ແມ່ຕູ້ຊາວເອເຊຍ ຖືກຊາຍຜິວດຳທຳຮ້າຍຮ່າງກາຍໂດຍບໍ່ມີສາເຫດ ຈົນແມ່ຕູ້ອາການສາຫັດ


ເກີດເຫດການສະເທືອນຂວັນກັບແມ່ຕູ້ຊາວເອເຊຍຄົນໜຶ່ງ ທີ່ຖືກຊາຍຜິວດຳເຂົ້າມາທຳຮ້າຍຈົນເຮັດໃຫ້ຕົນບາດເຈັບສາຫັດຈົນໄດ້ເຂົ້ານອນໂຮງໝໍ ໂດຍເຫດການນີ້ເກີດທີ່ນິວຢອກສະຫະລັດອາເມຣິກາ ຈາກເຫດການດັ່ງກ່າວມັນໄດ້ກາຍເປັນກະແສໄປທົ່ວໂລກ.

ມື້ນີ້ວັນທີ 15 ມີໄດ້ມີການເຜີຍແຜ່ຄລິບວິດີໂອຈາກກ້ອງວົງຈອນປິດທີ່ຊາຍຄົນໜຶ່ງໄດ້ທຳຮ້າຍຮ່າງກາຍແມ່ຕູ້ອອກມາ ໂດຍເຫດການນີ້ເກີດຂຶ້ນເມືື່ອວັນທີ 11 ມີນາ 2022 ເວລາປະມານ 18:00 ທີ່ເຂດ Yonkers ຂອງນິວຢອກ, ສະຫະລັດອາເມຣິກາ ໃນຕອນນັ້ນຂະນະທີ່ແມ່ຕູ້ຊາວເອເຊຍ ອາຍຸ 67 ກຳລັງຍ່າງກັບທີ່ພັກຂອງຕົນ ລາວກໍໄດ້ຍ່າງຜ່ານຊາຍຜິວດຳຮ່າງໃຫຍ່ຄົນໜຶ່ງທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ຫຼັງຈາກຊາຍຄົນດັ່ງກ່າວເຫັນແມ່ຕູ້ກໍໄດ້ຮ້ອງດ່າອອກມາວ່າ “Asian B*tch”.

ເຊິ່ງແມ່ຕູ້ກໍບໍ່ໄດ້ສົນໃຈ ຫຼື ຕອບໂຕ້ຫຍັງອອກໄປ ແລະ ແມ່ຕູ້ກໍກຳລັງໃຊ້ກະແຈໄຂປະຕູເພື່ອທີ່ຈະເຂົ້າໄປໃນອາພາດເມັ້ນທີ່ເປັນທີ່ພັກ ແຕ່ລາວບໍ່ຮູ້ວ່າຊາຍຄົນດັ່ງກ່າວຍ່າງຕາມຫຼັງລາວເຂົ້າໃນອາຄານ ໃນຂະນະທີ່ແມ່ຕູ້ກຳລັງວົນກັບການໄຂປະຕູຢູ່ນັ້ນ ຊາຍຄົນດັ່ງກ່າວກໍໄດ້ແລ່ນມາຊົກລາວຈາກຂ້າງຫຼັງຢ່າງແຮງ ຈົນເຮັດໃຫ້ລາວລົ້ມລົງໄປນອນກັບພື້ນ ຈາກນັ້ນຊາຍຜິວດຳກໍໄດ້ຊົກລາວຕື່ມອີກ 125 ຄັ້ງ ແລະເຕະອີກ 7 ຄັ້ງ ແລ້ວຖົ່ມນ້ຳລາຍໃສ່ອີກກ່ອນທີ່ຈະຍ່າງຈາກໄປ.

ຮັບຊົມວິດີໂອຕອນເກີດເຫດໄດ້ທີ່: https://cutt.ly/WA7EFPk

ຕໍ່ມາຊາຍຜູ້ກໍ່ເຫດກໍໄດ້ຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມຕົວທັນທີແລະຖືກຕັ້ງຂໍ້ຫາພະຍາຍາມຂ້າ ພາຍຫຼັງຮູ້ຊື່ວ່າ Tammel Esco ອາຍຸ 42 ປີ ຕາມລາຍງານໄດ້ບອກວ່າຊາຍຄົນນີ້ເຄີຍຖືກດຳເນີນຄະດີຕັ້ງແຕ່ອາຍຸ 14 ປີ ແລະ ຖືກຈັບມາແລ້ວ 14 ຄັ້ງ, ເຄີຍຕິດຄຸກມາແລ້ວ 3 ປີ 5 ເດືອນ ເມື່ອປີ 2010 ຈາກຂໍ້ຫາແທງຜູ້ອື່ນ ແລະ ໃນປີ 2021 Tammel ກໍໄດ້ທໍາຮ້າຍຜູ້ຍິງຄົນໜຶ່ງດ້ວຍການຍື່ນມືຜ່ານປ່ອງຢ້ຽມເຂົ້າໄປທໍາຮ້າຍຮ່າງກາຍຍິງຄົນນັ້ນ.

ຕຳຫຼວດລະບຸວ່າ ສຳລັບແມ່ຕູ້ທີ່ຖືກທຳຮ້າຍ ແມ່ນບໍ່ໄດ້ເປີດເຜີຍໜ້າຕາ ຫຼື ຊື່ ເຊິ່ງຕອນນີ້ລາວກຳລັງປິ່ນປົວຢູ່ທີ່ໂຮງໝໍແຫ່ງໜຶ່ງ ເນື່ອງຈາກກະໂຫຼກໃບໜ້າແຕກ, ເລືອດອອກໃນສະໝອງ, ພາຍນອກມີຮອຍຊ້ຳ, ມີຮອຍບາດແຜຕາມຫົວແລະໃບໜ້າ.

“ນີ້ເປັນໜຶ່ງໃນເຫດການທຳຮ້າຍຮ່າງກາຍທີ່ເປັນຕາຢ້ານທີ່ສຸດເທົ່າທີ່ຂ້ອຍເຄີຍເຫັນມາ ການທຳຮ້າຍຮ່າງການຜູ້ຍິງທີ່ບໍ່ມີທາງສູ້ເປັນສິ່ງທີ່ໜ້າລັງກຽດ ແລະ ການທຳຮ້າຍແມ່ຕູ້ເພາະເຊື້ອຊາດຍິ່ງເປັນເລື່ອງທີ່ໜ້າລັງກຽດຂຶ້ນໄປອີກ” John J.Mueller ຜູ້ອຳນວຍການຫ້ອງການຕຳຫຼວດ Yonkers ກ່າວ.

ຫຼັງຈາກວິດີໂອນີ້ຖືກເຜີຍແຜ່ອອກໄປກໍໄດ້ມີຫຼາຍຄົນອອກມາວິພາກວິຈານກ່ຽວກັບການກະທຳຂອງຊາຍຜິວດຳຄົນດັ່ງກ່າວ ບາງຄົນກໍບອກວ່າ ການທຳຮ້າຍຄົນບໍ່ມີທາງສູ້ເປັນສິ່ງທີ່ໜ້າລັງກຽດທີ່ສຸດ, ເມື່ອໃດທາງສະຫະລັດຈະຈັດການຢ່າງຈິງຈັງກ່ຽວກັບບັນຫານີ້, ບໍ່ຄວນມີໃຜຖືກທຳຮ້າຍເພາະຄວາມແຕກຕ່າງດ້ານເຊື້ອຊາດ…

ເຫດການໃນຄັ້ງນີ້ບໍ່ແມ່ນຄັ້ງທຳອິດທີ່ຄົນເອເຊຍຖືກທຳຮ້າຍຮ່າງກາຍ ເພາະໃນໄລຍະຫຼາຍປີທີ່ຜ່ານມາ ກໍລະນີຄົນເອເຊຍຖືກທຳຮ້າຍຮ່າງກາຍໃນສະຫະລັດອາເມຣິກາແມ່ນມັກຈະເກີດຂຶ້ນເລື້ອຍໆ ບາງຄົນກໍໄດ້ຮັບບາດເຈັບ ຫຼື ຮ້າຍໄປກວ່ານັ້ນແມ່ນເຖິງຂັ້ນເສຍຊີວິດ ເຮັດໃຫ້ຫຼາຍຄົນອອກມາວິພາກວິຈານຢ່າງກວ້າງຂວາງພ້ອມກັບມີການອອກມາຊຸມນຸມໂດຍຕິດ #StopAsianHate ໃນສັງຄົມຕົວຈິງ ແລະ ໃນສື່ໂຊຊຽວຕ່າງໆ  ເພື່ອເປັນການບົ່ງບອກວ່າຄົນເອເຊຍກໍເປັນມະນຸດເໝືອນກັນ ບໍ່ຄວນມີຄວາມກຽດຊັງຫຼືທຳຮ້າຍຮ່າງກາຍກັນ ພຽງເພາະຄວາມແຕກຕ່າງທາງດ້ານເຊື້ອຊາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/