Virgin Galactic ຮ່ວມມືກັບ NASA ກຽມທົດສອບຖ້ຽວບິນທ່ອງອາວະກາດ ຫວັງເປີດໃຫ້ບໍລິການໄດ້ແທ້ໃນຕົ້ນປີ 2021


ຄວາມຝັນທີ່ຢາກໄປທ່ຽວນອກໂລກຈະບໍ່ເປັນພຽງແຕ່ຄວາມຝັນອີກຕໍ່ໄປ ເມື່ອ Virgin Galactic ປະກາດທົດສອບຖ້ຽວບິນອາວະກາດໃນໄວໆນີ້, ຢ້ຳຄວາມພ້ອມການທ່ອງທ່ຽວອາວະກາດເຊີງພານິດສາມາດເປັນຈິງໄດ້.

 Virgin Galactic ບໍລິສັດເຕັກໂນໂລຊີອາວະກາດສັນຊາດອັງກິດ ທີ່ມີເປົ້າໝາຍໃນການໃຫ້ບໍລິການທ່ອງທ່ຽວອາວະກາດເຊີງພານິດ, ກໍ່ຕັ້ງໂດຍ Richard Branson ມະຫາເສດຖີລະດັບໂລກໄວ 70 ປີ ທີ່ເລີ່ມຕົ້ນກິດຈະການຄັ້ງທຳອິດເມື່ອ 16 ປີທີ່ແລ້ວ ໃນປີ 2004 ດ້ວຍການພັດທະນາຍານອາວະກາດອອກມາຢ່າງຕໍ່ເນື່ອງ, ບໍລິສັດດັ່ງກ່າວໄດ້ເຂົ້າສູ່ຕະຫຼາດຫຼັກຊັບ ເມື່ອຊ່ວງເດືອນຕຸລາປີທີ່ຜ່ານມາ ເປັນລາຍທຳອິດຂອງທຸລະກິດປະເພດນີ້ ໂດຍລາຄາຫຸ້ນມຸ່ງສູງຂຶ້ນຮອດ 300%.

ແຕ່ຍ້ອນສາເຫດຈາກມໍລະສຸມໂຄວິດ-19 ເຮັດໃຫ້ລາຄາຫຸ້ນຕົກລົງໄປແລ້ວກວ່າ 50%. ເຖິງຢ່າງໃດກໍຕາມ ນັ້ນກໍບໍ່ເປັນອຸປະສັກ ເພາະດ້ວຍການຮ່ວມມືກັບ NASA ໃນການພັດທະນາເສັ້ນທາງການບິນເພື່ອໃຫ້ມີປະສິດທິພາບຫຼາຍທີ່ສຸດ ເຮັດໃຫ້ຕອນນີ້ຄວາມຄືບໜ້າຂອງໂຄງການນັ້ນສຳເລັດເກືອບຈະ 100% ແລ້ວ.

ເມື່ອອາທິດກ່ອນນີ້ Virgin Galactic ໄດ້ແຈ້ງວ່າທຸກຢ່າງຈະເປັນໄປຕາມກຳນົດເວລາເກົ່າທີ່ໄດ້ວາງເອົາໄວ້, ໂດຍຖ້ຽວບິນອາວະກາດຖ້ຽວທຳອິດພ້ອມທີ່ຈະທົດສອບບິນແທ້ໃນຊ່ວງປາຍເດືອນຕຸລາ ເຖິງກາງເດືອນພະຈິກ. ເຖິງວ່າການກະກຽມຈະເປັນໄປຕາມແຜນ ແຕ່ກໍຍັງບໍ່ສາມາດຢືນຢັນວັນທີຂອງຖ້ຽວບິນທົດສອບນີ້ໄດ້ເທື່ອ ແລະ ຈະມີການອັບເດດວັນຢ່າງເປັນທາງການພາຍຫຼັງ.

ຖ້ຽວບິນທົດສອບໃນໄວໆນີ້ຖືວ່າເປັນຖ້ຽວບິນທຳອິດ ໃນສອງຖ້ຽວບິນທີ່ສາມາດວາງແຜນທົດສອບຍານອາວະກາດລະບົບ SpaceShip Two ໄດ້ສຳເລັດ ໂດຍການທົດສອບຄັ້ງນີ້ຈະມີນັກບິນພຽງ 2 ຄົນ ແລະ ຫຼັງຈາກນັ້ນການທົດສອບຄັ້ງທີ 2 ຈະມີຜູ້ຊ່ຽວຊານເພີ່ມມາອີກ 4 ຄົນໃນຫ້ອງໂດຍສານ. ດັ້ງນັ້ນ ຫາກການທົດສອບຖ້ຽວບິນ 2 ຮອບນີ້ປະສົບຜົນສຳເລັດ ທາງ Virgin Galactic ຄາດວ່າຈະພາຜູ້ກໍ່ຕັ້ງບໍລິສັດຢ່າງ Richard Branson ຜູ້ທີ່ເປັນບາດກ້າວສຳຄັນຂອງທຸລະກິດການທ່ອງທ່ຽວອາວະກາດເຊີງພານິດ ໄດ້ທ່ອງທ່ຽວຄັ້ງທຳອິດໃນປີ 2021.

ນອກຈາກນີ້ ສະຖາບັນວິໄຈຕາເວັນຕົກສຽງໃຕ້ໃຫ້ຂໍ້ມູນວ່າ Dr. Alan Stern ນັກວິທະຍາສາດດາວເຄາະກໍຈະເປັນອີກໜຶ່ງໃນກຸ່ມຄົນທຳອິດ ທີ່ຈະໄດ້ຮ່ວມຂຶ້ນບິນດ້ວຍ ຖືວ່າເປັນນັກວິໄຈພາກເອກະຊົນລາຍທຳອິດທີ່ບິນດ້ວຍເງິນລົງທຶນຂອງ NASA, ໂດຍທີ່ Dr. Alan Stern ໄດ້ໃຫ້ສຳພາດເພີ່ມຕື່ມວ່າ: “ການໄປເຮັດວຽກໃນອາວະກາດດ້ວຍຕົນເອງຄັ້ງທຳອິດຫຼັງຈາກທີ່ໃຊ້ເວລາຫຼາຍປີໃນການສົ່ງເຄື່ອງຈັກແທນ ຖືເປັນສິ່ງທີ່ຕ້ອງບັນທຶກໃນເຫດການຄັ້ງສຳຄັນຂອງການເຮັດອາຊີບຂອງຂ້ອຍ ແລະ ຂ້ອຍຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບຄັດເລືອກໃນຄັ້ງນີ້”.

ຜູ້ບໍລິຫານບໍລິສັດ Virgin Galactic ກ່າວວ່າເຂົາຮູ້ສຶກຕື່ນເຕັ້ນທີ່ NASA ໄດ້ເປີດໃຈຍອມຮັບຕະຫຼາດທຸລະກິດນີ້ ຜ່ານໂຄງການ Flight Opportunities ທີ່ປະສົບຜົນສຳເລັດຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການຂອງຄົນທົ່ວໂລກທີ່ມີຕໍ່ຖ້ຽວບິນການວິໄຈຄັ້ງນີ້. ການຖະແຫຼງຂ່າວຄັ້ງນີ້ ໄດ້ຮ່ວມກັບ NASA ແລະ ສະຖາບັນວິໄຈຕາເວັນຕົກສຽງໃຕ້ ຖືເປັນການເລີ່ມຕົ້ນໂອກາດໃໝ່ທີ່ຍິ່ງໃຫຍ່ ແລະ ສຳຄັນຢ່າງຍິ່ງຕໍ່ວົງການການທ່ອງທ່ຽວໃນອະນາຄົດ.

ລາຍລະອຽດໂດຍຫຍໍ້ຂອງການທ່ອງທ່ຽວອາວະກາດຄັ້ງນີ້ຈະມີຄ່າໃຊ້ຈ່າຍຢູ່ທີ່ປະມານ 2.5 ແສນໂດລາສະຫະລັດ ໃຊ້ເວລາປະມານ 90 ນາທີ, ໂດຍທີ່ຕອນນີ້ ໄດ້ມີລູກຄ້າຈຳນວນໜຶ່ງວາງມັດຈຳໄວ້ແລ້ວຫຼາຍຮ້ອຍກວ່າຄົນຈາກທົ່ວໂລກ ຄາດການໄວ້ວ່າຈະສາມາດເປີດໃຫ້ບໍລິການແທ້ໄດ້ ພາຍໃນຕົ້ນປີໜ້າ. ອີກຢ່າງໜຶ່ງທີ່ສຳຄັນ ການທ່ຽວອາວະກາດນັ້ນຕ້ອງອາໄສສຸຂະພາບຮ່າງກາຍທີ່ແຂງແຮງໃຫ້ພ້ອມສຳລັບການບິນ, ສະນັ້ນແລ້ວສຳລັບໃຜທີ່ສົນໃຈ ກຽມຮ່າງກາຍ ແລະ ກະເປົາເງິນໄວ້ໃຫ້ພ້ອມ ເພາະອີກບໍ່ດົນທ່ານອາດຈະໄດ້ເປັນຄົນທີ່ອັບຮູບ ແລະ ເຊັກອິນຢູ່ເທິງອາວະກາດອວດໝູ່ໆເທິງເຟສບຸກກໍເປັນໄດ້.

ທີ່ມາ: https://www.cnbc.com/2020/10/14/virgin-galactics-spaceflight-test-on-track-to-launch-this-fall.html?fbclid=IwAR1u_NQ-NY-ZVhHO1PrVGYZGyLqWYqbOZjwsL-6G4WwLWrRL_o_dd4qoqqs

https://www.facebook.com/Ryounoi100lan/photos/a.340037146041395/3685732364805173/

https://www.virgingalactic.com/