The last of us Remastered ເທິງ PS4 ໄດ້ອັບອັບເດດ ແລະ ລົດເວລາໃນການດາວໂຫລດລົງ 70%.

ເຖິງແມ່ນວ່າຈະເປັນເກມທີ່ເກົ່າແຕ່ Naughty Dogs ຍັງມີການປ່ອຍ Patch update 1.11 ໃຫ້ກັບ The Last of Us Remastered ເທິງ PS4 ເຊິ່ງຄັ້ງການອັບເດດຄັ້ງນີ້ ຊ່ວຍລົດໄລຍະເວລາໃນການໂຫລດເກມລົງໄດ້ກວ່າ 70% ໂດຍໃນ Patch note ບໍ່ມີລະບຸເຖິງການປ່ຽນແປງເລື່ອງນີ້ເລີຍ.

Account youtube EIAnalistaDebits ໄດ້ອັບໂຫລດວີດີໂອປຽບທຽບເວລາໂຫລດຂອງ The Last of Us Remastered ເວີຊັນເກົ່າທຽບກັບເວີຊັນໃໝ່ ເວລາໂຫລດ New Game ຕົ້ນເລື່ອງໃນເວີຊັນໃໝ່ໃຊ້ເວລາໄປ 0:13.86 ນາທີ ສ່ວນເວີຊັນເກົ່າໃຊ້ເວລາ 1:30.10 ນາທີ ຂະນະທີ່ການໂຫລດ Save Game ເວີຊັນໃໝ່ໃຊ້ເວລາ 0:13.86 ນາທີ ເວີຊັນເກົ່າໃຊ້ເວລາ 2:03 ນາທີ.

ຄາດວ່າການອັບເດດຄັ້ງນີ້ ຫນ້າຈະເອົາຮູບແບບການພັດທະນາເກມພາກສອງມາປະຍຸກໃຊ້ ເພາະໃນ The Last of Us Part 2 ເຮັດເວລາໃນການດາວໂຫລດໄດ້ດີຫລາຍ ເຊິ່ງການອັບເດດຄັ້ງນີ້ ອາດເຮັດໃຫ້ແຟນໆເກມ ຢາກກັບໄປຫລິ້ນພາກ 1 ຄືນອີກຄັ້ງ ເພາະໂຫລດໄວຂຶ້ນ ບໍ່ຫົວຮ້ອນເວລາຕາຍແລ້ວຕ້ອງຖ້າໂຫລດດົນໆອີກຕໍ່ໄປ.

ທີ່ມາ: https://www.blognone.com/node/119218