Motorola ເປີດຕົວມືຖື Moto G Series ພ້ອມກັນ 3 ຮຸ່ນໃນເທື່ອດຽວ


Motorola ເປີດຕົວມືຖື Series Moto G ພ້ອມກັນເທື່ອດຽວ 3 ຮຸ່ນໃຫ້ເລືອກຕາມຄວາມຕ້ອງການ ມີທັງມືຖືພ້ອມບິກ Moto G Stylus, ມືຖືທີ່ແບັດເຕີຣີ່ອຶດທົນ Moto G Power ທີ່ໃຊ້ງານໄດ້ແບບຂ້າມມື້ຂ້າມຄືນ ຫຼື ຈະເປັນມືຖືສະເປັກຄຸ້ມລາຄາບໍ່ແຮງຄື Moto G Play ກໍມີມາໃຫ້ດ້ວຍ.

MOTO G STYLUS (2021)

ມາເລີ່ມກັນທີ່ມືຖືສຳລັບຄົນມັກແຕ້ມມັກຂຽນ ຄື Moto GG Stylus ທີ່ມາກັບໜ້າຈໍຂະໜາດໃຫຍ່ 6.8 ນິ້ວ ຄວາມລະອຽດ FHD+ ມີິບິກ Stylus ລີ້ຢູ່ໃນຕົວພ້ອມແອັບ Moto Note ທີ່ປັບແຕ່ງມາສຳລັບບິກຂອງມືຖືຮຸ່ນນີ້ໂດຍສະເພາະເຮັດໃຫ້ສາມາດແຕ້ມ ຫຼື ໄຮໄລຕົວໜັງສືເພື່ອເອົາໄປແປະໃຊ້ງານໃນແອບອື່ນໆຕໍ່ໄດ້.

ສະເປັກອື່ນໆກໍມີທັ້ງຊິບ Snapdragon 678, RAM 4GB, ຄວາມບັນຈຸ 128GB (ຮອງຮັບ microSD card), Battery 4000 mAh ຮອງຮັບລະບົບການສາກໄວ 10W, ມີຮູຫູຟັງ 3.5 ມມ ແລະ ລະບົບ Android 10.

ກ້ອງຫຼັງມີທັງໝົດ 4 ຕົວ ປະກອບດ້ວຍກ້ອງຫຼັກ 48MP (f/1.7) + ກ້ອງ Ultrawide 8MP ມຸມກວ້າງ 118 ອົງສາ + ກ້ອງມາໂຄຣ 2MP + ກ້ອງຈັບຄວາມເລິກ 2MP ສ່ວນກ້ອງເຊວຟີ່ໃຫ້ມາທີ່ 16MP.

ສະເປັກຂອງ MOTO G STYLUS (2021)

  • ໜ້າຈໍ LCD ຄວາມລະອຽດ FHD+ ຂະໜາດ 6.8 ນິ້ວ
  • CPU: Snapdragon 678
  • GPU: Adreno 612
  • RAM: 4GB
  • ຄວາມບັນຈຸ: 128GB ຮອງຮັບ microSD Card 512GGB
  • ກ້ອງຫຼັງ 4 ຕົວ: ກ້ອງຫຼັກ 48MP (f/1.7), ກ້ອງ Ultrawide 8MP ມຸມກ້ວາງ 118 ອົງສາ (f/2.2), ກ້ອງມາໂຄຣ 2MP (f/2.2), ກ້ອງຈັບຄວາມເລິກ 2MP (f/2.4)
  • ກ້ອງໜ້າ : 16MP (f/2.0)
  • ເຊັນເຊີ : Fingerprint (ດ້ານຂ້າງ), accelerometer, gyro, proximity
  • ການເຊື່ອມຕໍ່ : Wi – Fi 802.11 a/b/g/n/ac, dual – band, Wi – Fi direct, hotspot, BT 5.0
  • Battery 4000 mAh ຮອງຮັບລະບົບສາກໄວ 10W
  • ລະບົບ Android 10

MOTO G POWER (2021)

ມາຕໍ່ດ້ວຍມືຖືທີ່ແບັດເຕີຣີ່ອຶດທົນ  Moto G Power ທີ່ເໝາະກັບຄົນທີ່ຂີ້ຄ້ານສາກແບັດເຕີຣີ່ມືຖືຕະຫຼອດ ເພາະອັດແບັດເຕີຣີ່ມາໃຫ້ຈຸໃຈເຖິງ 5000mAh ພ້ອມໜ້າຈໍ LCD ຂະໜາດ 6.6 ນິ້ວ ຄວາມລະອຽດ HD+, ຊິບ Snapdragon 662, RAM 3GB / 4GB, ຄວາມບັນຈຸ 32GB / 64GB ຮອງຮັບ microSD Card ໂດຍສະເປກ + ແບັດເຕີຣີ່ ຂະໜາດໃຫຍ່ແບບນີ້ຈະເຮັດໃຫ້ Moto G Power ໃຊ້ງານໄດ້ແບບຂ້າມມື້ຂ້າມຄືນໄດ້ສະບາຍໆ.

ກ້ອງຫຼັງມີມາໃຫ້ທັ້ງໝົດ 3 ຕົວ ປະກອບດ້ວຍກ້ອງຫຼັກ 48MP (f/1.7) + ກ້ອງມາໂຄຣ 2MP (f/2.4) + ກ້ອງຈັບຄວາມເລິກ 2MP (f/2.4) ແລະ ກ້ອງເຊວຟີ່ 8MP (f/2.0).

ສະເປກຂອງ MOTO G POWER (2021)

  • ໜ້າຈໍ LCD ຄວາມລະອຽດ HD+ ຂະໜາດ 6.6 ນິ້ວ
  • CPU: Snapdragon 662
  • GPU: Adreno 610
  • RAM: 3GB / 4GB
  • ຄວາມບັນຈຸ : 32GB / 64GB ຮອງຮັບ microSD Card 512GB
  • ກ້ອງຫຼັງ 3 ຕົວ: ກ້ອງຫຼັກ 48MP (f/1.7), ກ້ອງ Macro 2 MP (f/2.4), ກ້ອງຈັບຄວາມເລິກ 2MP (f/2.4)
  • ກ້ອງໜ້າ : 8MP (f/2.0)
  • ເຊັນເຊີ : Fingerprint (ດ້ານຫຼັງ), accelerometer, gyro, proximity
  • ການເຊື່ອມຕໍ່ : Wi – Fi 802.11 a/b/g/n/ac, dual – band, Wi – Fi Direct, hotspot, BT 5.0
  • Battery: 5000mAh ຮອງຮັບລະບົບສາກໄວ 15W (ຫົວສາກໃນກ່ອງ 10W)
  • ລະບົບ Android 10

MOTO G PLAY (2021)

ສຸດທ້າຍກັບມືຖືລາຄາປະຢັດທີ່ມາກັບໜ້າຈໍ LCD ຄວາມລະອຽດ HD+ ຂະໜາດ 6.5 ນິ້ວ, ຊິບ Snapdragon 460, RAM 3GB, ຄວາມບັນຈຸ 32GB ຮອງຮັບ microSD Card ພ້ອມແບັດເຕີຣີ່ 5000mAh ທີ່ Motorola ເວົ້າວ່າໃຊ້ງານໄດ້ເຖິງ 3 ມື້.

ກ້ອງຫຼັງມີ 2 ຕົວ ປະກອບດ້ວຍກ້ອງຫຼັກ 13MP (f/2.0) + ກ້ອງຈັບຄວາມເລິກ 2MP (f/2.4) ແລະ ກ້ອງເຊວຟີ່ 5MP (f/2.2).

ສະເປັກຂອງ MOTO G PLAY (2021)

  • ໜ້າຈໍ LCD ຄວາມລະອຽດ HD+ ຂະໜາດ 6.5 ນິ້ວ
  • CPU: Snapdragon 460
  • GPU: Adreno 610
  • RAM: 3GB
  • ຄວາມບັນຈຸ: 32GB ຮອງຮັບ microSD Card 512GB
  • ກ້ອງຫຼັງ 2 ຕົວ: ກ້ອງຫຼັກ 13MP (f/2.0), ກ້ອງຈັບຄວາມເລິກ 2MP (f/2.4)
  • ກ້ອງໜ້າ: 5MP (f/2.2)
  • ເຊັນເຊີ: Fingerprint (ດ້ານຫຼັງ), accelerometer, proximity
  • ການເຊື່ອມຕໍ່: Wi – Fi 802.11 a/b/g/n/ac, dual – band, Wi – Fi Direct, hotspot, BT
  • Battery: 5000mAh ຮອງຮັບລະບົບສາກໄວ 10W
  • ລະບົບ Android 10

ລາຄາ (ບໍ່ລວມພາສີ)

  • Moto G Stylus (2021) ລາຄາ: 299 ດອນລ່າ
  • Moto G Power (2021) 3GB / 32GB ລາຄາ: 199.99 ດອນລ່າ
  • Moto G Power (2021) 4GB / 64GB ລາຄາ: 249 ດອນລ່າ
  • Moto G Play (2021) ລາຄາ: 169.99 ດອນລ່າ

Moto G Play ເລີ່ມວາງຈຳໜ່າຍໃນສະຫະລັດອາເມຣິກາແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ສ່ວນ Moto G Stylus ແລະ Moto G Power ຈະວາງຈຳໜ່າຍຕັ້ງແຕ່ອາທິດໜ້າເປັນຕົ້ນໄປ ສ່ວນຈະວາງຈຳໜ່າຍໃນປະເທດອື່ນໆ ຫຼື ບໍ່? ຕ້ອງຖ້າຕິດຕາມກັນຕໍ່ໄປ.

ທີ່ມາ: https://droidsans.com/motorola-g-stylus-g-power-g-play-unveiled/