ໂຮງຫມໍຫລາຍບ່ອນໃນ ສະຫະລັດຕິດ Ransomware


Universal Health Services (UHS) ເຄືອໂຮງໝໍໃນສະຫະລັດອາເມຣິກາ ແລະ ສະຫະຣາດຊະອານາຈັກຖືກ ransomware ໂຈມຕີຈົນເຮັດໃຫ້ບໍ່ສາມາດໃຊ້ລະບົບຄອມພິວເຕີໃດໆໄດ້ອີກ ແລະ ຕອນນີ້ເຈົ້າໜ້າທີ່ທັ້ງໝົດຕ້ອງກັບໄປໃຊ້ລະບົບແມນນວນປະກອບເອກະສານຜ່ານເຈ້ຍ ແລະ ສົ່ງຜົນຈາກຫ້ອງປະຕິບັດການທາງໂທລະສັບ ແລະ ເຈົ້າໜ້າທີ່ບໍ່ສາມາດເຂົ້າເຖິງຂໍ້ມູນຍ້ອນຫຼັງທີ່ຢູ່ໃນຄອມພິວເຕີໄດ້.

ທາງ UHS ອອກມາຖະແຫຼງຍອມຮັບວ່າປິດລະບົບໄອທີທັ້ງໝົດຈາກບັນຫາຄວາມໝັ້ນຄົງປອດໄພຂອງລະບົບໄອທີ ແລະ ກຳລັງໃຊ້ຂະບວນການສຳຮອງໃນການເຮັດວຽກ ໂດຍຢືນຢັນວ່າຄົນໄຂ້ໄດ້ຮັບການຮັກສາຢ່າງມີປະສິດທິຜົນ ແລະ ປອດໄພ ແລະ ບໍ່ມີຂໍ້ມູນພະນັກງານ ຫຼື ຂໍ້ມູນຄົນໄຂຫຼຸດອອກໄປແຕ່ຢ່າງໃດ.

ກະທູ້ໃນ Reddit ມີຜູ້ໃຊ້ທີ່ອ້າງວ່າເຮັດວຽກໃນໂຮງໝໍໃນເຄືອ UHS ຫຼາຍຄົນມາຢືນຢັນວ່າຖືກສັ່ງຫ້າມບໍ່ໃຫ້ເປິດຄອມພິວເຕີຂື້ນມາໃຊ້ງານ ຜູ້ໃຊ້ຄົນໜື່ງລະບຸວ່າຢູ່ໆ ຄອມພິວເຕີກໍປິດຕົວລົງໄປເອງ ແລະ ບໍ່ສາມາດເປິດຂຶ້ນມາໄດ້.

ແຫຼ່ງຂ່າວແຫ່ງໜື່ງລະບຸກັບ BleepingComputer ວ່າ File ທີ່ເຂົ້າລະຫັດແລ້ວມີນາມສະກຸນ .ryk ເຮັດໃຫ້ຄາດວ່າເປັນ Ryuk ransomware.