ຫໍໄຕປີດົກ ວັດສີມຸງຄຸນ ແຂວງສາລະວັນ ກຽມເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ


ຫໍໄຕປີດົກ ວັດສີມຸງຄຸນ (ວັດກາງ) ທີ່ຕັ້ງຢູ່ບ້ານວັດກາງ, ເມືອງສາລະວັນ, ແຂວງສາລະວັນ ຈະໄດ້ຮັບການປະກາດເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ພາຍໃນຕົ້ນເດືອນເມສາ 2022 ເຊິ່ງອົງການປົກຄອງແຂວງຈະຈັດໃຫ້ມີຫຼາຍກິດຈະກໍາສໍາຄັນທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວ ໂດຍສະເພາະລາວທ່ຽວລາວ.

ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແຂວງສາລະວັນ ໃຫ້ສໍາພາດວ່າ: ຫໍໄຕປີດົກຂອງແຂວງສາລະວັນ ສ້າງຂຶ້ນມາໄດ້ 238 ປີແລ້ວ (ສ້າງຂຶ້ນໃນປີ 1784) ຖືເປັນມໍລະດົກມິ່ງເມືອງທີ່ຊົງຄຸນຄ່າຂອງ ແຂວງສາລະວັນ ເຊິ່ງຖືກຝູງບິນ T28 ຂອງຈັກກະພັດອາເມຣິກາຍິງທໍາລາຍໃນຊຸມປີ 1970 ເຮັດໃຫ້ໄດ້ຮັບຄວາມເສຍຫາຍໜັກສົມຄວນ. ຈາກນັ້ນໃນປີ 2009 ອົງການປົກຄອງແຂວງໄດ້ຕົກລົງໃນການກໍ່ສ້າງ ແລະ ປະຕິສັງຂອນຫໍໄຕປີດົກຄືນໃໝ່ ເປັນຕົ້ນ: ການກໍ່ສ້າງກົມມະລຽນອ້ອມຂ້າງຫໍໄຕ, ກໍ່ສ້າງຫໍປະດິດສະຖານເສົາຫໍໄຕຫຼັງເກົ່າທີ່ຫຼົງເຫຼືອຈາກການທໍາລາຍຂອງເຮືອບິນເຊິ່ງຫໍໄຕຫຼັງເກົ່າທີ່ມີອາຍຸ 200 ກວ່າປີ ຍັງເຫຼືອ 29 ຕົ້ນ ແລະ ອື່ນໆ ເຊິ່ງມາຮອດປັດຈຸບັນໄດ້ສໍາເລັດຮຽບຮ້ອຍແລ້ວ. ຂະນະທີ່ອົງການປົກຄອງແຂວງພວມສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກະກຽມຈັດພິທີປະກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດທາງດ້ານວັດທະນະທໍາລະດັບທ້ອງຖິ່ນ ໂດຍຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 5-9 ເມສາ 2022.

ທ່ານຮອງເຈົ້າແຂວງ ໃຫ້ຮູ້ຕື່ມວ່າ: ສໍາລັບກິດຈະກໍາທີ່ຈະຈັດຂຶ້ນໃນໂອກາດປະກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນຄັ້ງນີ້ ມີຫຼາຍຢ່າງ ເປັນຕົ້ນ: ງານວາງສະແດງສິນຄ້າຂອງປະຊາຊົນພາຍໃນແຂວງ, ການປະກວດນັກຮຽນ-ໝໍລໍາ, ການແຫ່ພະໄຕປີດົກ-ໜັງສືຜູກໃບລານ, ແຫ່ຫໍຜາສາດເຜີ້ງ ແລະ ອື່ນໆ ເພື່ອສ້າງຄວາມເບີກບານມ່ວນຊື່ນ ກໍຄື ດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ແຂວງສາລະວັນ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ເປັນການປະກອບສ່ວນສໍາຄັນເຮັດໃຫ້ຫໍໄຕແຫ່ງນີ້ກາຍເປັນຄັງຄວາມຮູ້ທາງດ້ານພຸດທະສາສະໜາ ແລະ ເປັນສະຖານສະສົມ ຫລື ເກັບຮັກສາພະໄຕປີດົກ-ໜັງສືຜູກໃບລານຄົງຢູ່ຄູ່ກັບຊາວພຸດທະສາສະໜາຕະຫຼອດໄປ.

ຂອບໃຈຂໍ້ມູນຈາກ: https://bit.ly/3ta8AAU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/