ສອນບຸດຫຼານຂອງທ່ານກ່ຽວກັບຮູບຊົງຕ່າງໆ ໂດຍນ້ອງເມສາ ແລະ ທັນວາ ຊ່ອງການຮຽນຮູ້ຂອງເດັກທີ່ຜູ້ປົກຄອງຕ້ອງໄດ້ຕິດຕາມໄວ້!!!


ເມື່ອເວົ້າເຖິງການຮຽນຮູ້ຂອງເດັກ ໃນຍຸກສະໄໝນີ້ພໍ່ແມ່ຜູ້ປົກຄອງສ່ວນຫຼາຍກໍໃຫ້ລູກຫຼານເຂົ້າເຖິງໂຊຊຽວມີເດຍຕັ້ງແຕ່ຍັງນ້ອຍແລ້ວ, ໂດຍສະເພາະ YouTube ເປັນສິ່ງທີ່ເດັກນ້ອຍມັກທີ່ສຸດ ແລະ ໃນປັດຈຸບັນຢູທູບເອງກໍເຕັມໄປດ້ວຍວິດີໂອສຳລັບການຮຽນຮູ້ຂອງເດັກເປັນຈຳນວນຫຼາຍ. ມື້ນີ້ເຮົາຈະມາແນະນຳວິດີໂອກ່ຽວກັບການຮຽນຮູ້ຂອງເດັກທີ່ໜ້າສົນໃຈ ພິເສດແມ່ນເປັນພາສາລາວ! ນັ້ນຄືວິດີໂອຮຽນຮູ້ກ່ຽວກັບຮູບຊົງຂອງຊ່ອງ Meysa Thanva Kids Channel ນັ້ນເອງ.

ວິດີໂອດັ່ງກ່າວ ເປັນໜຶ່ງໃນວິດີໂອການຮຽນຮູ້ຂອງຊ່ອງ Meysa Thanva Kids Channel ເຊິ່ງໃນນັ້ນມີຫຼາຍວິດີໂອທີ່ກ່ຽວກັບການຮຽນຮູ້ຂອງເດັກ.​ ວິດີໂອດັ່ງກ່າວແມ່ນສອນໃຫ້ຮູ້ວ່າຮູບຊົງໃດເອີ້ນວ່າຫຍັງ ພ້ອມມີຕົວຢ່າງເປັນກາຕູນ ແລະ ສຽງພາກທີ່ໃຫ້ເດັກເວົ້າຕາມໄດ້. ກົດຟັງໄດ້ເລີຍທີ່: https://www.youtube.com/watch?v=CLdaXJ4M7Ig

ນອກຈາກວິດີໂອຮຽນຮູ້ຮູບຊົງແລ້ວ ຍັງມີເພງ ກຂຄ, ເພງ1ປີ 12ເດືອນ, ເພງຮຽນນັບເລກ… ທີ່ມີປະໂຫຍດກັບການຮຽນຮູ້ຂອງເດັກ ຮູ້ແບບນີ້ແລ້ວ ພໍ່ແມ່ຜູ້ປົກຄອງຮີບຟ້າວໄປກົດຕິດຕາມຊ່ອງໄວ້ເລີຍ!!!

ທີ່ນີ້: https://www.youtube.com/channel/UC6zVG20H5qzlBeiaZ0H35_g/videos ສອນບຸດຫຼານຂອງທ່ານກ່ຽວກັບຮູບຊົງຕ່າງໆ ໂດຍນ້ອງເມສາ ແລະ ທັນວາ ຊ່ອງການຮຽນຮູ້ຂອງເດັກທີ່ຜູ້ປົກຄອງຕ້ອງໄດ້ຕິດຕາມໄວ້!!!

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/