ເມື່ອບໍ່ດົນມານີ້, ທີມງານທີ່ຢູ່ເບື້ອງຫຼັງຫຼຽນໝາຍອດນິຍົມຄື Shiba Inu (SHIB) ໄດ້ມີການປະກາດເປີດຕົວໃນວາລະສານ The Shib ສະບັບທີ 2 ກ່ຽວກັບການຮ່ວມມືກັບນັກກິລາທີ່ມີຊື່ສຽງທ່ານໜຶ່ງ ແລະ ກຽມພ້ອມທີ່ຈະແຈກຢາຍໂທເຄັນ (NFT) ຈຳນວນ 3,000 ລາຍການໃຫ້ແກ່ຜູ້ໂຊກດີ.
ຜູ້ຄົນໃນຊຸມຊົນ SHIB ຕ່າງກໍພາກັນສົງໄສວ່າບຸກຄົນນີ້ແມ່ນໃຜ? ເຊິ່ງກໍໄດ້ມີການສັນນິດຖານຈາກວິດີໂອທີ່ໄດ້ໂພສລົງໃນແພລັດຟອມ X ວ່າອາດຈະເປັນນັກກິລາຕີມວຍ.ໂດຍຄວາມຄິດເຫັນທີ່ຮັບຄວາມນິຍົມຫຼາຍສຸດໄດ້ຊີ້ໄປທີ່ຕຳນານນັກມວຍລາຍໜຶ່ງ ເຊິ່ງຂ່າວລືດັ່ງກ່າວກໍໄດ້ກາຍເປັນຈິງ ເພາະວ່າຜູ້ທີ່ຈະຮ່ວມໂຄງການໃນຄັ້ງນີ້ແມ່ນອະດີດນັກມວຍມືອາຊີບຊາວຟິລິບປິນ “Manny Pacquiao” ເຊິ່ງລາວໄດ້ເປີດເຜີຍຂໍ້ຕົກລົງໃນແພລັດຟອມ X ຜ່ານທາງໜ້າ page Manny Pacquiao Foundation.
ໂດຍ Manny Pacquiao ໄດ້ກ່າວວ່າ “ຂໍຂອບໃຈຊຸມຊົນ SHIB ທີ່ສະໜັບສະໜູນ Manny Pacquiao Foundation ຂອງພວກເຮົາ, ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍກັບການຮ່ວມມືໃນຄັ້ງນີ້, ຂໍໃຫ້ພະເຈົ້າອວຍພອນເຈົ້າ”
![](https://laox.la/wp-content/uploads/2023/11/image-11.png)
Manny Pacquiao ນັ້ນແມ່ນບຸກຄົນທີ່ມີຊື່ສຽງ ເປັນທີ່ຈົດຈໍາ ແລະ ໄດ້ຮັບການເຄົາລົບນັບຖືຢູ່ໃນວົງການຕີມວຍ. Manny Pacquiao ໄດ້ຮັບໄຊຊະນະເຖິງ 62 ຄັ້ງໃນ 72 ນັດຈາກການແຂ່ງຂັນຕີມວຍມືອາຊີບຂອງລາວ. ນອກຈາກນີ້ Manny Pacquiao ຍັງເປັນນັກມວຍຄົນທໍາອິດໃນປະຫວັດສາດທີ່ໄດ້ຄວ້າໄຊຊະນະ lineal ໃນຫ້າຮຸ່ນນ້ຳໜັກທີ່ແຕກຕ່າງກັນ ແລະ ເຂົາຍັງຮັກສາສະຖິຕິຂອງການເປັນນັກມວຍຄົນດຽວທີ່ຖືຄອງແຊ້ມໂລກໃນສີ່ທົດສະວັດທີ່ແຕກຕ່າງກັນໃນຊຸມປີ 1990, 2000, 2010 ແລະ 2020.
ໂດຍທ່າອ່ຽງຫຼ້າສຸດຂອງ SHIB ໃນວັນພຸດທີ່ຜ່ານມາ, ລາຄາຂອງ Shiba Inu (SHIB) ໄດ້ເພີ່ມຂຶ້ນ 20% ໃນ 30 ມື້ທີ່ຜ່ານມາ, ເຊິ່ງຜົນການດຳເນີນງານໃນເຊີງບວກອາດຈະເປັນຜົນຍ້ອນການພັດທະນາຂອງ Shibarium ແລະ ການດຳເນີນການຕາມໂປຣແກຣມການການເຜົາໄໝ້ໂທເຄັນ SHIB ທີ່ໄດ້ປະສົບຜົນສໍາເລັດ.
Shibarium ນັ້ນໄດ້ເປີດຕົວຢ່າງເປັນທາງການໃນທ້າຍເດືອນສິງຫາ ແລະ Shiba Inu ໄດ້ຜ່ານຫຼາຍເຫດການສໍາຄັນນັບຕັ້ງແຕ່ນັ້ນມາ. ຈໍານວນບລັອກທັງໝົດໃນເຄືອຂ່າຍໄດ້ເກີນ 1.5 ລ້ານແລ້ວ, ໃນຂະນະທີ່ຈໍານວນການເຮັດທຸລະກໍາທັງໝົດແມ່ນເກືອບ 4 ລ້ານລາຍການ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/