EA ຖືກ Gamer ຟ້ອງແບນກຸ່ມໃນແຄນນາດາ ບອກ loot box ເປັນການພະນັນແບບຜິດກົດໝາຍ.


EA ຖືກຟ້ອງແບນກຸ່ມໃນແຄນນາດາໂດຍຜູ້ຟ້ອງລະບຸວ່າລະບົບ loot box ຂອງ EA ຜິດກົດໝາຍການພະນັນຂອງແຄນນາດາ.

ໃນສຳນວນຟ້ອງຕົ້ນສະບັບຜູ້ຟ້ອງ 2 ຄົນລະບຸວ່າຊື້ເກມ Madden NFL ແລະ EA NHL ແຕ່ກໍ່ເຊີນໃຫ້ຜູ້ຫຼີ້ນເກມອື່ນໆຂອງ EA ເຂົ້າມາຮ່ວມຟ້ອງແບບກຸ່ມ (CLASS ACTION) ນຳກັນ.

ຄຳຟ້ອງບອກວ່າການຂາຍ loot box ຂອງ EA ຖືເປັນການພະນັນທີ່ຜິດກົດໝາຍ ແຕ່ເຖິງຢ່າງໃດກໍຕາມ ແຄນນາດາບໍ່ມີກົດໝາຍດ້ານ loot box ແຍກສະເພາະລັກສະນະດຽວກັນໃນຢຸໂຣບບາງປະເທດເຊັ່ນ: ເບວຍຽມ ເມື່ອຄະດີເຖິງຊັ້ນສານອາດຈະຕ້ອງໄປພິຈາລະນາເທິງກົດໝາຍການພະນັນຕາມປົກກະຕິ.

ເມື່ອປີທີ່ຜ່ານມາ EA ອະທິບາຍຕໍ່ລັດສະພາອັງກິດວ່າ ລະບົບ loot box ຂອງເຮົາມີຈະຣິຍະທຳ ແລະ ໃຫ້ເອີ້ນມັນວ່າ Surprise Mechanics.

ທີ່ມາ: https://www.blognone.com/node/119194