ຈີນ ແລະ ຫວຽດນາມ ຍັງເປັນ 2 ປະເທດ ທີ່ ສປປ ລາວ ສົ່ງອອກສິນຄ້າຫຼາຍທີ່ສຸດ 8 ເດືອນຕິດຕໍ່ກັນ


ສປ ຈີນ ແລະ ສສ ຫວຽດນາມ ຍັງເປັນ 2 ປະເທດ ທີ່ນຳເຂົ້າສິນຄ້າຈາກສປປ ລາວ ຫຼາຍທີ່ສຸດ ໂດຍສະເພາະມູນຄ່າການນຳເຂົ້າສິນຄ້າຈາກລາວ ໃນເດືອນ ຕຸລາ 2023 ນີ້ 2 ປະເທດ ມີການນຳເຂົ້າສິນຄ້າ ຈາກ ສປປ ລາວ ລວມກັນ 225 ລ້ານໂດລາ, ຈີນ 154 ລ້ານໂດລາ ແລະ ຫວຽດນາມ 71 ລ້ານໂດລາ.


ໂດຍຈີນ ແລະ ຫວຽດນາມ ເປັນ 2 ປະເທດທີ່ນຳເຂົ້າສິນຄ້າຈາກ ສປປ ລາວ ຫຼາຍທີ່ສຸດ 8 ເດືອນ ຕິດຕໍ່ກັນ ນັບຕັ້ງແຕ່ ເດືອນ ມີນາ ມາຈົນຮອດ ເດືອນຕຸລາ. ມູນຄ່າການນໍາເຂົ້າສິນຄ້າ ຈາກ ສປປ ລາວ ຂອງ ຈີນ ແລະ ຫວຽດນາມ ໃນໄລຍະ 8 ເດືອນ ບັນລຸໄດ້ 2.305 ລ້ານໂດລາ. ໂດຍໃນຈຳນວນນີ້ ບໍ່ລວມການສົ່ງອອກໄຟຟ້າ.


ສິນຄ້າຕົ້ນຕໍ່ ທີ່ ສປປ ລາວ ສົ່ງອອກໄປ ຈີນ ແລະ ຫວຽດນາມ ໄດ້ແກ່ພວກແຮ່ທາດ ແລະ ວັດຖຸດິບຕ່າງໆ ບໍ່ວ່າຈະເປັນ ຄຳປະສົມ ຄຳແທ່ງ, ແຮ່ທອງ, ແຮ່ເຫຼັກ,ເຍື່ອໄມ້ ເສດເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍຕ່າງໆ.


ອີງຕາມການລາຍງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2023 ບັນລຸໄດ້ ປະມານ 985 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 361 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 625 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 264 ລ້ານໂດລາ.


ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ຄໍາປະສົມ, ຄຳແທ່ງ ປະມານ 61 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 41 ລ້ານໂດລາ, ແຮ່ທອງ ປະມານ 38 ລ້ານໂດລາ, ຢາງພາລາປະມານ 29 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 24 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 22 ລ້ານໂດລາ, ໝາກກ້ວຍ ປະມານ 16 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 16 ລ້ານໂດລາ, ນໍ້າຕານ ປະມານ 14 ລ້ານໂດລາ ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ປະມານ 9 ລ້ານໂດລາ.


ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 83 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ປະມານ 61 ລ້ານໂດລາ, ພາຫະນະທາງບົກ ປະມານ 56 ລ້ານໂດລາ, ອຸປະກອນກົນຈັກ ປະມານ 52 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ ປະມານ 31 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 26 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 20 ລ້ານໂດລາ, ນໍ້າມັນແອັດຊັງ ປະມານ 19 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ປະມານ 18 ລ້ານໂດລາ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 17 ລ້ານໂດລາ.

ທີ່ມາ: https://www.facebook.com/laotradeportal2013/posts/pfbid0v6yrqhmxViwMgZrkfH9PSVBikr55CuSEPL1VW8GQRHP6ywyd9iR23gPJRktnNQ6sl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/