ຄາບອນອອກຈາກຮ່າງກາຍເຮົາແລ້ວໄປໃສ?


ເວລາເຮົາຫາຍໃຈເຂົ້າ ຮ່າງກາຍເຮົາໄດ້ຮັບອັອກຊີເຈນຈາກອາກາດ ແລະ ໃນທາງກົງກັນຂ້າມ ເມື່ອເຮົາຫາຍໃຈອອກ ຮ່າງກາຍກໍປ່ອຍຄາບອນອອກມາ ແລ້ວອາຍເຫຼົ່ານັ້ນໄປໃສຕໍ່? ຄາບອນຄົງຕົວຢູ່ໃນສິ່ງທີ່ມີຊີວິດທຸກຊະນິດ ເຊັ່ນ ໃນດິນ, ມະຫາສະໝຸດ, ອາກາດ ແລະ ກໍຢູ່ໃນຫີນທີ່ຢູ່ໃຕ້ດິນ.

ເວລາທີ່ພືດ ແລະ ສິ່ງທີ່ມີຊີວິດຕາຍ ຫຼື ດັບສູນລົງ ຄາບອນທີ່ພວກມັນສະສົມກໍຈະກັບຄືນສູ່ຊັ້ນບັນຍາກາດ ຈົນກວ່າຈະມີພືດຊະນິດໃໝ່ເກີດຂຶ້ນມາ ແລະ ດູດຊຶມເອົາຄາບອນເຫຼົ່ານັ້ນ.

ແຕ່ເມື່ອເວລາຜ່ານໄປ 100 ລ້ານກວ່າປີ ຄາບອນທີ່ຖືກເກັບຮັກສາໄວ້ໃນຕົ້ນໄມ້ທີ່ເກົ່າແກ່ ແລະ ໃນສິ່ງທີ່ມີຊີວິດໃນທ້ອງທະເລ ກໍກາຍມາເປັນກ້ອນຫີນ ແລະ ບາງສ່ວນກໍກາຍມາເປັນເຊື້ອໄຟຊາກດຶກດຳບັນ (fossil fuels) ເຊັ່ນ ຖ່ານຫີນ, ນໍ້າມັນ ແລະ ອາຍແກສທຳມະຊາດ. ເຫດການທາງທຳມະຊາດ ເຊັ່ນ: ພູໄຟລະເບີດ ໄດ້ເຮັດໃຫ້ຄາບອນທີ່ສະສົມໃນຫີນລະເບີດອອກມາ ແລະ ກິດຈະກຳຂອງມະນຸດ ເຊັ່ນ: ການເຜົາໄໝ້ນ້ຳມັນເຊື້ອໄຟຊາກດຶກດຳບັນ ກໍເຮັດໃຫ້ມີການປ່ອຍຄາບອນອອກມາເຊັ່ນດຽວກັນ.

ໃນປັດຈຸບັນ ແຕ່ລະປີ ມະນຸດເຮົາປ່ອຍຄາບອນອອກມາຫຼາຍກວ່າພູໄຟ 60 ເທົ່າ ເຊິ່ງເຮັດໃຫ້ ການໝຸນວຽນຂອງຄາບອນໃນຊັ້ນບັນຍາກາດ ແລະ ມະຫາສະໝຸດ ມີຫຼາຍເກີນຂະໜາດ.

ການທີ່ເຮົາປູກຕົ້ນໄມ້ຫຼາຍຂຶ້ນ ກໍສາມາດຊ່ວຍໄດ້ ແຕ່ປູກຕົ້ນໄມ້ພຽງຢ່າງດຽວບໍ່ສາມາດເຮັດໃຫ້ເຮົາກຳຈັດຄາບອນໄດ້ໝົດ (Net Zero). ວິທີດຽວທີ່ຈະຊ່ວຍຢຸດສະພາວະໂລກຮ້ອນໄດ້ແມ່ນ ເຮົາຕ້ອງຢຸດປ່ອຍຄາບອນເກີນຂະໜາດຂຶ້ນສູ່ອາກາດ.

Net Zero ແມ່ນຫຍັງ?

ໃນແຕ່ລະປີ ມະນຸດເຮົາປ່ອຍອາຍແກສເຮືອນແກ້ວຂຶ້ນສູ່ອາກາດ ປະມານ 55 ກິກກາໂຕນ. ສະນັ້ນ ເພື່ອຢຸດສະພາວະໂລກຮ້ອນ ເຮົາຕ້ອງລົດປະລິມານການປ່ອຍອາຍແກສເຮືອນແກ້ວຂຶ້ນສູ່ອາກາດ ໃຫ້ຢູ່ທີ່ສູນ.

ແຕ່ກໍເປັນເລື່ອງທີ່ທ້າທາຍຫຼາຍ ທີ່ຈະໃຫ້ແຕ່ລະປະເທດຢຸດເຊົາກິດຈະກຳທີ່ຈະສ້າງອາຍແກສເຮືອນແກ້ວທັງໝົດໂດຍທັນທີ ໂດຍສະເພາະປະເທດທີ່ໄດ້ສ້າງເສດຖະກິດຂອງຕົນເອງແບບບໍ່ໄດ້ມີຂໍ້ບັງຄັບຫຍັງມາແຕ່ຕົ້ນ, ດັ່ງນັ້ນແລ້ວ ເຮົາຈຶ່ງຄວນໃຊ້ວິທີທີ່ເອີ້ນວ່າ Net Zero. 

Net Zero ແມ່ນ ການທີ່ເຮົາປ່ອຍ ອາຍແກສເຮືອນແກ້ວຂຶ້ນສູ່ອາກາດໜຶ່ງໂມເລກູນ ແລ້ວເຮົາຕ້ອງເອົາອອກໜຶ່ງໂມເລກູນເຊັ່ນກັນ ເຮັດໃຫ້ປະລິມານການປ່ອຍອາຍແກສເຮືອນແກ້ວເທົ່າກັບສູນ. ມະນຸດເຮົາຕ້ອງດັດປັບ ແລະ ປ່ຽນແປງຫຼາຍໆຢ່າງ ໃນສະພາບການປັດຈຸບັນ ເພື່ອໃຫ້ບັນລຸ Net Zero ໂດຍການນໍາໃຊ້ຊັບພະຍາກອນໜ້ອຍລົງ ແຕ່ໃຫ້ມີປະສິດທິພາບຫຼາຍຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝກວ່າເກົ່າ ໃນອະນາຄົດ ເຊັ່ນ ການປັບປ່ຽນກິດຈະກຳທີ່ຈະກໍ່ໃຫ້ເກີດມີອາຍແກສເຮືອນແກ້ວ ດ້ວຍກິດຈະກຳທີ່ບໍ່ສ້າງອາຍແກສດັ່ງກ່າວ ແລະ ເຮົາກໍຕ້ອງຊອກວິທີເພື່ອເກັບກັກອາຍແກສເຫຼົ່ານັ້ນ ບໍ່ໃຫ້ຊຶມເຂົ້າສູ່ອາກາດ ແລະ ຕ້ອງເກັບກັກໄວ້ແບບຖາວອນ. ດັ່ງນັ້ນ Net Zero ຈຶ່ງເປັນກາລະໂອກາດທີ່ດີ ເພື່ອທີ່ເຮົາຈະມີອະນາຄົດທີ່ຍືນຍົງ.

ທີ່ມາ: