Paula Shugart ປະກາດຢຸດບົດບາດໃນຖານະປະທານອົງກອນ Miss Universe


ຕົກຕະລຶງທົ່ວວົງການນາງງາມເມື່ອຫົວເຮືອໃຫຍ່ຂອງອົງກອນ Miss Universe ຢ່າງ Paula Shugart ໄດ້ອກມາປະກາດຍຸຕິບົດບາດປະທານອົງກອນ Miss Universe ຫຼັງດຳລົງຕຳແໜ່ງນີ້ມາເປັນເວລາ 25 ປີ ພ້ອມຖິ້ມທ້າຍວ່າໂຊນີ້ຄືໂຊສຸດທ້າຍ.

ວັນທີ 17 ພະຈິກ 2023 ໃນຮອບຊຸດປະຈຳຊາດ Paula Shugart ໄດ້ຂຶ້ນກ່າວອຳລາເວທີ Miss Universe ພ້ອມບອກເຖິງຄວາມຮູ້ສຶກຕ່າງໆທີ່ອອກມາຈາກຫົວໃຈ ກ່ອນປະກາດເທິງເວທີຫຼັງຈົບຮອບຊຸດປະຈຳຊາດວ່າ “ Miss Universe ໃນຮອບຕັດສິນໃນປີນີ້ ຈະເປັນການເຮັດໂຊຄັ້ງສຸດທ້າຍຂອງຂ້ອຍ”.

ທາງດ້ານແຟນນາງງາມຕ່າງກໍແຫ່ກັນມາຄອມເມັ້ນຂອບໃຈກັນຢ່າງຫຼວງຫຼາຍ ແລະ ກ່າວເຖິງຕຳນານຕ່າງໆທີ່ Paula Shugart ໄດ້ສ້າງເອົາໄວ້ໃນຖານະປະທານອົງກອນ Miss Universe ພ້ອມກັບຈັບຕາເບິ່ງຢ່າງໃຈຈົດໃຈຈໍ່ວ່າໃຜຈະຂຶ້ນມາຮັບຕຳແໜ່ງນີ້ແທນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/