Klook ເປີດເທຣນການທ່ອງທ່ຽວແບບໃໝ່ຫຼັງໂຄວິດ-19


Klook ແພັດຟອມການຈອງກິດຈະກຳ ແລະ ບໍລິການດ້ານການທ່ອງທ່ຽວຊັ້ນນຳຂອງໂລກ ຈັບເທຣນທ່ອງທ່ຽວແບບໃໝ່ຫຼັງໂຄວິດ-19 ເປີດຕົວບໍລິການ Staycation ແລະ Klook Home ເພື່ອຕອບຮັບ New Normal ໃນການຟື້ນຟູທຸລະກິດການທ່ອງທ່ຽວ

Klook Staycation ມາຈາກຄຳວ່າ stay+vacation ທີ່ໃຫ້ບໍລິການໂຮງແຮມທີ່ພັກ ແລະ ບໍລິການເສີມຂອງໂຮງແຮມໃນລາຄາພິເສດຕອບຮັບເທຣນການທ່ອງທ່ຽວແບບໃໝ່ຫຼັງໂຄວິດ-19 ເຈາະກຸ່ມຊາວອາຊີຕາເວັນສຽງໃຕ້ ທີ່ຫາພັກຜ່ອນຕາມສະຖານທີ່ໃກ້ຄຽງ ແລະ ຕ້ອງການໃຊ້ເວລາຜ່ອນຄາຍໃນໂຮງແຮມຢ່າງເຕັມທີ່ ໂດຍບໍ່ຕ້ອງເຮັດກິດຈະກຳ ຫຼື ພົບປະຜູູ້ຄົນຈຳນວນຫຼາຍ

ໃນສ່ວນຂອງ Klook Home ກໍມີບໍລິການທີ່ຫຼາກຫຼາຍ ບໍ່ວ່າຈະເປັນຄລາສອອນລາຍຕ່າງໆ ເຊັ່ນກິດຈະກຳ DIY, ສອນເຮັດອາຫານ, ສອນອອກກຳລັງກາຍ ລວມໄປເຖິງທົວຈຳລອງ (Virtual Tours) ທີ່ຈະເຮັດໃຫ້ຜູ້ໃຊ້ບໍລິການສາມາດເຊື່ອມໂຍງກັບກິດຈະກຳທ່ອງທ່ຽວທົ່ວໂລກ ທີີ່ທຸກຄົນມັກໄດ້ບໍ່ວ່າທ່ານຈະຢູ່ໃສກໍຕາມ

Klook Staycation ແລະ Klook Home ຄືບໍລະການທີ່ຢູ່ໃນ Recovery Plan ຫຼື ແຜນການຟື້ນຟູ ທີ່ Klook ຕັ້ງໃຈນຳສະເໜີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ທີ່ມີຂໍ້ຈຳກັດດ້ານການທ່ອງທ່ຽວ ແລະ ເຮັດໃຫ້ລູກຄ້າຍັງເກີດແຮງບັນດານໃຈຈາກການທ່ອງທ່ຽວ ເຖິງແມ່ນວ່າຈະຍັງບໍ່ສາມາດເດີນທາງໄກໄປຕ່າງປະເທດໄດ້ກໍຕາມ. ຂ່າວດີຂອງຜູ້ທີ່ສົນໃຈກິດຈະກຳທົວຈຳລອງ ນັກທ່ອງທ່ຽວທຸກຄົນສາມາດທ່ອງໂລກໄດ້ໂດບໍ່ມີຄ່່າໃຊ້ຈ່າຍໄດ້ຟຣີ ໂດຍຕິດຕາມຕາຕະລາງເທິງເວັບໄຊຂອງ Klook http://www.klook.com/

ການທ່ອງທ່ຽວຫຼັງໂຄວິດໃນຮູບແບບໃໝ່ຫຼັງໂຄວິດ-19  ນັກທ່ອງທ່ຽວອາດຈະຕ້ອງການພຽງການທ່ອງທ່ຽວທີ່ຮຽບງ່າຍ ພຽງແຕ່ໄດ້ຂັບລົດໄປກັບໝູ່ ຫຼື ຄອບຄົວເປັນກຸ່ມນ້ອຍໆ ແລະ ໄດ້ພັກຜ່ອນໃນໂຮງແຮມ ຫຼື ທີ່ພັກທີ່ມີບັນຍາກາດຜ່ອນຄາຍ ຮອດຍາມແລງກໍຮັບປະທານອາຫານແຊບໆ ພ້ອມວິວແມ່ນ້ຳ ວິວພູ ຫຼື ວິວທົ່ງນາຂຽວໆທີ່ບໍ່ຄ່ອຍໄດ້ສຳຜັດ ແລະ ບວກກັບນັກທ່ອງທ່ຽວບໍ່ສາມາດເດີນທາງອອກໄປຕ່າງປະເທດໄດ້ Klook Staycation ແລະ Klook Home ຈຶ່ງເກີດມາເພື່ອຕອບຮັບເທຣນການທ່ອງທ່ຽວແນວໃໝ່ ໂດຍມອບປະສົບການໃຫ້ນັກທ່ອງທ່ຽວໄດ້ອອກມາປ່ຽນບັນຍາກາດການໃຊ້ຊີວິດ ແລະ ໄດ້ເກີດແຮງບັນດານໃຈໃນການເດີນທາງອີກຄັ້ງ

https://www.thansettakij.com/content/Life/437206