Visa ແລະ Mastercard 2 ຍັກໃຫຍ່ບັດເຄດິດ ເປີດເຜີຍໃນວັນພະຫັດ 10 ທັນວາ 2020 ທີ່ຜ່ານມາວ່າຈະບໍ່ໃຫ້ບໍລິການການຊຳລະເງິນແກ່ Pornhub Website ໜັງຜູ່ໃຫຍ່ລະດັບໂລກອີກຕໍ່ໄປ ຫຼັງສື່ມວນຊົນສະຫະລັດອາເມຣິກາລາຍງານວ່າ Website ແຫ່ງນີ້ມີຄລິບວີດີໂອຈຳນວນຫຼາຍທີ່ເຂົ້າຂ່າຍລ່ວງລະເມີດທາງເພດເດັກນ້ອຍ ແລະ ຂົ່ມຂູ່.
New York Time ອ້າງວ່າ ໃນບັນດາຄລິບວີດີໂອເກືອບ 6.8 ລ້ານຄລິບທີ່ຖືກອັບໂຫລດຂຶ້ນ Pornhub ໃນແຕ່ລະປີສ່ວນຫຼາຍ “ເປັນຄລິບຂອງຜູ່ໃຫຍ່ທີ່ຖ່າຍດ້ວຍຄວາມສະມັກໃຈ ແຕ່ກໍມີຢູ່ບໍ່ໜ້ອຍທີ່ເປັນຄລິບຂອງເດັກນ້ອຍຖືກລ່ວງລະເມີດ ຫຼື ຖືກໃຊ້ຄວາມຮຸນແຮງໂດຍທີ່ເຈົ້າຕົວບໍ່ໄດ້ຍິນຍອມ”.
“ມື້ນີ້ ການໃຊ້ບັດຂອງເຮົາກັບ Pornhub ຖືກຍົກເລິກ ການສືບສວນຂອງເຮົາໃນຊ່ວງຫຼາຍມື້ທີ່ຜ່ານມາ ຢືນຍັນວ່າພົບການລະເມີດມາດຕະຖານຂອງເຮົາ ໃນການຫ້າມເຜີຍແຜ່ເນື້ອຫາທີ່ຜິດກົດໝາຍເທິງ Website ຂອງພວກເຂົາ” Mastercard ໄດ້ລະບຸໃນການຖະແຫຼງຂ່າວ.
ດ້ານ Visa ກ່າວອ້າງຄຳກ່າວຫາກ່ຽວກັບກິດຈະກຳຜິດກົດໝາຍຕ່າງໆນາໆໃນຄວາມເຄື່ອນໄຫວລະງັບສິດຂອງ Pornhub ຈົນກວ່າການສືບສວນທີ່ກຳລັງດຳເນີນການຢູ່ຈະສຳເລັດ “ເຮົາກຳລັງແນະໃຫ້ສະຖາບັນການທາງການເງິນຕ່າງໆທີ່ໃຫ້ບໍລິການແກ່ MindGeek ລະງັບກະບວນການຊຳລະເງິນຜ່ານເຄືອຂ່າຍຂອງ Visa” ອ້າງເຖິງບໍລິສັດແມ່ສັນຊາດແຄນນາດາຂອງ Pornhub.
Pornhub ເອີ້ນການຕັດສິນໃຈດັ່ງກ່າວວ່າ “ໜ້າຜິດຫວັງຢ່າງຍິ່ງ” ແລະ ພະຍາຍາມຊີ້ໃຫ້ເຫັນວ່າພວກເຂົາໄດ້ດຳເນີນການປ່ຽນແປງແກ້ໄຂສິ່ງຕ່າງໆຕາມຫຼັງລາຍງານຂອງ New York Time.

ກ່ອນໜ້ານີ້ ເມື່ອຊ່ວງກາງອາທິດ Pornhub ປ່ຽນກົດຫ້າມບໍ່ໃຫ້ມີການດາວໂຫລດຄລິບວີດີໂອສ່ວນໃຫຍ່ ແລະ ຈະອະນຸຍາດໃຫ້ສະເພາະຜູ້ໃຊ້ທີ່ຢືນຢັນຕົວຕົນອັບໂຫລດຄລິບວີດີໂອໄດ້ເທົ່ານັ້ນ.
Pornhub ລະບຸເມື່ອວັນອັງຄານ ທີ 8 ທັນວາ 2020 ທີ່ຜ່ານມາວ່ານະໂຍບາຍດັ່ງກ່າວຈະມີຜົນໃນທັນທີ ແລະ ຄັ້ງແຕ່ປີໜ້າເປັນຕົ້ນໄປ ຖ້າຕ້ອງການອັບໂຫລດຄລິບວີດີໂອຈະຕ້ອງເຂົ້າລະບົບຢືນຢັນຕົວຕົນກ່ອນ.
ມາດຕະການເຫຼົ່ານີ້ມີວັດຖຸປະສົງເພື່ອແກ້ໄຂນະໂຍບາຍທີ່ຫຼະຫຼວມ ແລະ ປ້ອງກັນການອັບໂຫລດ Content ທີ່ຜິດກົດໝາຍ ຫຼັງຈາກໜັງສືພິມ New York Time ລາຍງານວ່າ ຄລິບວີດີໂອທີ່ເດັກນ້ອຍຖືກລ່ວງລະເມີດ ຫຼື ຂົ່ມຂືນຈຳນວນຫຼາຍຖືກນຳມາປ່ອຍລົງ Pornhub.
“ມື້ນີ້ ເຮົາໄດ້ມີມາດຕະການສຳຄັນເພື່ອປົກປ້ອງຊຸມຊົນຂອງເຮົາໃຫ້ຫຼາຍຂຶ້ນ” Pornhub ລະບຸໃນການຖະແຫຼງການ “ນັບຈາກນີ້ເປັນຕົ້ນໄປເຮົາຈະເປີດໃຫ້ສະເພາະຜູ່ໃຊ້ທີ່ຢືນຢັນຕົວຕົນອັບໂຫລດ Content ແລະ ຈະຫ້າມບໍ່ໃຫ້ມີການດາວໂຫລດຄລິບວີດີໂອ”.
ທາງ Website ລະບຸເພີ່ມເຕິມດ້ວຍວ່າ Content Partner ແລະ ຜູ່ທີ່ໄດ້ຄ່າໂຄສະນາຈາກຄລິບວີດີໂອເທົ່ານັ້ນທີ່ຈະສາມາດອັບໂຫລດຄລິບໄດ້.
“ເຮົາຈະນຳລະບົບກວດສອບມາໃຊ້ໃນຊ່ວງປີໃໝ່ ແລະ ໃຜກໍຕາມທີ່ຕ້ອງການອັບໂຫລດຄລິບຈະຕ້ອງລະບຸຕົວຕົນເສຍກ່ອນ”.
ທີ່ມາ: https://liff.line.me/1454988218-NjbXbq18/v2/article/8oLR8E?utm_source=copyshare