Among us ຖືກແຮັກ server ຜູ້ຫຼິ້ນສ່ວນຫຼາຍຖືກຂໍ້ຄວາມສະແປມໃນເກມ.


ຜູ້ຫຼິ້ນເກມ Among Us  ຈຳນວນຫຼາຍພົບບັນຫາສະແປມໃນລະບົບແຊັດຂອງເກມ ເຊີນຊວນໃຫ້ສະມັກຊ່ອງ YouTube ແລະ Discord ຂອງບຸກຄົນຊື່ Eris Loris ພ້ອມຂົ່ມຂູ່ວ່າຖ້າບໍ່ສະຫມັກຈະຖືກແຮັກເຄື່ອງ ນອກຈາກນີ້ຍັງມີຄຳໂຄສະນາທາງການເມືອງຄື Trump 2020 ຕິດມານຳອີກ.

ທາງ InnerSloth ທີມພັດທະນາເກມ Among Us ລະບຸວ່າຮັບຮູ້ບັນຫາການແຮັກຄັ້ງນີ້ແລ້ວ ໂດຍຈະແກ້ໄຂດ້ວຍການອັບເດດ Patch ຝັ່ງ Server ພ້ອມແນະນຳໃຫ້ຜູ້ຫຼິ້ນເລືອກຫຼິ້ນສະເພາະຫ້ອງ Privat ຫຼື ກັບຄົນທີ່ຮູ້ຈັກ ແລະ ເຊື່ອໃຈໄດ້ເທົ່ານັ້ນ.

Kotaku ຕິດຕໍ່ໄປຫາ Eris loris ໄດ້ຮັບຄຳຢືນຢັນວ່າເຂົາແຮັກລະບົບໄດ້ແທ້ ແລະ ຢາກລອງເບິ່ງວ່າຖ້າສົ່ງຂໍ້ຄວາມຫາຄົນຈຳນວນຫຼາຍແລ້ວຈະເກິດຫຍັງຂຶ້ນແດ່ ເຂົາຍັງວິຈານທີມພັດທະນາ Among Us ວ່າຕອນນີ້ເກມໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈົນເກີນທີ່ທີມພັດທະນາພຽງ 3 ຄົນສາມາດດູແລໄຫວ ເຫດການຄັ້ງນີ້ເຮັດໃຫ້ຕ້ອງຈ້າງຄົນເພິ່ມໄດ້ແລ້ວ ນອກຈາກນີ້ເຂົາກໍຍອມຮັບວ່າເປັນຜູ້ສະໜັບສະໜູນ Trump ຈື່ງໃສ່ຂໍ້ຄວາມສະໜັບສະໜູນລົງໄປດ້ວຍ.