ສາວົກ Apple ມີເຮ! iOS 15.4 ສາມາດປົດລັອກໜ້າຈໍໃນຂະນະທີ່ໃສ່ໜ້າກາກອະນາໄມໄດ້ແລ້ວ ມາພ້ອມກັບ Emoji ໃໝ່ອີກ 123 ຕົວ


ໃນຍຸກ New Normal ທີ່ທຸກຄົນຕ້ອງພະຍາຍາມໃສ່ໜ້າກາກອະນາໄມຕະຫຼອດເວລາ ທຸກເທື່ອທີ່ອອກໄປນອກ ຫຼື ບ່ອນທີ່ມີຄົນແອອັດ, ສາວົກ Apple ຄົນທີ່ໃຊ້ iPhone 10 ຂຶ້ນໄປ ຈຶ່ງມັກມີບັນຫາໃນການປົກລັອກໂທລະສັບ ເພາະວ່ານັບຕັ້ງແຕ່ iPhone10 ຂຶ້ນໄປ ທາງ Apple ເພິ່ນບໍ່ໄດ້ໃສ່ລະບົບປົດລັອກດ້ວຍລາຍນິ້ວມືມາໃຫ້, ແຕ່ໃຊ້ພຽງລະບົບສະແກນໃບໜ້າ ຫຼື Face ID ແລະ ການປົດລັອກດ້ວຍລະຫັດເທົ່ານັ້ນ ຈຶ່ງເກີດຄວາມຫຍຸ້ງຍາກຫຼາຍໃນການຈະປົດລະຫັດໃນແຕ່ລະເທື່ອ.

ວັນທີ 8 ມີນາ 2022 Apple ໄດ້ເປີດຕົວຜະລິດຕະພັນໃໝ່ໆເຊັ່ນ iPad Air, iPhone SE ຮຸ່ນໃໝ່ ແລະ ສີໃໝ່ຂອງ iPhone 13 ໃນງານ Peak Performance. ສ່ວນອາທິດນີ້ໄດ້ມີການເປີດຕົວ iOS ໃໝ່ Version 15.4 ໃຫ້ຜູ້ໃຊ້ງານທົ່ວໄປສາມາດອັບເດດໃຊ້ງານໄດ້ເລີຍ, ດ້ວຍຟັງຊັນທີ່ຜູ້ໃຊ້ສາມາດປົດລັອກໃນຂະນະທີ່ໃສ່ໜ້າກາກອະນາໄມ ແຕ່ກໍຍັງມີຂໍ້ຈຳກັດຢູ່. ໂດຍຟັງຊັນນີ້ສາມາດໃຊ້ໄດ້ສະເພາະ iPhone 12 ຂຶ້ນໄປ (ກ່ອນໜ້ານີ້ການປົດລັອກຂະນະທີ່ໃສ່ໜ້າກາກກໍສາມາດເຮັດໄດ້ ແຕ່ຕ້ອງໃຊ້ຄວບຄູ່ກັນໄປກັບ Apple Watch) ມາພ້ອມກັບ Emoji ໃໝ່ອີກ 123 ຕົວ.

Emoji ໃໝ່ 123 ຕົວນັ້ນ ມີ 11 ຕົວ ທີ່ຖືກພັດທະນາມາຈາກ Emoji ຊຸດເກົ່າ, ສ່ວນອີກ 112 ຕົວ ແມ່ນຊຸດໃໝ່ທີ່ທາງ Apple ໄດ້ຮອງຮັບໄວ້ໃນ Emoji 14.0 ນັ້ນເອງ. Emoji ທີ່ໄດ້ຮັບຄວາມສົນໃຈເຊັ່ນ: ການປະສານສອງມືເປັນຮູບຫົວໃຈ, ທ່າຊີ້ນິ້ວທີ່ມີທັງມືຊ້າຍ-ມືຂວາ, ການຂວໍ້າມື-ຫງາຍມື, ເຮັດມືເປັນ Mini Heart (ຮູບຫົວໃຈນ້ອຍ).

ສ່ວນໝວດໝູ່ Smiley ກໍໄດ້ເພີ່ມ Melting Face (ໃບໜ້າທີ່ຫຼອມລະລາຍ), ໃບໜ້າທີ່ກັ້ນນໍ້າຕາ ແລະ Smiley ທີ່ເຮັດທ່າເຄົາລົບແບບທະຫານ ແລະ ຍັງມີຄາແຣັກເຕີ້ Pregnant Person (ຄົນຖືພາ) ທີ່ມີທັງຜູ້ຍິງ ແລະ ຜູ້ຊາຍ.

 ສ່ວນໝວດໝູ່ອື່ນໆກໍຍັງມີຄາແຣັກເຕີ້ທີ່ເພີ່ມເຂົ້າມາໃໝ່ເຊັ່ນ: ໝາກຖົ່ວຢູໃນແກ້ວ, ຮັງນົກເປົ່າ, ຮັງນົກທີ່ເຕັມໄປດ້ວຍໄຂ່, ປະກາລັງ, ດອກບົວ, ແກ້ວເປົ່າທີ່ຖອກນ້ໍາລົງເທິງພື້ນ ສະໄລເດີ້ໃນສະໜາມເດັກຫຼິ້ນ, ລໍ້ລົດ, ໝາກບານດິສໂກ, ແບັດເຕີຣີຕໍ່າ ແລະ ອີກອື່ນໆ ອີກຫຼາກຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/