8 ສຸດຍອດການຄົ້ນພົບກ່ຽວກັບອະວະກາດໃນປີ 2020 ທີ່ເຮັດໃຫ້ໂລກຕະລຶງ


ມາເບິ່ງວ່າໃນອະວະກາດມີສິ່ງໃດທີ່ເຮັດໃຫ້ນັກວິທະຍາສາດ ແລະນັກດາຣາສາດທົ່ວໂລກຕະລຶງກັບການຄົ້ນພົບໃໝ່ໃນປີ 2020 ນີ້:
1: ດວງຈັນກໍາລັງເຂົ້າໝ້ຽງ

ເທິງດວງຈັນ ແຮ່ເຫຼັກຈະຄົງຮູບໄວ້ໃນສະພາບທີ່ບໍລິສຸດ ເນື່ອງຈາກບໍ່ມີກາສອອກຊີເຈນທີ່ເຮັດໃຫ້ເກີດການເຂົ້າໝ້ຽງໄດ້. ແຕ່ເມື່ອ 2-3 ອາທິດກ່ອນ ນັກວິທະຍາສາດໄດ້ຄົ້ນພົບກັບສິ່ງທີ່ບໍ່ຄາດຄິດໃນບໍລິເວນທີ່ສູງກວ່າຂອງດວງຈັນ ເຫຼັກຈະເຮັດປະຕິກິລາຍາກັບອອກຊີເຈນ ແລະເຂົ້າໝ້ຽງໄດ້ແທ້.

ໃນຕອນທຳອິດການຄົ້ນພົບນີ້ ເຮັດໃຫ້ນັກດາຣາສາດສັບສົນ ແລະຫາຄຳຕອບບໍ່ໄດ້. ການທີ່ເກີດການເຂົ້າໝ້ຽງຢ່າງໜ້ອຍມະນຸດກໍສາມາດຫາຍໃຈໄດ້ໃນບາງພື້ນທີ່ເທິງດວງຈັນ.

ແຕ່ກໍມີຄຳອະທິບາຍເຫດການນີ້ວ່າ ອອກຊີເຈນອາດເຮັດປະຕິກິລິຍາກັບກ້ອນຫີນຈາກໂລກຂອງເຮົາເອງ. ໃນການທີ່ດວງຈັນບໍ່ມີຊັ້ນບັນຍາກາດ ລົມສຸລິຍະກໍໄດ້ພັດເຂົ້າສູ່ດວງຈັນຢ່າງຮຸນແຮງ ມັນໄດ້ພັດເອົາອອກຊີເຈນບາງສ່ວນຈາກໂລກໄປສູ່ດວງຈັນ ຈາກນັ້ນໂມເລກຸນຈະມາຮວມໂຕກັນຢູ່ທີ່ຈຸດສູງສຸດຂອງເທິງພື້ນຜິວດວງຈັນ ນັ້ນເປັນເຫດຜົນທີ່ວ່າ ເປັນຫຍັງໂລຫະຈຶ່ງບໍ່ເຮັດປະຕິກິລິຍາກັບອອກຊີເຈນທີ່ຢູ່ລຸ່ມຂຸມເລິກ ຫຼືໃຕ້ພື້ນຜິວຂອງດວງຈັນ.

2. ສັນຍານວິທະຍຸທີ່ອະທິບາຍບໍ່ໄດ້

ມີຂໍ້ມູນຈາກພື້ນທີ່ຫ່າງໄກອອກໄປ ນັກວິທະຍາສາດຈາກ MIT ໄດ້ບັນທຶກສັນຍານທີ່ເກີດຂຶ້ນຊ້ຳໆຈາກໄລຍະທາງທີ່ຫ່າງອອກໄປ 500 ລ້ານປີແສງ, ສັນຍານດັ່ງກ່າວເອີ້ນວ່າ ການລະເບີດຢ່າງໄວວາຂອງຄື້ນວິທະຍຸ ຫຼື FRB ບໍ່ມີໃຜຮູ້ວ່າມັນມາຈາກໃສ ແຕ່ອາດຈະມາຈາກ ຊຸບເປີໂນວາ ຫຼືການລະເບີດພະລັງງານຈາກຄວອສຊາ. ສັນຍານຊ້ຳໆນີ້ຂ້ອນຂ້າງເປັນຕາຢ້ານ ເພາະວ່າຂະບວນການຂອງມັນເຮັດໃຫ້ອຸປະກອນວິທະຍຸຈະຈັບເວລາຢູ່ຕະຫຼອດ 4 ວັນ ຈາກນັ້ນອຸປະກອນເຫຼົ່ານັ້ນກໍຢຸດເຮັດວຽກທັນທີ. ແຕ່ຫຼັງຈາກຜ່ານໄປ 12 ວັນ ຂະບວນການເດີມກໍເລີ່ມຕົ້ນອີກຄັ້ງ ຄື້ນວິທະຍຸຈະລະເບີດຕິດຕໍ່ກັນ 4 ວັນ ແລະງຽບສະຫງົບໄປອີກ 12 ວັນ.ນັກວິທະຍາສາດສາມາດຄົ້ນຫາສັນຍານຂອງມັນໄດ້ວ່າມາຈາກອີກກາແລັກຊີທີ່ຢູ່ຫ່າງຈາກເຮົາໄປ 500 ລ້ານປີແສງ ແຕ່ຍັງບໍ່ຮູ້ທີ່ມາທີ່ໄປຂອງມັນຊັດເຈນ.

3. ດາວເຄາະຄ້າຍໂລກ

ຮູ້ບໍ່ວ່າມີດາວເຄາະທີ່ຄ້າຍຄືກັບໂລກປະມານ 6 ພັນລ້ານດວງໃນກາແລັກຊີທາງຊ້າງເຜືອກ, ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ ດາວລຶກທີ່ຄ້າຍຄືກັບດວງຕາເວັນທຸກໆ 5 ດວງນັ້ນ ສາມາດມີດາວເຄາະຢ່າງໜ້ອຍ 1 ດວງເປັນເຂດເອື້ອອາໄສໄດ້, ບໍ່ແມ່ນພຽງແຕ່ດາວເຄາະທຳມະດາ ແຕ່ຍັງມີແກນຫິນແຂງ ແລະພື້ນຜິວທີ່ເປັນຫິນມີຂະໜາດທີ່ໃກ້ຄຽງກັບໂລກ.

ການຢູ່ໃນເຂດທີ່ເອື້ອອາໄສນີ້ ຈະມີໂອກາດສູງທີ່ມັນຈະກາຍເປັນທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດໄດ້ເຊັ່ນ: ເຊື້ອຈຸລິນຊີ. ຖ້າມີດາວເຄາະແບບນີ້ຫຼາຍລ້ານດວງຢູ່ໃນກາແລັກຊີຂອງເຮົາ ອາດຈະເປັນໄປໄດ້ວ່າມີສິ່ງທີ່ມີຊີວິດອາໄສຢູ່ແລ້ວ.

4. ຊີວິດເທິງດາວສຸກ

ດາວສຸກທີ່ມີຊື່ເອີ້ນຫຼິ້ນວ່າ ຝາແຝດຂອງໂລກອາດຈະເປັນທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດຂະໜາດນ້ອຍໄດ້. ເຖິງແມ່ນວ່າພື້ນຜິວຂອງດາວສຸກນັ້ນຮ້ອນປານເຕົາອົບ ແລະປົກຄຸມດ້ວຍຝົນກົດຈາກເມກຄາບອນໄດອອກໄຊ ແຕ່ກໍອາດຈະມີສິ່ງທີ່ມີຊີວິດອາໄສຢູ່ໃນຊັ້ນບັນຍາກາດໄດ້.

ເມື່ອເດືອນທີ່ຜ່ານມາ ນັກວິທະຍາສາດໄດ້ຄົ້ນພົບຮ່ອງຮອຍຂອງກ໊າສ ຟອສຟີນ ເຊິ່ງຈຸລິນຊີສາມາດຜະລິດໄດ້ ໃນປະລິມານທີ່ໜ້ອຍຫຼາຍ ໂດຍອາດຈະປາກົດຂຶ້ນໄດ້ຈາກສິ່ງທີ່ບໍ່ແມ່ນສານອິນຊີ ແຕ່ກ້ອງໂທລະທັດສາມາດພົບກາສນີ້ໃນປະລິມານທີ່ຫຼາຍຂຶ້ນ, ການຄົ້ນພົບນີ້ສ້າງຄວາມແປກປະຫຼາດຫຼາຍ ເນື່ອງຈາກນັກວິທະຍາສາດເຊື່ອວ່າດາວສຸກເປັນດາວທີ່ບໍ່ເໝາະກັບການດຳລົງຊີວິດໃນທຸກຮູບແບບ ແຕ່ວ່າຕອນນີ້ມັນກາຍເປັນດາວເຄາະດວງທຳອິດນອກຈາກໂລກທີ່ອາດຈະມີສິ່ງທີ່ມີຊີວິດອາໄສຢູ່.

ຈຸລິນຊີທີ່ສ້າງຟອສຟີນອາດຈະອາໄສຢູ່ໃນເມກທີ່ເປັນກົດ ແລະ ບໍ່ໄດ້ກາສອອກຊີເຈນໃນການດຳລົງຊີວິດກໍເປັນໄປໄດ້.

5. ດາວເຄາະຝາແຝດຂອງໂລກ

ໃນທີ່ສຸດ ກໍມີການຄົ້ນພົບດາວເຄາະດວງໃໝ່ ໃນຂະນະທີ່ສຳຫຼວດອະວະກາດດ້ວຍກ້ອງໂທລະທັດອະວະກາດເກົ່າໆ. ໃນປີ 2018 ນັກວິທະຍາສາດໄດ້ວິເຄາະຂໍ້ມູນຈາກກ້ອງໂທລະທັດເຄບເລີ ແລະເຊັ່ນເຄີຍ ມັນເປັນດວງດາວທີ່ຖືກເມີນ ເຊິ່ງພວກເຂົາຄິດວ່າມັນບໍ່ມີຄວາມສຳຄັນໃດໆ, ແຕ່ 2 ປີຕໍ່ມາໃນຂະນະທີ່ກຳລັງກວດສອບຂໍ້ມູນເກົ່ານີ້ ນັກວິທະຍາສາດສັງເກດເຫັນວ່າ ມີການລະບຸດາວດວງໜຶ່ງຜິດພາດ. ມັນຢູ່ຫ່າງຈາກໂລກພຽງ 300 ປີແສງ ແລະຄ້າຍຄືກັນຫຼາຍຈົນເກືອບຈະຄືກັບໂລກຂອງເຮົາເລີຍ.

ດາວເຄາະເຄບເລີ-1649 ຊີ ມີຂະໜາດໃຫຍ່ກວ່າໂລກພຽງ 6% ແລະອາດຈະປະກອບດ້ວຍແຮ່ທາດຊະນິດດຽວກັນ, ນອກຈາກນີ້ ຍັງໄດ້ຮັບແສງ ແລະພະລັງງານຈາກດາວຣືກຫຼາຍເທົ່າ ເທົ່າກັບໂລກຂອງເຮົາທີ່ໄດ້ຮັບຈາກດວງຕາເວັນ. ບັັນຫາດຽວຕອນນີ້ແມ່ນ ດາວດວງນີ້ອາດມີອຸນຫະພູມສູງຫຼາຍເກີນໄປ ເຮັດໃຫ້ພື້ນຜິວຂອງດາວເຄາະຮ້ອນເກີນ ແລະໄປທຳລາຍຊັ້ນບັນຍາກາດ.

6. ເອຍູ ໄມໂຄຣສໂຄປີ/ AU Mic

AU Mic ນັ້ນ ເປັນແຫຼ່ງກໍາເນີດຂອງລະບົບດວງດາວໃໝ່ທີ່ສາມາດສັງເກດໂດຍຕົງ ແລະຢູ່ໃກ້ພຽງ 32 ປີແສງ, ດາວດວງນີ້ມີອາຍຸນ້ອຍຫຼາຍ ອາຍຸນ້ອຍກວ່າດວງຕາເວັນເຖິງ 150 ເທົ່າ, ໃນລະດັບເອກະພົບ ມັນປຽບເໝືອນແອນ້ອຍເກີດໃໝ່ ແລະຍັງສາມາດເຫັນກ້ອນເມກທີ່ໝຸນວົນຢູ່ອ້ອມຮອບຕັ້ງແຕ່ຕອນທີ່ມັນເກີດ.

ແຕ່ຄວາມສົງໄສບໍ່ຢຸດລົງພຽງເທົ່ານີ້ ນາຊາໄດ້ເພີ່ມໂພສເຕີທີ່ມີ AU Mic ລົງໄວ້ໃນຊຸດກາແລັກຊີທີ່ເປັນຕາຢ້ານເນື່ອງຈາກດາວເຄາະທີ່ໂຄຈອນຢູ່ໃກ້ດາວຣືກ AU Mic b ຢູ່ໃກ້ດວງຕາເວັນຫຼາຍຈົນເຮັດໃຫ້ໂຄຈອນຄົບຮອບໜຶ່ງໃຊ້ເວລາພຽງ 8.5 ວັນເທົ່ານັ້ນ, ເມື່ອອາຍຸຍັງນ້ອຍ ດາວດວງນີ້ຈະມີປະຕິກິລິຍາທີ່ຮຸນແຮງ ສົ່ງຜົນໃຫ້ແຜ່ລັງສີດວງອາທິດໃນປະລິມານທີ່ເປັນຕາຢ້ານເຂົ້າສູ່ດາວເຄາະທີ່ຢູ່ໃກ້.

ການຄົ້ນພົບດັ່ງກ່າວເຮັດໃຫ້ນັກວິທະຍາສາດຮູ້ສຶກພຶງພໍໃຈ ເພາະວ່າການໄດ້ພົບລະບົບສຸລິຍະແຫ່ງນີ້ໃຫ້ຄວາມກະຈ່າງແຈ້ງວ່າ ດາວຣືກ ແລະລະບົບດາວຣືກເກີດຂຶ້ນໄດ້ແນວໃດ.

7. ຮູບແບບການປ່ຽນແປງຂອງສະພາບພູມອາກາດຂອງໂລກ

ນັກວິໄຈຈາກມະຫາວິທະຍາໄລ ຄາລິຟໍເນຍຊານຕາຄຣູສ໌ ໄດ້ຄິດຄົ້ນຮູບແບບການປ່ຽນແປງພູມອາກາດຂອງໂລກ ມັນເບິ່ງຄືເປັນລະດູການທີ່ຍາວນານຫຼາຍ ບາງຄັ້ງສະພາບພູມອາກາດຊະນິດນີ້ອາດຢູ່ໄດ້ດົນເຖິງຫຼາຍລ້ານປີ ທັງໝົດແມ່ນກ່ຽວຂ້ອງກັບການທີ່ໂລກຢູ່ໃນຕຳແໜ່ງທີ່ສຳພັນກັບດວງຕາເວັນ. ລະດູການຖືກຂະໜານນາມວ່າ ໄອສ໌ເຮົາສ໌, ຄູລເຮົາສ໌, ວອມເຮົາສ໌ ແລະ ຮອັດເຮົາສ໌ ຕາມອຸຫະພູມທີ່ຫຼາກຫຼາຍ.

8. ນໍ້າມັນມາຈາກນອກໂລກແທ້ບໍ່

ທິດສະດີທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດແມ່ນ ດາວຫາງນ້ຳແຂງ ແລະດາວເຄາະນ້ອຍທີ່ໄດ້ຖືກພັດມາສູ່ໂລກຂອງພວກເຮົາ ເຊິ່ງບໍ່ພຽງແຕ່ຖິ້ມຂຸມອຸກະບາດຂະໜາດໃຫຍ່ເອົາໄວ້ເທົ່ານັ້ນ ແຕ່ຍັງມີຂອງແຫຼວທີ່ເປັນປະໂຫຍດຕໍ່ມະນຸດນຳອີກ.

ແຕ່ຕອນນີ້ມີຄວາມກ້າວໜ້າໃໝ່ ເຊິ່ງຊີ້ໃຫ້ເຫັນສະຖານະການອື່ນໆອີກເຊັ່ນກັນ ໃນອະວະກາດມີອິນຊີວັດຖຸຈຳນວນຫຼາຍ ແລະພາຍໃຕ້ເງື່ອນໄຂທີ່ສະເພາະເຈາະຈົງ ມັັນສາມາດເຮັດໃຫ້ເກີດນ້ຳໄດ້ຫຼາຍພໍທີ່ຈະເຕີມເຕັມມະຫາສະໝຸດໃນໂລກໄດ້ເປັນພັນເທົ່າ.

ນັກວິໄຈໄດ້ທົດລອງ ໂດຍໃຫ້ຄວາມຮ້ອນກັບສານອິນຊີນີ້ ເຊິ່ງເກີດເປັນນ້ຳໃສສະອາດ ແລະ ນ້ຳມັນ, ຖ້າຫາກວ່າສິ່ງນີ້ໄດ້ຮັບການກວດສອບ ແລະຄົ້ນຄວ້າໃນອະນາຄົດ ນັ້ນອາດຈະໝາຍຄວາມວ່ານ້ຳມັນທີ່ຢູ່ໃຕ້ພື້ນໂລກຂອງເຮົາບໍ່ພຽງແຕ່ເກີດຂຶ້ນຈາກຊາກຟອສຊິລເທົານັ້ນ ແຕ່ຍັງມາຈາກອະວະກາດອີກດ້ວຍ.

ທີ່ມາ: https://www.youtube.com/watch?v=HX0XHxpSu3Q