ສະຫະລັດອາເມຣິກາໃຊ້ດາວທຽມກວດສອບ ຈັບຕາເຂື່ອນຈີນກັກນຳ້ສູ່ແມ່ນຳ້ຂອງ


ໜ່ວຍງານດ້ານສິ່ງແວດລ້ອມຂອງສະຫະລັດອາເມຣິກາ ກຽມເປີດຂໍ້ມູນລະດັບນຳ້ໃນເຂື່ອນແມ່ນຳ້ຂອງ ຂອງຈີນ

ເຊິ່ງໃນວັນທີ 13 ທັນວາ 2020 ທີ່ຜ່ານມາ ສຳນັກຂ່າວ Reuters ລາຍງານວ່າ ສະຕິມສັນ ເຊັນເຕີ (Stimson Center) ອົົງກອນບໍ່ສະແຫວງຜົນກຳໄລຂອງສະຫະລັດອາເມຣິກາກຽມຕົວເປີດໂຄງການ Mekong Dam Monitor ເປັນສິ່ງທີ່ຈະກວດສອບລະດັບນຳ້ໃນເຂື່ອນ ແລະ ຜົນກະທົບບໍລິເວນແມ່ນຳ້ຂອງ ທີ່ຈະລາຍງານຂໍ້ມູນແບບ Real time ເພື່ອກວດສອບການກັກເກັບນຳ້ຂອງເຂື່ອນໃນປະເທດຈີນ ທີ່ອາດຈະສົ່ງຜົນຕໍ່ປະເທດທີ່ຢູ່ທ້າຍນຳ້.

ຕາມການລາຍງານລະບຸວ່າໂຄງການນີ້ໄດ້ຮັບທຶນສະໜັບສະໜູນສ່ວນໜຶ່ງຈາກກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ໂດຍຈະມີການໃຊ້ພາບຖ່າຍດາວທຽມ ເພື່ອວິເຄາະລະດັບນຳ້ໃນເຂື່ອນຂອງຈີນ ແລະ ປະເທດອື່ນໆ ໂດຍທາງໂຄງການຈະເປີດໃຫ້ບຸກຄົນທົ່ວໄປສາມາດເຂົ້າເຖິງຂໍ້ມູນໄດ້ໃນວັນອັງຄານທີ 15 ທັນວາ 2020 ນີ້

ໄບອັນ ເອເລີ ຫົວໜ້າໂຄງການ Mekong Dam Monitor ກ່າວວ່າການສອບຄັ້ງນີ້ຈະເປີດຫຼັກຖານວ່າເຂື່ອນ 11 ແຫ່ງຂອງຈີນທີ່ຂວາງລຳແມ່ນ້ຳຂອງ ໄດ້ມີການບໍລິຫານຈັດການໃຫ້ມີປະສິດທິພາບໃນການຜະລິດໄຟຟ້າດ້ວຍພະລັງນຳ້ໃຫ້ສູງທີ່ສຸດ ເພື່ອຂາຍໃຫ້ກັບມົນທົນຝັ່ງຕາເວັນອອກຂອງຈີນ ໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ປະເທດທ້າຍນຳ້ແຕ່ຢ່າງໃດ.

ທີ່ຜ່ານມາຝັ່ງຈີນປະຕິເສດຂໍ້ກ່າວຫານີ້ມາໂດຍຕະຫຼອດ ໂດຍແກ້ຕ່າງວ່າ ທາງສະຫະລັດອາເມຣິກາບໍ່ມີຫຼັກຖານຢືນຢັນເຖິງເລື່ອງດັ່ງກ່າວ ພ້ອມກັບຊີ້ໃຫ້ເຫັນວ່າເຂື່ອນເຫລົ່ານີ້ສ້າງປະໂຫຍດໃຫ້ແກ່ປະເທດເພື່ອນບ້ານໃນກຸ່ມແມ່ນຳ້ຂອງຢ່າງເຫັນໄດ້ຊັດເຈນ ດ້ວຍການຊ່ວຍປ້ອງກັນບັນຫານຳ້ຖ້ວມໃນລະດູຝົນໄດ້.

ເມື່ອຕົ້ນປີທີ່ຜ່ານມາ ຈີນໄດ້ຕົກລົງທີ່ຈະແບ່ງປັນຂໍ້ມູນດ້ານນຳ້ໃຫ້ກັບຄະນະກຳມາທິການແມ່ນຳ້ຂອງ ເຊິ່ງປະກອບດ້ວຍລາວ ໄທ ຫວຽດນາມ ແລະ ກຳປູເຈຍ ທີ່ມີປະຊາກອນອາໄສຢູ່ແຄມແມ່ນຳ້ລວມກັນກວ່າ 60 ລ້ານຄົນ ເພື່ອນຳມາວາງແຜນຈັດການໃຫ້ດີຂຶ້ນ.

ຢ່າງໃດກໍຕາມ ທາງຈີນໄດ້ເປີດເຜີຍຂໍ້ມູນສະເພາະລະດູຝົນເທົ່ານັ້ນ ກ່ອນທີ່ຈະໃຫ້ຄຳໝັ້ນເມື່ອເດືອນທີ່ແລ້ວວ່າ ຈະນຳຂໍ້ມູນຕະຫຼອດທັງປີມາເປີດເຜີຍຕໍ່ໄປ.

ທີ່ມາ: https://web.facebook.com/workpointTODAY/photos/a.153956988306921/1490583094644297/https://www.stimson.org/project/mekong-dam-monitor/