ນັກວິທະຍາສາດພົບແກ໊ສມີເທນ Methane ຈຳນວນມະຫາສານທີ່ຢູ່ໃຕ້ມະຫາສະໝຸດອາກຕິກ


ນັກວິທະຍາສາດຕົກໃຈ ພົບແກ໊ສມີເທນມະຫາສານທີ່ຫຼັບໄຫຼຢູ່ໃຕ້ທະເລອາກຕິກ ເລີ່ມຖືກປ່ອຍຂຶ້ນສູ່ຊັ້ນບັນຍາກາດ ເປັນການເລັ່ງບັນຫາໂລກຮ້ອນຮຸນແຮງກວ່າ ຄາຣ໌ບອນໄດອອກໄຊ (CO2)

ແກ໊ສມີເທນທີ່ເຄີຍຫຼັບຢູ່ໃຕ້ທະເລອາກຕິກ ໄດ້ເລີ່ມທີ່ຈະຕື່ນ ແລະ ເດີນທາງອອກສູ່ໂລກກວ້າງໃນພື້ນທີ່ເປັນເນີນລາດຊັນນອກຊາຍຝັ່ງໄຊບີເຣຍ. ແກ໊ສເຮືອນແກ້ວທີ່ເຂັ້ມຂຸ້ນນີ້ ໄດ້ຖືກກວດພົບໃນຊ່ວງຄວາມເລິກ 350 ແມັດໃນ Laptev Sea ໃກ້ກັບຣັດເຊຍ ສົ່ງຜົນໃຫ້ເກີດຄວາມກັງວົນໃນກຸ່ມນັກວິໄຈວ່າ ອາດຈະກໍ່ໃຫ້ເກີດການກະຕຸ້ນໃຫ້ເກີດການຕອບສະໜອງຕໍ່ສະພາບອາກາດແບບໃໝ່ ທີ່ເລັ່ງໃຫ້ເກີດພາວະໂລກຮ້ອນໄວຂຶ້ນ.

ຕະກອນໃນພື້ນທີ່ລາດຊັນຂອງອາກຕິກປະກອບດ້ວຍແກ໊ສມີເທນແຊ່ແຂງ ແລະ ແກ໊ສອື່ນໆ ປະລິມານຫຼາຍທີ່ເອິ້ນວ່າ “ໄຮເດຣດ” ເຊິ່ງແກ໊ສມີເທນມີປະສິດທິພາບເຮັດໃຫ້ເກີດຄວາມຮ້ອນໄດ້ຫຼາຍກວ່າ 80 ເທົ່າຂອງຄາບອນໄດອອກໄຊຕະຫຼອດຊ່ວງໄລຍະເວລາ 20 ປີທີ່ຜ່ານມາ.

ຈາກການສຳຫຼວດທາງທໍລະນີວິທະຍາດຂອງສະຫະລັດກ່ອນໜ້ານີລະບຸວ່າ ໄຮເດຣດທີ່ເປັນຕົວທຳລາຍສະຖຽນລະພາບຂອງອາກຕິກ ແລະ ເປັນໜຶ່ງໃນຕົວການທີ່ຮ້າຍແຮງທີ່ສຸດໃນການເຮັດໃຫ້ເກີດການປ່ຽນແປງຂອງສະພາບພູມອາກາດຢ່າງກະທັນຫັນ.

ທີມສຳຫຼວດກ່າວວ່າ ລະດັບແກ໊ສມີເທນທີ່ພື້ນຜິວສູງຫຼາຍເຖິງ 4-8 ເທົ່າຈາກທີ່ເຄີຍຄາດການໄວ້ ແລະ ແກ໊ສມີເທນເຫຼົ່ານີ້ກຳລັງລອຍອອກສູ່ຊັ້ນບັນຍາກາດ.

ທີມນັກວິໄຈທີ່ມີສະມາຊິກ 60 ຄົນເທິງເຮືອ Akademik Keldysh ເປັນຜູ້ທີ່ຢືນຢັນວ່າ ມີການປ່ອຍແກ໊ສມີເທນແລ້ວໃນພື້ນທີ່ລາດຊັນນອກຊາຍຝັ່ງ 600 ກິໂລແມັດ. ນັກວິໄຈພົບກັບເມກຟອງອາກາດທີ່ີປ່ອຍອອກມາຈາກຕະກອນໃນພື້ນທີ່ລາດຊັນຄວາມຍາວ 150 ກິໂລແມັດແລະ ກວ້າງ 10 ກິໂລແມັດ.

ໃນຂະນະທີ່ Laptev Sea ທີ່ມີຄວາມເລິກ 300 ແມັດພົບວ່າມີແກ໊ສມີເທນປະລິມານເຂັ້ມຂຸ້ນສູງເຖິງ 1,600 ນາໂນໂມລ/ລິດ ເຊິ່ງສູງກວ່າທີ່ເຄີຍຄາດການໄວ້ 400 ເທົ່າ ຫາກທະເລ ແລະ ຊັ້ນບັນຍາກາດຢູ່ໃນສະພາວະສົມດຸນ.

ໃນຊ່ວງເດືອນມັງກອນເຖິງເດືອນມິຖຸນາ ອຸນຫະພູມຢູ່ໃນປະເທດໄຊບີເຣຍສູງຫຼາຍກວ່າຄ່າສະເລ່ຍ 5 ອົງສາ ເຊິ່ງມີຄວາມຜິດປົກກະຕິທີ່ເກີດຂຶ້ນຈາກການປ່ອຍຄາບອນໄດອອກໄຊ ແລະ ມີເທນໂດຍມະນຸດ.

ທີ່ມາ: https://www.facebook.com/environman.th/posts/3162550700540022