Call of Duty: Black Ops Cold War ເຮັດໂຫມດ ₭Zombies Onslaught ເປັນ Exclusive


ເປັນທຳນຽມຂອງເກມ Call of Duty  ທຸກພາກທີ່ຕ້ອງມີໂຫມດ Zombies ໃຫ້ຫຼີ້ນກັນ ເຊິ່ງເກມພາກຫຼ້າສຸດ Black Ops Cold War ກໍມີໂຫມດນີ້ເຊັ່ນກັນ.

ຫຼ້າສຸດ Activision ເຜີຍລາຍລະອຽດຂອງໂຫມດໃໝ່ Zombies Onslaught ຂອງເກມພາກນີ້(ແຍກຈາກໂຫມດ Zombies ປົກກະຕິ) ວ່າເປັນການຫຼີ້ນແບບ co-op ສອງຄົນ ແຕ່ທີ່ສຳຄັນກວ່ານັ້ນຄືເປັນ Exclusive ສະເພາະ PlayStation(ທັ້ງ PS4 ແລະ PS5) ເປັນເວລາດົນເຖິງ 12 ເດືອນ ໂດຍຈະລົງໃນ Platform ອື່ນ ວັນທີ 1 ພຶດສະພາ 2021.

ເຫດການນີ້ບໍ່ແມ່ນຄັ້ງທຳອິດທີ່ Call of Duty ມີໂຫມດ Exclusive ສຳຫຼັບ PlayStation ເພາະປີທີ່ຜ່ານມາກໍມີກໍລະນີໂຫມດ Spec Ops Survival ຂອງພາກ Modern Warfare ເປັນ Exclusive PS4 ດົນ 12 ເດືອນ ທີ່ແມ່ນແຕ່ທີມພັດທະນາຂອງ Infinity Ward ເອງກໍບໍ່ພໍໃຈ ແຕ່ກໍບອກວ່າເຮັດຫຍັງບໍ່ໄດ້ໃນເລື່ອງນີ້.

ທີ່ມາ: https://www.blognone.com/node/119206