ເງິນໂດລາໃນຕະຫຼາດນໍ້າມັນອາດຕ້ອງສັ່ນຄອນ! Saudi Arabia ກຳລັງຫາຂໍ້ຕົກລົງຊື້ຂາຍນໍ້າມັນກັບຈີນ ໂດຍໃຊ້ເງິນຢວນເປັນຫຼັກ


ຕາມການລາຍງານຂອງ ໜັງສືພິມ Wall Street Journal ລະບຸວ່າ ຊາ​ອຸ​ດິ ອາ​ຣາ​ເບຍ (Saudi Arabia) ແມ່ນກຳລັງ​ຢູ່​ໃນ​ການ​ເຈ​ລະ​ຈາ​ເພື່ອ​ຂາຍ​ນ​້​ໍາ​ມັນ​ໃຫ້ ສ.ປ ​ຈີນ ​ແລະ ​ຈະ​ຈ່າຍເປັນ​ເງິນ​ຢວນ​ແທນ​ເງິນ​ໂດ​ລາ, ເຮັດໃຫ້ບັນດາປະເທດທີ່ສົ່ງອອກນ້ຳມັນ ແລະ ປະເທດທີ່ນຳເຂົ້ານ້ຳມັນລາຍໃຫຍ່ຂອງໂລກ ທີ່ຖືເງິນໂດລາຂອງອາເມຣິກາໄວ້ອາດຈະຕ້ອງສັ່ນສະເທືອນ ໃນຕະຫຼາດນ້ຳມັນໂລກ.

ປະມານ 80% ຂອງການຂາຍນ້ໍາມັນທົ່ວໂລກແມ່ນເຮັດເປັນເງິນໂດລາ, ແລະ Saudi Arabia ໄດ້ດໍາເນີນການສັນຍາຊື້ຂາຍເປັນເງິນໂດລາຕັ້ງແຕ່ປີ 1974. ດັ່ງນັ້ນ, ຖ້າຂໍ້ຕົກລົງທີ່ຈະຊື້ຂາຍກັນເປັນເງິນຢວນນີ້ສຳເລັດ ມັນຈະເຮັດໃຫ້ສະກຸນເງິນຂອງຈີນ ມີບົດບາດຫຼາຍຂຶ້ນ ແລະ ກ້າວຂຶ້ນມາທ້າທາຍອຳນາດກັບເງິນໂດລາຂອງສະຫະລັດ ໃນຕະຫຼາດການເງິນໂລກ.

ຄວາມເປັນໄປໄດ້ຂອງຂໍ້ຕົກລົງລະຫວ່າງ ຊາ​ອຸ​ດິ ອາ​ຣາ​ເບຍ  ແລະ ຈີນ ມີທ່າອ່ຽງທີ່ດີຂຶ້ນເມື່ອບໍ່ດົນມານີ້, ເມື່ອພັນທະມິດຕາເວັນອອກກາງບໍ່ພໍໃຈສະຫະລັດອາເມຣິກາ ເນື່ອງຈາກລັດຖະບານໃນຍຸກຂອງປະທານາທິບໍດີ ໂຈ ໄບເດັນ (Joe Biden) ບໍ່ສະໜັບສະໜູນການແຊກແຊງໃນສົງຄາມກາງເມືອງຂອງເຢເມນ ແລະ ມີຄວາມພະຍາຍາມທີ່ຈະຟື້ນຟູຂໍ້ຕົກລົງນິວເຄຼຍຂອງອີຣ່ານ.

ໃນປີ 2020, ທ່ານ Biden ຍັງສັນຍາວ່າຈະເຮັດໃຫ້ ຊາອຸດິ ອາຣາເບຍ ກາຍເປັນຄົນທີ່ໜ້າລັງກຽດ ຈາກການຄາຕະກຳນັກຂ່າວ Amal Khashoggi ໃນປີ 2018 ທີ່ຜ່ານມາ. ນັບຕັ້ງ​ແຕ່​ໄດ້​ເປັນ​ປະທານາທິບໍດີ, ທ່ານ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ທ່ານ​ບໍ່​ໄດ້ເຫັນ ຊາອຸດິ ອາຣາເບຍ ​ເປັນ​ພັນທະ​ມິດ, ​ແຕ່​ເປັນພຽງ​ຄູ່​ຮ່ວມ​ມື.

ມີລາຍງານວ່າ ອົງ​ມົງກຸດ​ຣາຊະ​ກຸມານ​ຊາ​ອຸ​ດິ Mohammed bin Salam ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງ​ຂອງ​ທ່ານ Biden ​ເພື່ອທີ່ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຢູ​ເຄຣນ ​ແລະ ຊຸກຍູ້​ການ​ຜະລິດ​ນ້ຳມັນ ​ທ່າມກາງ​ການ​ຂວໍ້າບາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຕໍ່ຣັດ​ເຊຍ.

ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ຊາອຸດິ ອາຣາເບຍ ​ແລະ ອາ​ເມ​ຣິ​ກາ​ໄດ້​ລົດ​ລົງ, ນັບ​ຕັ້ງ​ແຕ່​ອາ​ເມ​ຣິ​ກາ​ໄດ້​ເພິ່ງ​ພາ​ອາ​ໄສ​ນ້ຳມັນ​ຂອງ ຊາອຸດິ ອາຣາເບຍ ໜ້ອຍ​ລົງ​ໃນ​ໄລຍະຫຼັງໆມານີ້ ຍ້ອນ​ການ​ຜະລິດ​ຂີ້​ເຖົ່າ​ຢູ່​ພາຍ​ໃນ​ປະ​ເທດ​ຂະຫຍາຍຕົວ.

ໃນທາງກົງກັນຂ້າມ ການນຳເຂົ້ານຳມັນຂອງຈີນໄດ້ມີການ​ເພີ່ມ​ຂຶ້ນ​ໃນ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ສອດຄ່ອງ​ກັບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ. ຊາ​ອຸ​ດິ ອາ​ຣາ​ເບຍ ເປັນ​ຜູ້​ສະ​ໜອງ​ນ້ຳ​ມັນ​ດິບ​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໃນ​ປີ 2021, ໂດຍຂາຍ​ໄດ້ 1.76 ລ້ານ​ບາ​ເຣນ​ຕໍ່​ມື້, ຮອງ​ລົງ​ມາ​ແມ່ນ ຣັດ​ເຊຍ 1,6 ລ້ານ​ບາ​ເຣນ​ຕໍ່​ມື້, ຕາມ​ຂໍ້​ມູນ​ຈາກ​ກົມ​ພາ​ສີ​ທົ່ວ​ໄປ​ຂອງ​ຈີນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/