Selena Gomez ສົ່ງຂໍ້ຄວາມຫາ CEO Google ເພື່ອຂໍໃຫ້ລຶບໂຄສະນາທີ່ບິດເບືອນຂໍ້ມູນການເລືອກຕັ້ງ


ອີກບໍ່ຮອດໜຶ່ງອາທິດ ກໍຈະຮອດວັນເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມຣິກາ ທີ່ຈະຈັດຂຶ້ນໃນວັນທີ 3 ພະຈິກນີ້ ເຊິ່ງໜຶ່ງໃນບັນຫາທີ່ມັກຈະເກີດຂຶ້ນຢູ່ສະເໝີເມື່ອໃກ້ຮອດວັນເລືອກຕັ້ງ ໂດຍສະເພາະວັນເລືອກຕັ້ງຂອງສະຫະລັດອາເມຣິກາ ກໍຄືການແຜ່ລະບາດຂອງເວັບໄຊທີ່ນຳສະເໜີຂ່າວປອມ ແລະ ຂໍ້ມູນອັນບິດເບືອນໄປຈາກຄວາມຈິງ.

ດ້ວຍເຫດນີ້ເອງ ຈຶ່ງເຮັດໃຫ້ ເຊເລນາ ໂກເມຊ ປັອບສະຕາສາວ ຕັດສິນໃຈສົ່ງ Direct Message ທາງ Instagram ໄປຫາຊຸນດາ ພິໄຊ ຜູ້ບໍລິຫານຂອງ Google ບໍລິສັດ search engine ອັນດັບໜຶ່ງຂອງໂລກເພື່ອຂໍໃຫ້ເຂົາດຳເນີນການຍົກເລີກໂຄສະນາທີ່ມີການນຳສະເໜີຂໍ້ມູນບິດເບືອນ ແລະ ບໍ່ຖືກຕ້ອງກ່ຽວກັບການເລືອກຕັ້ງ ເຊິ່ງປາກົດຢູ່ເທິງເວັບໄຊ Google ຫຼື ເວັບໄຊອື່ນໆທີ່ມີຄວາມກ່ຽວຂ້ອງກັບທາງ Google ໂດຍຂໍ້ຄວາມທີ່ເຊເລນາສົ່ງໄປມີເນື້ອຫາດັ່ງນີ້:

“ສະບາຍດີຊຸນດາ ເຖິງແມ່ນວ່າເຮົາຈະບໍ່ເຄີຍພົບກັນມາກ່ອນ ແຕ່ຂ້ອຍຫາກໍຮູ້ວ່າ Google ເປັນເວັບໄຊທີ່ສ້າງເງິນໄດ້ຫຼາຍລ້ານໂດລາ ຈາກການໃຫ້ລົງໂຄສະນາທີ່ແຜ່ກະຈາຍເນື້ອຫາທີ່ມີການບິດເບືອນຂໍ້ມູນກ່ຽວກັບການເລືອກຕັ້ງຂອງພວກເຮົາ ຂ້ອຍຫວັງວ່າ ເຈົ້າຄົງຈະຮັບຮູ້ເລື່ອງນີ້ຄືກັນ ຂ້ອຍຢາກຂໍໃຫ້ເຈົ້າລຶບມັນອອກໄປດຽວນີ້ເລີຍ ເພາະຊະຕາກຳຂອງປະເທດເຮົາຂຶ້ນຢູ່ກັບມັນ”.

ແນວໃດກໍຕາມ ນີ້ບໍ່ແມ່ນຄັ້ງທຳອິດທີ່ເຊເລນາ ກະທຳການເຊັ່ນນີ້ ເມື່ອເດືອນກ່ອນເຊເລນາກໍຍັງໄດ້ສົ່ງຂໍ້ຄວາມໄປຫາ ມາກ ຊັກເກີເບີກ ຊີອີໂອຂອງ Facebook ແລະ ເຊີີິຣິວ ແຊນເບີກ ຜູ້ອຳນວຍການຝ່າຍປະຕິບັດການຂອງ Facebook ເພື່ອຂໍໃຫ້ພວກເຂົາແບນບັນດາຜູ້ໃຊ້ງານທີ່ສ້າງຄວາມກຽດຊັງ ແລະ ຄວາມຮຸນແຮງດ້ວຍການໃຊ້ຄຳເວົ້າ ລວມເຖິງການປ້ອນຂໍ້ມູນຂ່າວສານທີ່ບິດເບືອນ ແລະ ບໍ່ຖືກຕ້ອງໃນຊ່ອງທາງອອນລາຍຂອງພວກເຂົາ.

ທີ່ມາ: https://thestandard.co/selena-gomez-caht-ceo-to-remove-advertising-that-distorts-election-information/