OPPO K7x5G ກຽມເປິດຕົວໃນວັນທີ່ 4 ພະຈິກ 2020 ນີ້ ມາພ້ອມໜ໊າຈໍ FHD+ ແລະ Battery 5000mAh


OPPO ກຽມເປິດຕົວໂທລະສັບຮຸ່ນໃໝ່ OPPO K7x 5G ໃນວັນທີ 4 ພະຈິກ 2020 ທີ່ຈະມາຮອດນນີ້ ແຕ່ເຖິງຢ່າງໃດກໍຕາມຕອນນີ້ຍັງບໍ່ມີຂໍ້ມູນສະເປກຂອງມືຖືຮຸ່ນນີ້ຫຼຸດອອກມາເລີຍ ນອກຈາກ Battery ທີ່ເຊື່ອວ່າຈະອັດມາໃຫ້ແບບຈັດເຕັມເຖິງ 5,000 mAh.

ໂດຍເມື່ອເດືອນ ສິງຫາ 2020 ທີ່ຜ່ານມາ OPPO ຫາກໍເປິດຕົວ OPPO K7 5G ໃໝ່ໆໝາດໆ ແຕ່ມາມື້ນີ້ເບິ່ງຄືວ່າ Smart Phone ຮຸ່ນດັ່ງກ່າວຈະຕົກຮຸ່ນໄປແລ້ວ ເພາະ OPPO ໄດ້ອອກມາປະກາດຜ່ານບັນຊີທາງການ Weibo ວ່າພວກເຂົາຈະເປິດຕົວ OPPO K7x 5G ໃນວັນທີ 4 ເດືອນ ພະຈິກ 2020 ນີ້.

ຈາກຮູບໂປສເຕີຈະເຫັນວ່າ OPPO K7x 5G ຈະມາພ້ອມກັບໂມດູນກ້ອງຫຼັງບໍລິເວນດ້ານເທິງຝາຫຼັງຂອງຕົວເຄື່ອງ ເຊິ່ງຕອນນີ້ກໍຍັງບໍ່ມີຂໍ້ມູນອອກມາວ່າ Smart Phone ຮຸ່ນນີ້ຈະມີກ້ອງຫຼັງທັ້ງໝົດຈັກຕົວແຕ່ທີ່ແທ້ໆກໍຄື OPPO K7x 5G ຈະມາກັບຄວາມສາມາດໃນການເຊື່ອມຕໍ່ 5G  ໄດ້ຢ່າງແນ່ນອນ.

ກ່ອນໜ້ານີ້ OPPO K7x 5G ໄດ້ມີຊື່ຢູ່ເທິງຖານຂໍ້ມູນຂອງ TENAA ເຜີຍວ່າຈະມາພ້ອມກັບໜ້າຈໍ LCD ຂະໜາດ 6.5 ນິ້ວ ຄວາມລະອຽດ FHD+ ເທິງສັດສ່ວນ 20:7 ນ້ຳໜັກຂອງຕົວເຄື່ອງຈະຢູ່ທີ່ 194g Battery ອັດມາໃຫ້ແບບຈັດເຕັມ 5,000 mAh (ແຕ່ບໍ່ແນ່ໃຈວ່າຈະຮອງຮັບລະບົບສາກໄວ VOOC Flash Charge ຕົວໃດ), Ram 6/8GB, ຄວາມຈຳ 64/128/256 GB ແລະ ກ້ອງໜ້າ-ຫຼັງຮວມກັນ 5 ຕົວ ຄວາມລະອຽດ 48MP.

ຄາດວ່າ OPPO K7x 5G ຈະມີສະເປກທີ່ຄ່ອນຂ້າງໃກ້ຄຽງກັບ OPPO K7 5G ແຕ່ສະເປກໃນຮູບຮວມອາດຈະລົດລື່ນກັນ ໄປໃນບາງສ່ວນນັ້ນເອງ.

ທີ່ມາ: https://droidsans.com/oppo-announce-new-midrange-phone-name-oppo-k7x-5g/