໍຊື້ຢາໄອຊ໌ຈາກຊາຍຄົນໜຶ່ງທີ່ລາວພົບໃນບາຣ໌ທ້ອງຖິ່ນແຫ່ງໜຶ່ງ, ແຕ່ຫຼັງຈາກນັ້ນ Thomas ກໍໄດ້ລອງໃຊ້ໄປເລັກໜ້ອຍ ເຊິ່ງ Thomas ເຊື່ອວ່ານີ້ອາດເປັນເກືອອາບນ້ຳ ບໍ່ແມ່ຢາໄອຊ໌ຂອງແທ້.

Thomas ໄດ້ບອກກັບເຈົ້າໜ້າທີ່ວ່າ “ຂ້ອຍເປັນຜູ້ໃຊ້ຢາທີ່ມີປະສົບການ ເຄີຍໃຊ້ຢາໄອຊ໌ມາກ່ອນ ຂ້ອຍຮູ້ດີວ່າຢາເຫຼົ່ານີ້ເມື່ອໃຊ້ໄປແລ້ວຄວນຮູ້ສຶກແນວໃດ” ຈາກນັ້ນ Thomas ກໍໄດ້ມອບກະເປົາໜ່ວຍນ້ອຍໆ 2 ໜ່ວຍ ເຊິ່ງໃນແຕ່ລະໜ່ວຍແມ່ນບັນຈຸສານສີຂາວຄ້າຍຕືຄຣິສຕັລໃຫ້ກັບເຈົ້າໜ້າທີ່.

ຕໍ່ມາຕຳຫຼວດກ່າວວ່າ ເຫັນໄດ້ຢ່າງຊັດເຈນວ່າສານທີ່ Thomas ຫາກໍຊື້ມານັ້ນບໍ່ໄດ້ໃຫ້ຄວາມຮູ້ສຶກຕາມທີ່ລາວຄາດຫວັງໄວ້ ດັ່ງນັ້ນລາວຈຶ່ງໂທໄປທີ່ 9-1-1 Thomas ບອກເຈົ້າໜ້າທີ່ວ່າລາວຕ້ອງການໃຫ້ທົດສອບຢາໄອຊ໌ຂອງລາວ ເພາະລາວບໍ່ຕ້ອງການໃຫ້ຄົນອື່ນຖືກຕົວະໃຫ້ຊື້ຂອງປອມຈາກຄົນຂາຍ.

ຈຸດປະສົງຂອງ Thomas ແມ່ນຕ້ອງການໃຫ້ຕຳຫຼວດ ນຳຈັບຄົນຂາຍຢາປອມ, ແຕ່ເຖິງຢ່າງນັ້ນ Thomas ກໍບໍ່ສາມາດໃຫ້ຊື່ຫຼືຂໍ້ມູນຕິດຕໍ່ຂອງພໍ່ຄ້າຄົນດັ່ງກ່າວໄດ້.

ຢ່າງໃດກໍຕາມ ທ້າຍສຸດແລ້ວຕຳຫຼວດກໍໄດ້ເຮັດຕາມຄຳຮ້ອງຂໍຂອງ Thomas ໂດຍມີຮອງຜູ້ບັງຄັບບັນຊາໄດ້ເຮັດການທົດສອບກັບຕົວຢ່າງສານສີຂາວຈາກກະເປົາແຕ່ລະໜ່ວຍທີ່ Thomas ມອບໃຫ້ກ່ອນໜ້ານີ້, ຜົນປາກົດວ່າສານຈາກກະເປົາທັງ 2 ໜ່ວຍມີ Amphetamine ເປັນບວກ ນັ້ນກໍແປວ່າສານດັ່ງກ່າວແມ່ນສານເສບຕິດ.

ຫຼັງຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຈັບກຸມ Thomas ໃນທັນທີແລະນຳລາວຂຶ້ນລົດຕຳຫຼວດ ແຕ່ Thomas ບອກກັບເຈົ້າໜ້າທີ່ວ່າຕົນມີອາການເຈັບໜ້າເອິກ ແລະ ລາວໄດ້ຖືກນຳສົ່ງຕົວໄປທີ່ໂຮງໝໍເພື່ອກວດອາການ. ຕໍ່ມາ Thomas ກໍໄດ້ຖືກສົ່ງຕົວໄປທີ່ສູນກັກກັນ Hernando County ໃນຂໍ້ຫາຄອບຄອງຢາໄອຊ໌ ແລະ ອີກຂໍ້ຫາຄືຄອບຄອງອຸປະກອນເສບຢາ.

ຈາກເຫດການດັ່ງກ່າວ ຕຳຫຼວດກໍໄດ້ກ່າວຕິດຕະຫຼົກຜ່ານສື່ວ່າ “ຫາກບຸກຄົນໃດສົງໄສກ່ຽວກັບຄວາມຖືກຕ້ອງຂອງຢາເສບຕິດທີ່ຜິດກົດໝາຍ ທີ່ເຈົ້າໄດ້ຄອບຄອງຫຼືໄດ້ຮັບຈາກບຸກຄົນອື່ນ, ສຳນັກງານກອງປາບປາມ Hernando ຍິນດີໃຫ້ບໍລິການທຸກທ່ານໂດຍບໍ່ຄິດຄ່າໃຊ້ຈ່າຍໃດໆ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/