ກໍຂາຍໄປເລີຍໂລດ! ຄະລຶຫາດໃນ MV ເພງ Blank Space ຂອງ Taylor Swift ຖືກປະມູນຂາຍໄປແລ້ວໃນລາຄາກວ່າ 8 ລ້ານໂດລາ


ຖ້າໃຜເປັນແຟນຄລັບຫຼືເຄີຍເບິ່ງ MV ເພງ Blank Space ຂອງ Taylor Swift ຕ້ອງເຄີຍເຫັນຄະລຶຫາດສຸດຫຼູທີ່ເປັນສາກປະກອບໃນ mv ເພງນີ້ມາແລ້ວຢ່າງແນ່ນອນ. ແຕ່ຫຼາຍຄົນອາດບໍ່ຮູ້ວ່າສະຖານທີ່ດັ່ງກ່າວແມ່ນໄດ້ປະມູນຂາຍໃນກາງປີທີ່ຜ່ານມາ ແລະ ຫຼ້າສຸດນີ້ມັນກໍຖືກຂາຍໄປແລ້ວໃນລາຄາ 8.25 ລ້ານໂດລາສະຫະລັດ.

ຄະລຶຫາດຫຼັງນີ້ຊື່ວ່າ Winfield Hall ມີຊື່ດຽວກັນກັບຜູ້ເປັນເຈົ້າຂອງມັນ ເຊິ່ງເປັນນັກທຸລະກິດເສດຖີຊື່ດັງທີ່ມີນາມວ່າ Frank Winfield Woolworth  ແລະ ມັນໄດ້ຖືກສ້າງຂຶ້ນຕັ້ງແຕ່ປີ 1915 ໂດຍສະຖາປະນິກສີມືຊັ້ນດີແຫ່ງຍຸກ C.P.H. Gilbert. ຫຼັງຈາກກໍ່ສ້າງແລ້ວຮູບຊົງຂອງມັນກໍອອກມາສວຍງາມຫຼູຫຼາ ຄວນຄ່າແກ່ການຄົງໄວ້. ຕໍ່ມາສະຖານທີ່ແຫ່ງນີ້ກໍໄດ້ຮັບການຂຶ້ນທະບຽນເປັນສິ່ງສຳຄັນທາງປະຫວັດສາດທີ່ບໍ່ອະນຸຍາດໃຫ້ທຳລາຍ ຂອງນິວຢອກ ສະຫະລັດອາເມຣິກາ ໃນປີ 1979.

Winfield Hall ນັ້ນຕັ້ງສະຫງ່າຢູ່ທີ່ Oyster Bay ໂດຍມັນອ້ອມຮອບໄປດ້ວຍທຳມະຊາດທີ່ສວຍສົດງົດງາມ ຈົນໄປຖືກໃຈທາງໂປຣດິວເຊີ້ ແລະ ຖືກເລືອກໃຫ້ເປັນທີ່ຕັ້ງຫຼັກໃນການຖ່າຍທຳ MV ເພງສຸດຮິດຢ່າງ Blank Space ຂອງ Taylor Swift ເມື່ອປີ 2014 ຫຼື 8 ປີທີ່ຜ່ານມາ. ພາຍໃນຄະລຶຫາດຫຼັງນັ້ນຖືກອອກແບບແລະຕົບແຕ່ງມາຢ່າງຫຼູຫຼາ ສະແດງເຖິງຄວາມອະລັງການແບບຕ້ານບໍ່ຢູ່ ຕັ້ງແຕ່ຫ້ອງໂຖງທີ່ມາພ້ອມກັບຂັ້ນໄດແລະເຕົາຫີນອ່ອນຂະໜາດໃຫຍ່, ໂຄມໄຟແຊນເດີເລຍສຸດຫຼູຫຼາ (chandelier) ໄປຈົນຮອດວິຫານເຖິງເພດານສູງທີ່ເຕັມໄປດ້ວຍຄວາມລະອຽດລະອໍ ລວມໄປເຖິງຫ້ອງຮັບປະທານອາຫານທີ່ Taylor Swift ກັບ ນາຍແບບໜຸ່ມນັ່ງຮ່ວມໂຕະນຳກັນ ກ່ອນທີ່ Taylor ຈະເລີ່ມສະຕິແຕກ ຄືດັ່ງທີ່ເຫັນໃນສາກຂອງ MV Blank Space.

ສຳລັບພື້ນທີ່ໃຊ້ສອຍໂດຍລວມໃນພື້ນທີ່ຫຼັກກວ່າ 32,098 ຕາລາງຟຸດ ປະກອບໄປດ້ວຍ 12 ຫ້ອງນອນ 12 ຫ້ອງນ້ຳ, ລິຟ, ຫໍໂມງ, ເຮືອນຄົວຂະໜາດໃຫຍ່ທີ່ເຄົາເຕີແມ່ນເຮັດຈາກຫິນອ່ອນ. ສ່ວນທາງດ້ານນອກກໍມີສວນທຳມະຊາດອັນສວຍງາມທີ່ມີທັງພຸ່ມໄມ້ທີ່ຖືກຕັດແຕ່ງ ແລະ ນ້ຳພຸ ໂດຍມີທາງຍ່າງທີ່ອອກແບບມາຢ່າງສວຍງາມສຳລັບຍ່າງຫຼິ້ນໃນສວນແບບສະບາຍໆ.

ເອີ້ນໄດ້ວ່າ ມີຄວາມຫຼູຫຼາ ແລະ ມີເອກະລັກແທ້ໆ ສຳລັບຄະລຶຫາດຫຼັງນີ້ ໃຜທີ່ໄດ້ປະມູນໄປ ເພາະນອກຈາກຄວາມອະລັງການແລ້ວ ຍັງໄດ້ຮັບຊົມຜົນງານສິລະປະພາຍໃນຕົວຄະລຶຫາດໄປຄອບຄອງອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/