CEO New York Times ເຜີຍລາຍໄດ້ຝັ່ງດິຈິຕອນຫຼາຍກວ່າສິ່ງພິມເປັນຄັ້ງທຳອິດ!

ຢ່າງທີ່ຮູ້ກັນດີວ່າການເຮັດທຸລະກິດດ້ານສື່ ຖ້າບໍ່ປັບໂຕກໍຢູ່ລອດໄດ້ຍາກ ໂດຍສະເພາະໂລກທີ່ຕອນນີ້ສາມາດເຂົ້າເຖິງຂ່າວສານໄດ້ຫຼາຍຊ່ອງທາງ ແລະ ຫຼາກຫຼາຍຮູບແບບ ດັ່ງນັ້ນ ສື່ທັງຫຼາຍທົ່ວໂລກຈຶ່ງຕ່າງພະຍາຍາມທີ່ຈະປັບໂຕ ແລະ ດິ້ນຮົນເພື່ອຢູ່ລອດໃຫ້ໄດ້ໃນຍຸກດິຈິຕອນນີ້.

ຫລ້າສຸດ Mark Thompson CEO ຂອງ New York Times ສື່ສິ່ງພິມເກົ່າແກ່ຂອງສະຫະລັດອາເມຣິກາ ໄດ້ອອກມາປະກາດຄວາມສຳເລັດ ແລະ ເຜີຍລາຍໄດ້ຝັ່ງດິຈິຕອນຫຼາຍກວ່າສິ່ງພິມເປັນຄັ້ງທຳອິດໃນຮອບ 170 ປີ!

ຈາກການລາຍງານລະບຸວ່າ ລາຍໄດ້ຈາກຊ່ອງທາງດິຈິຕອນຂອງ New York Times ນັ້ນມາຈາກລະບົບສະມາຊິກແບບ subscriptions ທີ່ມີຍອດ subscribers ຢູ່ທີ່ປະມານ 669.000 ຄົນ ບວກກັບຊ່ອງທາງການໂຄສະນາເທິງຊ່ອງທາງອອນລາຍ ເຮັດໃຫ້ຮວມກັນແລ້ວມີມູນຄ່າສູງກວ່າ $185.5 ລ້ານ, ເຊິ່ງຮູບແບບທຸລະກິດນີ້ກໍຖືກນຳໃຊ້ກັບຝັ່ງສິ່ງພິມເຊັ່ນດຽວກັນ ເຊິ່ງຢູ່ທີ່ $175.4 ລ້ານ. ໂດຍຄວາມສຳເລັດຂອງລາຍໄດ້ຝັ່ງດິຈິຕອນ ບວກກັບການປະກາດຂ່າວນີ້ອອກມາ ສົ່ງຜົນໃຫ້ຫຸ້ນຂອງ New York Times ຂຶ້ນມາ 1.26% ກ່ອນປິດຕົວຢູ່ທີ່ຫຸ້ນລະ $47.38.

ແນວໃດກໍຕາມ ຍັງຄົງເປັນຄວາມທ້າທາຍຕໍ່ໄປຂອງທັງ New York Times ແລະ ສື່ອື່ນໆໃນວົງການ ທີ່ສື່ເກົ່າ ຫຼື ສື່ຮູບແບບພຣິ້ນຈະຕ້ອງກ້າວຂ້າມຊ່ວງເວລາທີ່ຮຸນແຮງຂອງອິນເຕີເນັດນີ້ໄປໃຫ້ໄດ້ ເຊິ່ງເຕີບໃຫຍ່ຫຼາຍ ໂດຍສະເພາະໃນຊ່ວງ 8 ປີທີ່ຜ່ານມາ ແລະ CEO ຂອງ New York Times ເອງຍັງເຊື່ອໝັ້ນໃນຄວາມແຂງແກ່ນຂອງສື່ສິ່ງພິມຢູ່ ວ່າຈະຍັງສາມາດເຕີບໂຕຕໍ່ໄປໄດ້ອີກ.

ດ້ານນັກວິເຄາະ Alexia Quadrani ເບິ່ງວ່າສິ່ງທີ່ເກີດຂຶ້ນກັບ New York Times ໃນຄັ້ງນີ້ໜ້າຈະເປັນຜົນມາຈາກການທີ່ຜູ່ຄົນຕື່ນໂຕຈາກໂຣກໂຄວິດ-19 ແຕ່ກໍເຊື່ອໝັ້ນວ່າຈາກຈຸດນີ້ໄປ ອາດຈະເປັນຈຸດເລີ່ມຕົ້ນຂອງການກ້າວໄປສູ່ດິຈິຕອນ ຂອງບໍລິສັດສື່ເກົ່າແກ່ທັງຫຼາຍ ແລະ ເຊື່ອວ່າໃນປີິ 2025 ຈະມີໂອກາດແຕະໄດ້ເຖິງ 10 ລ້ານ subscribers ຢ່າງແນ່ນອນ.

ທີ່ມາ: https://www.rainmaker.in.th/nyt-digital-tops/

https://www.marketingoops.com/reports/media-stat/new-york-times/