Folklore ຂອງ Taylor Swift ກາຍເປັນອະລາບ້ຳທຳອິດຂອງປີ 2020 ທີ່ຂາຍໄດ້ເກີນ 1 ລ້ານກັອບປີ້ໃນອາເມຣິກາ.


ເຖິງວ່າອະລາບ້ຳຫຼ້າສຸດຂອງສາວ ເທເລີ ສະວິຟ ຈະປ່ອຍອອກມາແລ້ວເຖິງ 3 ເດືອນ ແຕ່ຄວາມນິຍົມໃນອາເມຣິກາຍັງບໍ່ແຜ່ວລົດລົງເລີຍ ເພາະໃນອາທິດນີ້ກໍກັບມາຂຶ້ນອັນດັບໜຶ່ງເທິງ Billboard 200 ອີກຄັ້ງ ເປັນອາທິດທີ 8 ແລະ ກາຍເປັນອະລາບ້ຳທຳອິດຂອງປີນີ້ທີ່ຂາຍໄດ້ເກີນ 1 ລ້ານຊຸດໃນອາເມຣິກາອີກດ້ວຍ.

ໃນອາທິດນີ້ Folklore ຂາຍໄດ້ 57.000 ກັອບປີ້ໃນອາເມຣິກາ ເຊິ່ງເຮັດໃຫ້ຍອດຮວມຢູ່ທີ່ 1.038 ລ້ານກັອບປີ້ ໂດຍໃນປີ 2019 ອະລາບ້ຳ Lover ຂອງເທເລີ ກໍເປັນອະລາບ້ຳດຽວຂອງປີທີ່ຂາຍໄດ້ລ້ານແຜ່ນເຊັ່ນກັນໃນອາເມຣິກາ ເຊິ່ງຕອນນີ້ຍອດຮວມຢູ່ທີ່ 1.22 ລ້ານກັອບປີ້.

ຕອນນີ້ເທເລີ ກາຍເປັນສີລະປິນທີ່ມີອະລາບ້ຳຂາຍໄດ້ເກີນໜຶ່ງລ້ານຊຸດໃນອາເມຣິກາສູງເຖິງ 9 ອະລາບ້ຳ ເລີ່ມດ້ວຍຊຸດທຳອິດ Taylor Swift ທີ່ຂາຍໄດ້ 5.75 ລ້ານກັອບປີ້ ຕໍ່ດ້ວຍອະລາບ້ຳຄຼິສມາດ The Taylor Swift Holiday Collection ທີ່ຂາຍໄດ້ 1.08 ລ້ານກັອບປີ້, Fearless ຂາຍໄດ້ 7.21 ລ້ານກັອບປີ້, Speak Now ຂາຍໄດ້ 4.71 ລ້ານກັອບປີ້, Red ຂາຍໄດ້ 4.49 ລ້ານກັອບປີ້, 1989 ຂາຍໄດ້ 6.25 ລ້ານກັອບປີ້, Reputation ຂາຍໄດ້ 2.28 ລ້ານກັອບປີ້ ແລະ ອີກສອງຊຸດທີ່ກ່າວໄປກ່ອນໜ້ານີ້.

ທີ່ມາ: https://thestandard.co/folklore-taylor-swift-pass-1-million-copy/