ອີລອນ ມັສ ກຽມສ້າງເມືອງແບບເພິ່ງພາຕົວເອງ 100% ເທິງດາວອັງຄານ ຫວັງພາມວນມະນຸດໄປອາໄສເທິງດາວເຄາະດວງໃໝ່


ມະຫາເສດຖີ ອີລອນ ມັສ (Elon Musk)  ເຈົ້າຂອງບໍລິສັດ Tesla ແລະ SpaceX ໄດ້ຖະແຫຼງຂ່າວເປີດແຜນສ້າງເມືອງເທິງດາວອັງຄານ ໂດຍຈະເປັນເມືອງທີ່ສາມາດເພິ່ງພາຕົວເອງໄດ້ 100% ແລະ ບໍ່ມີການເຊື່ອມໂຍງພະລັງງານໃດໆກັບໂລກ

ມັສ ໄດ້ກ່່າວໃນການປະຊຸມປະຈຳປີ International Mars Society Convention ວ່າໂຄງການສ້າງອະນານິຄົມເທິງດາວອັງຄານກຳລັງຢູ່ໃນຂັ້ນຕອນດຳເນີນການ ແຕ່ຕ້ອງເຮັດໃຫ້ແລ້ວກ່ອນໂລກຈະເກີດເຫດຫາຍະນະ ແລະ ມັສ ຍັງບອກດ້ວຍວ່າ ເຂົາກັງວົນກ່ຽວກັບອະນາຄົດໂລກຢ່າງສູງ ຈະມີຫຍັງເກີດຂຶ້ນຖ້າຫາກວ່າມື້ໜຶ່ງມີດາວຫາງຕຳໂລກ ພູເຂົາໄຟລະເບີດ ມັສຈຶ່ງຄິດວ່າການສ້າງອານານິຄົມທີ່ດາວອັງຄານ ໜ້າຈະເປັນທາງອອກທີ່ດີທີ່ສຸດໃນເວລານີ້

ສຳລັບຍານອາວະກາດທີ່ໄດ້ຮັບການພັດທະນາຂຶ້ນເພື່ອພາລະກິດນີ້ຄື ຍານສະຕາຊິບ (Starship) ເຊິ່ງທີ່ຜ່ານມາໄດ້ມີການທົດສອບການບິນ ແລະ ການລົງຈອດຫຼາຍຄັ້ງທີ່ຖານວິໄຈ ແລະ ພັດທະນາຍານອາວະກາດຂອງ SpaceX ໃນລັດເທັກຊັດ

ຢ່າງໃດກໍຕາມ ມັສ ໄດ້ສະແດງຄວາມກັງວົນຢ່າງຊັດເຈນວ່າເຕັກໂນໂລຊີອາວະກາດໃນປັດຈຸບັນ ອາດຈະຍັງບໍ່ພຽງພໍທີ່ຈະເຮັດໃຫ້ບັນລຸເປົ້າໝາຍໃນພາລະກິດຢາມດາວອັງຄານ ເພາະທີ່ຜ່ານມາ SpaceX ໄດ້ເຮັດການທົດສອບຕົ້ນແບບຍານ Starship ຫຼາຍຄັ້ງ ກ່ອນຈະຈົບດ້ວຍການລະເບີດຢ່າງຮຸນແຮງ

ໃນສ່ວນຂອງກຳນົດການເດີນທາງໄປຍັງດາວອັງຄານຄັ້ງທຳອິດຂອງ Starship ເສດຖີໄອຣອນແມນກ່າວວ່າ ໜ້າຈະພາຍໃນປີ 2024 ແຕ່ຈະເປັນການບິນໂດຍປາສະຈາກລູກເຮືຶຶອ

ໂດຍກ່ອນໜ້ານີ້ເມື່ອຕົ້ນປີ 2019 ມັສ ເຄີຍເປີດເຜີຍຜ່ານ Twitter ວ່າ ຈະມີການຂາຍປີ້ສຳລັບການເດີນທາງໄປດາວອັງຄານ ໂດຍຈະມີຄ່າໃຊ້ຈ່າຍໜ້ອຍກວ່າ 500.000 USD ແລະ ອາດຈະຕ່ຳເຖິງ 100.000 USD. ແນວໃດກໍຕາມ ລາຄາຈະເປັນແນວໃດຂຶ້ນກັບຈຳນວນຜູ້ທີ່ສົນໃຈພ້ອມ ໂດຍມີເງື່ອນໄຂສຸດພິເສດຄື ຫາກໄປຮອດດາວອັງຄານແລ້ວບໍ່ມັກ ຕ້ອງການກັບໂລກ ເຂົາຈະໃຫ້ປີ້ກັບຟຣີອີກດ້ວຍ

ອີລອນ ມັສ ໄດ້ກໍ່ຕັ້ງ SpaceX ໂດຍມີຈຸດມຸ່ງໝາຍສູງສຸດຄືການເຮັດໃຫ້ມວນມະນຸດ ເປັນເຜົ່າພັນທີ່ສາມາດອາໄສຢູ່ເທິງດາວເຄາະຫຼາຍໆດວງ ເຊິ່ງທີ່ຜ່ານມາເຂົາໄດ້ຮ່ວມມືກັບອົງກອນອາວະກາດຫຼາຍແຫ່ງ ລວມເຖິງ NASA ເພື່ອພັດທະນາຈະຫຼວດ ແລະ ຍານອາວະກາດໃຫ້ມີປະສິດທິພາບຫຼາຍພໍທີ່ຈະເຮັດພາລະກິດໃຫ້ສຳເລັດລຸລ່ວງໄດ້

ທີ່ມາ: 

https://www.facebook.com/thematterco/photos/a.1735876059961122/2723587644523287/

https://www.independent.co.uk/life-style/gadgets-and-tech/elon-musk-mars-spacex-starship-colony-b1179088.html?utm_content=Echobox&utm_medium=Social&utm_source=Facebook&fbclid=IwAR0Gr-bmc5nYI15RW7g5ZgkqNt53Hnn-EljVyK7bBufEBe0ZzOqAIENsFtk#Echobox=1603194197