ສະເຫຼີມສະຫຼອງຄົບຮອບ 130 ປີ ສະໂມສອນ Liverpool


ສະໂມສອນ Liverpool Fc ຖືເປັນອີກສະໂມສອນບານເຕະໜຶ່ງທີ່ເປັນທີ່ນິຍົມຂອງແຟນບານທົ່ວໂລກ ເຊິ່ງເປັນສະໂມສອນທີ່ມີປະຫວັດສາດອັນເກົ່າແກ່ ແລະ ຜ່ານເລື່ອງລາວທັງດີທັງຮ້າຍ ມາທຸກຍຸກທຸກສະໄໝ ຈຶ່ງເຮັດໃຫ້ມີຖານແຟນບານກະແຈກກະຈາຍໄປທົ່ວທຸກມຸມໂລກ.

ສະໂມສອນ Liverpool FC ສ້າງຕັ້ງຂຶ້ນໃນວັນທີ 15 ມີນາ 1892 ໂດຍ ນັກທຸລະກິດທ້ອງຖິ່ນທີ່ມີຊື່ວ່າ John Houlding ໂດຍແນວຄິດລິເລີ່ມຂອງລາວແມ່ນພຽງ ສ້າງສະໜາມມາເພື່ອຫາເງິນຈາກມັນເທົ່ານັ້ນ. ລາວເລີ່ມຕົ້ນໂດຍການເຊົ່າພື້ນທີ່ ຢູ່ຖະໜົນ Anfield ຂອງເມືອງ Liverpool ເພື່ອສ້າງເປັນສະໜາມກິລາບານເຕະ ແລະ ຖືກປ່ອຍໃຫ້ສະໂມສອນ Everton ທີ່ຢູ່ເມືອງດຽວກັນ ເຊົ່າໃນປີ 1884.

ຈົນມາຮອດຈຸດໜຶ່ງໃນປີ 1892, Everton ກາຍເປັນສະມາຊິກຂອງສະຫະພັນບານເຕະອັງກິດຢ່າງເຕັມຕົວ ແລະ ບໍ່ຕ້ອງການຕໍ່ສັນຍາເຊົ່າອີກ ຍ້ອນວ່າທາງ John Houlding ຕ້ອງການເພີ່ມຄ່າເຊົ່າສະໜາມຂຶ້ນຈາກ 100 ປອນ ມາເເປັນ 250 ປອນ ຕໍ່ປີ ແລະ ຍັງພະຍາຍາມເຂົ້າມາມີສ່ວນຮ່ວມໃນການບໍລິຫານສະໂມສອນ Everton ອີກນຳ. ຍ້ອນເຫດນັ້ນ Everton ຈຶ່ງຕັດສິນໃຈຍ້າຍໄປບ່ອນອື່ນ ໂດຍຍ້າຍໄປກໍ່ສ້າງສະໜາມໃໝ່ຢູ່ອີກຟາກໜຶ່ງຂອງສວນສາທາລະນະ Stanley Park ແລະ ຕັ້ງຊື່ສະໜາມໃໝ່ວ່າ Goodison Park ຈົນເຖິງທຸກມື້ນີ້. ເມື່ອເປັນເຊັ່ນນັ້ນ ສະໜາມຂອງ John Houlding ຈຶ່ງບໍ່ມີຄົນເຊົ່າ ຈົນສຸດທ້າຍລາວໄດ້ສ້າງຕັ້ງທີມບານເຕະຂອງຕົນເອງຂຶ້ນໂດຍໃຊ້ຊື່ວ່າ Liverpool Fc ຈົນເຖິງທຸກມື້ນີ້.

ໂດຍຕະຫຼອດ 130 ປີ ທີ່ກໍ່ຕັ້ງສະໂມສອນມາ Liverpool ສາມາດຄວ້າແຊັ້ມທັງໝົດ (ນັບສະເພາະທີ່ເປັນທາງການ) ໄດ້ 70 ເທື່ອ ໂດຍແບ່ງອອກເປັນ:

  • ແຊັ້ມ Division1 18 ສະໄໝ
  • ແຊັ້ມ Divison2  4 ສະໄໝ
  • ແຊັ້ມ Premier League 1 ສະໄໝ
  • ແຊັ້ມ FA Cup 7 ສະໄໝ
  • ແຊັ້ມ EFL Cup 9 ສະໄໝ
  • ແຊັ້ມ Super Cup 1 ສະໄໝ
  • ແຊັ້ມ Community Shield 16 ສະໄໝ
  • ແຊັ້ມ UEFA Champions League 6 ສະໄໝ
  • ແຊັ້ມ UEFA Cup 3 ສະໄໝ
  • ແຊັ້ມ UEFA Super Cup 4 ສະໄໝ
  • ແຊັ້ມ FIFA Club World Cup 1 ສະໄໝ

ສະໂມສອນ Liverpool ຫຍິ່ງໃຫຍ່ຫຼາຍໃນປີ 1900-1990 ສາມາດຄວ້າລີກສູງສຸດຂອງອັງກິດ ໄປໄດ້ເຖິງ 18 ສະໄໝ ໂດຍໃນຍຸກນັ້ນຍັງໃຊ້ຊື່ວ່າ Division 1 ກ່ອນທີ່ຈະປ່ຽນມາເປັນ Premier League ໃນປີ 1992 ຈົນມາເຖິງປັດຈຸບັນນີ້. ໃນຍຸກຂອງ Premier League ສາມາດຄວ້າແຊັ້ມລີກໄດ້ພຽງສະໄໝດຽວນັ້ນ ກໍຄືລະດູການ 2019-20 ທີ່ຜ່ານມານີ້.

ສ່ວນໃນລະດູການນີ້ Liverpool ຍັງຢູ່ໃນເສັ້ນທາງລຸ້ນແຊັ້ມ ທຸກ 4 ລາຍການທີ່ລົງແຂ່ງຂັນ ໂດຍໃນ ລາຍການ UEFA Champions League, Liverpool ສາມາດຜ່ານເຂົ້າໄປຮອບ 8 ທີມສຸດທ້າຍໄດ້ເປັນທີ່ຮຽບຮ້ອຍແລ້ວ. ສ່ວນໃນ Premier League Liverpool ມີຄະແນນຕາມຫຼັງ Man City ຢູ່ທີ່ 4 ຄະແນນ ແຕ່ຍັງແຂ່ງໜ້ອຍກວ່າໜຶ່ງນັດ. ສ່ວນ ລາຍການ FA Cup ແລະ EFL ຕ່າງກໍຍັງຢູ່ໃນເສັ້ນທາງລຸ້ນແຊັ້ມເໝືອນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/