WHO ຮ່ວມກັບ Wikimedia ນຳຂໍ້ມູນແລະຮູບພາບໃຫ້ໃຊ້ຟຣີ ເພື່ອຊ່ອຍກັນເຜີຍແຜ່ຂໍ້ມູນໂຄວິດ-19


ອົງກອນອະນາໄມໂລກ ຫຼື WHO ຮ່ວມກັບ Wikimedia Foundation ເຈົ້າຂອງວິກິພີເດຍ ໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ກ່ຽວກັບ Covid-19 ສາມາດໃຊ້ງານ Infographic, ຂໍ້ມູນຕົວອັກສອນ, ຮູບ ແລະ ວີດີໂອ ອອກໄປໄດ້ໂດຍບໍ່ຕິດລິຂະສິດເພາະຢູ່ພາຍໃຕ້ເງື່ອນໄຂ Commons Attribution-Share Alike.

ການຮ່ວມມືໃນຄັ້ງນີ້ລະບຸວ່າ ຂໍ້ມູນກ່ຽວກັບ Covid-19 ຕອນນີ້ມີບັນນາທິການອາສາສະມັກຫຼາຍກວ່າ 250,000 ຄົນເຂົ້າຮ່ວມສ້າງ ແລະ ແປຂໍ້ມູນເປັນພາສາຕ່າງໆ ປັດຈຸບັນມີບົດຄວາມກ່ຽວກັບ coronavirus ຫຼາຍກວ່າ 5,200 ບົດຄວາມໃນ 175 ພາສາ.

ນອກຈາກນີ້ຍັງມີແຫຼ່ງຮວບຮວມຮູບຂໍ້ມູນປອມກ່ຽວກັບ Covid-19 ເອົາໄວ້ນຳ ເຊັ່ນ: 5G ມີຜົນຕໍ່ Covid-19 ຫລື ກິນກະທຽມປົວໂຄວິດ… ເຊິ່ງຂ່າວພວກນີ້ເປັນຂ່າວປອມ ແລະການຮ່ວມມືນີ້ຈະເຮັດໃຫ້ມີແບບສຳເລັດຮູບໃຫ້ເອົາໄປໃຊ້ເຜີຍແຜ່ຟຣີ ປ້ອງກັນການແຜ່ລະບາດຂອງຂ່າວປອມ ແລະ ຈະເຮັດວຽກເພື່ອອັບເດດຂໍ້ມູນໃໝ່ໆເຂົ້າມາເລື່ອຍໆ.

ທີ່ມາ: https://www.blognone.com/node/119228