ນັກວິໄຈຕັ້ງຊື່ຟອສຊິລບັນພະບູລຸດໝຶກທີ່ເກົ່າແກ່ທີ່ສຸດໃນໂລກ 330 ລ້ານປີທີ່ຄົ້ນພົບ ຕາມຊື່ “ໂຈ ໄບເດັນ”


ການຄົ້ນພົບສິ່ງໃໝ່ໆໃນໂລກໃບນີ້ ຖືເປັນເລື່ອງສຳຄັນຫຼາຍ ເຊັ່ນດຽວກັບການຄົ້ນພົບສິ່ງເກົ່າໆທີ່ມີອາຍຸຫຼາຍລ້ານປີ ແຕ່ເປັນປະສົບການ ແລະ ຄວາມຮູ້ໃໝ່ທີ່ສຳຄັນ ເປັນກະແຈໄຂຄວາມລັບທີ່ບໍ່ສິ້ນສຸດຂອງໂລກໃບນີ້.

ນັກວິໄຈໄດ້ຄົ້ນພົບຟອສຊິລຂອງໝຶກດຶກດຳບັນ ຄາດວ່າເປັນບັນພະບູລຸດຂອງໝຶກໃນປັດຈຸບັນ ມີອາຍຸປະມານ 330 ລ້ານປີ ແລະ ຕັ້ງຊື່ຕາມບຸກຄົນສຳຄັນທີ່ເຄື່ອນໄຫວເພື່ອສິ່ງແວດລ້ອມ ປະທານາທິບໍດີສະຫະລັດອາເມຣິກາ “ໂຈ ໄບເດັນ” ຊື່ວ່າ Syllipsimopodi bideni ເພື່ອເປັນກຽດໃຫ້ແກ່ຄວາມໃສ່ໃຈໃນດ້ານວິທະຍາສາດ ແລະ ການວິໄຈ.

ນັກວິໄຈຄາດວ່າໝຶກດັ່ງກ່າວເປັນບັນພະບູລຸດຂອງໝຶກແວັມໄພ ແລະ ໝຶກຍັກ.​ ໝຶກດຶກດຳບັນນີ້ມີໜວດ 10 ເສັ້ນ ຕ່າງຈາກໝຶກປັດຈຸບັນທີ່ມີແຕ່ 8 ເສັ້ນ ຄາດວ່າມັນອາໄສຢູ່ນ້ຳຕື້ນໃນມະຫາສະໝຸດເຂດອົບອຸ່ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/