ໂຮງຮຽນໃນໂຕກຽວປະເທດຍີ່ປຸ່ນກຽມຍົກເລີກກົດລະບຽບທີ່ບັງຄັບໃຫ້ນັກຮຽນຍ້ອມຜົມສີດຳແລະໃສ່ເສື້ອຊ້ອນສີຂາວ


ສຳລັບປະເທດທີ່ຈະເລີນແລະພັດທະນາທາງດ້ານການສຶກສາແລ້ວ ການໃຫ້ຄວາມໃສ່ໃຈກັບນັກຮຽນນັ້ນແມ່ນເລື່ອງທີ່ສຳຄັນຫຼາຍ ເພາະວ່າເຂົາເຈົ້າຄຳນຶງເຖິງສິດທິ, ຄວາມເປັນສ່ວນຕົວແລະຄວາມສະບາຍໃຈຂອງນັກຮຽນເປັນຫຼັກ ໂດຍການຍົກເລີກກົດລະບຽບບາງຂໍ້ທີ່ເບິ່ງວ່າມັນບໍ່ໄດ້ສົ່ງຜົນຕໍ່ການຮຽນ ແລະ ເປັນການບັງຄັບ ຫຼື ຈຳກັດສິດທິຂອງນັກຮຽນ.

ເຊັ່ນດຽວກັນກັບບັນດາໂຮງຮຽນ ໃນໂຕກຽວ ເກືອບ 200 ແຫ່ງຂອງປະເທດຍີ່ປຸ່ນ ທີ່ກຽມຈະຍົກເລີກຂໍ້ບັງຄັບໃຫ້ນັກຮຽນຕ້ອງຍ້ອມແຕ່ຜົມສີດຳ ແລະ ຕ້ອງໃສ່ແຕ່ເສື້ອຊ້ອນສີຂາວ ຕັ້ງແຕ່ເດືອນເມສາເປັນຕົ້ນໄປ.

ໂຮງຮຽນມັດທະຍົມປາຍໃນ ໂຕກຽວ ປະເທດຍີ່ປຸ່ນ ເກືອບ 200 ແຫ່ງລວມເຖິງສະຖາບັນການສຶກສາອື່ນໆ ຈະຍົກເລີກ 5 ຂໍ້ບັງຄັບເກົ່າເຊັ່ນ: ຫ້າມນັກຮຽນຍ້ອມສີຜົມອື່ນນອກຈາກສີດໍາ, ໃສ່ເສື້ອຊ້ອນໄດ້ແຕ່ສີຂາວ ແລະ ຫ້າມຜູ້ຊາຍຈົ່ງຊົງຜົມທູບລັອກ (Two Block Haircut) ເຊິ່ງການເຄື່ອນໄຫວຄັ້ງໃໝ່ນີ້ມີຂຶ້ນຫຼັງຈາກທາງການໄດ້ສຳຫຼວດກົດລະບຽບຂອງໂຮງຮຽນ 240 ແຫ່ງໃນໂຕກຽວ ກ່ອນຈະພົບວ່າມີໂຮງຮຽນຫຼາຍເຖິງ 216 ແຫ່ງທີ່ຍັງຍຶດຕິດກັບກົດລະບຽບດັ່ງກ່າວ ເຮັດໃຫ້ບັນດານັກຮຽນແນມເບິ່ງວ່າກົດດັ່ງກ່າວມັນຫຼ້າຫຼັງເກີນໄປ ເພາະວ່າຍຸກນີ້ເປັນຍຸກທີ່ທຸກຄົນມີສິດທິໃນຮ່າງກາຍຂອງຕົນເອງ ບໍ່ຄວນໃຊ້ຂໍ້ບັງຄັບຫຼືກົດລະບຽບທີ່ມັນເປັນການຄຸກຄາມ ແລະ ຈຳກັດສິດທິສ່ວນບຸກຄົນ.

ຢູໂຕະ ຄິຕາມູຣະ (Yuto Kitamura) ສະມາຊິກຄະນະກຳມະການການສຶກສາຂອງນະຄອນໂຕກຽວກ່າວ ການຕັດສິນໃຈຍົກເລີກລະບຽບທີ່ເຂັ້ມງວດທີ່ສຸດເປັນບາດກ້າວສຳຄັນຂອງການຍ່າງໄປຂ້າງໜ້າ . ເຊັ່ນດຽວກັນກັບຄາໂອຣິ ຍາມາກູຈິ (Kaori Yamaguchi) ສະມາຊິກຄະນະກຳມະການການສຶກສາອີກຄົນ ກໍໄດ້ຊົມເຊີຍການເຄື່ອນໄຫວຄັ້ງນີ້ ແຕ່ ຄາໂອຣິ ແນມວ່າມັນໃຊ້ເວລາດົນເກີນໄປໃນການແກ້ໄຂລະບຽບ.

“ຄົນຍີ່ປຸ່ນຖືກສອນໃຫ້ເຊື່ອວ່າການປະຕິບັດຕາມກົດເປັນສິ່ງສຳຄັນ ຂ້ອຍຫວັງວ່ານີ້ເປັນໂອກາດທີ່ເຮັດໃຫ້ເຮົາໄດ້ໂອ້ລົມ ແລະ ທຳຄວາມເຂົ້າໃຈກັບສັງຄົມເພື່ອສ້າງກົດລະບຽບທີ່ທຸກຄົນສາມາດຍອມຮັບໄດ້ຢ່າງແທ້ຈິງ” ຄາໂອຣິ ໄດ້ກ່າວ.

ປະເດັນເລື່ອງການແຕ່ງກາຍ ແລະ ຊົງຜົມເລີ່ມເປັນເລື່ອງທີ່ສັງຄົມເກີດການໂຕ້ຖຽງກັນຫຼາຍຂຶ້ນ ໂດຍສະເພາະເມື່ອຫຼາຍປີກ່ອນ ນັກຮຽນມັດທະຍົມປາຍຄົນໜຶ່ງຟ້ອງຄະນະກຳມະການການສຶກສາຂອງໂອຊາກ້າ.

ຫຼັງຈາກໂຮງຮຽນບອກວ່າລາວຕັ້ງໃຈຍ້ອມຜົມເປັນສີນ້ຳຕານ ທັ້ງໆທີ່ສີຜົມຂອງລາວນັ້ນເປັນສີທຳມະຊາດ ແລະ ກົດດັນໃຫ້ລາວໄປຍ້ອມສີດຳ ພ້ອມກ່າວວ່າ “ຖ້າບໍ່ຍອມຍ້ອມຜົມໃຫ້ເປັນສີດຳກໍບໍ່ຈຳເປັນຕ້ອງມາຮຽນອີກຕໍ່ໄປ” ສຸດທ້າຍນັກຮຽນຄົນດັ່ງກ່າວໄດ້ຕັດສິນໃຈໄປຟ້ອງສານ ແລະ ໄດ້ເງິນຊົດເຊີຍ 330,000 ເຢນ.

ຈາກການປະກາດກຽມຍົກເລີກກົດລະບຽບທີ່ກ່າວມາ ຖືໄດ້ວ່າປະເທດຍີ່ປຸ່ນແມ່ນໄດ້ເປີດກວ້າງເລື່ອງກົດລະບຽບ ແລະ ມີການໃຫ້ຄວາມສຳຄັນກັບເລື່ອງສິດທິຂອງນັກຮຽນ. ສຳລັບປະເທດລາວເຮົາກໍຕ້ອງໄດ້ສຶກສາ ແລະ ຮຽນຮູ້ຈາກບັນດາປະເທດອື່ນໆ ທີ່ມີລະບົບການສຶກສາທີ່ໄດ້ມາດຕະຖານ ແລະ ອີງໃສ່ຄວາມສະບາຍໃຈແລະສິດທິສ່ວນບຸກຄົນຂອງນັກຮຽນ, ຖ້າຈະມີການປ່ຽນແປງກໍຕ້ອງໄດ້ປັບປຸງກົດລະບຽບໄປຕາມຄວາມເໝາະສົມ ແລະ ຄວາມເປັນໄປໄດ້ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/