ສັນຍານ Wi-Fi ທີ່ເຮົາມັກໃຊ້ ທ່ານອາດຈະຍັງບໍ່ຮູ້ວ່າມາຈາກໃສ?


ໂລກທຸກວັນນີ້ ເປັນໂລກແຫ່ງຍຸກໂລກາພິວັດທີ່ມີການນຳໃຊ້ອິນເຕີເນັດໃນທຸກໆກິດຈະກຳໃນຊີວິດເຮົາ  ທຸກຢ່າງແມ່ນຕ້ອງກ່ຽວຂ້ອງກັບວ່າ ອິນເຕີເນັດ ແລະ ອອນລາຍໝົດທັງນັ້ນບໍ່ວ່າຈະກິດຈະກຳໃນຊີວິດປະຈຳວັນ, ການຮຽນ, ການເຮັດວຽກ, ການຕິດຕໍ່ສື່ສານ, ເບິ່ງໜັງ, ຟັງເພງ ຫຼື ລວມໄປເຖິງການຊື້ສິນຄ້າຕ່າງໆ.

ນອກຈາກເຄືອຂ່າຍໂທລະສັບທີ່ຫຼາຍຄົນຄົນຄຸ້ນເຄີຍ ຍັງມີອີກເຄືອຂ່າຍໜຶ່ງທີ່ເຮົາມັກເຊື່ອມຕໍ່ບໍ່ໜ້ອຍ ຮູບແບບເຄືອຂ່າຍທີ່ວ່ານັ້ນກໍຄື WiFi

ແລ້ວ Wi-Fi ແມ່ນຫຍັງ?

WiFi (ຫຼື Wi-Fi) ຫຍໍ້ມາຈາກ Wireless Fidelity ເຊິ່ງ WiFi ເປັນເຕັກໂນໂລຊີເຄືອຂ່າຍໄຮ້ສາຍ ມາດຕະຖານ IEEE 802.22 ທີ່ອະນຸຍາດໃຫ້ຄອມພິວເຕີ, ໂທລະສັບມືຖືສະມາດໂຟນ, ໄອແພດ ແລະ ອຸປະກອນອື່ນໆ ສາມາດສື່ສານຜ່ານສັນຍານໄຮ້ສານໄດ້ 

ໂດຍທຳອິດ Wi-Fi ຖືກອອກແບບມາເພື່ອໃຊ້ສຳລັບອຸປະກອນພົກພາຕ່າງໆ ແລະ ໃຊ້ເຄືອຂ່າຍ LAN ເທົ່ານັ້ນ ແຕ່ປັດຈຸບັນນິຍົມໃຊ້ Wi-Fi ເພ່ືອເຊື່ອມຕໍ່ກັບອິນເຕີເນັດ ໂດຍອຸປະກອນພົກພາຕ່າງໆສາມາດເຊື່ອມກັບອິນເຕີເນັດໄດ້ຜ່ານອຸປະກອນທີ່ເອີ້ນວ່າ Access Point ແລະ ບໍລິເວນທີ່ລະຍະການເຮັດວຽກຂອງ Access Point ກວມເອົາເຊິ່ງເອີ້ນວ່າຮອດສະປອດ (Hotspot)

ຄຳວ່າ WiFi ເປັນຊື່ທີ່ຕັ້ງແທນຕົວເລກ IEEE 802.11 ເຊິ່ງງ່າຍໃນການຈື່ຈຳ ໂດຍການນຳເຄື່ອງຂະຫຍາຍສຽງ Hi-Fi ເຊິ່ງປັດຈຸບັນເປັນຄຳຫຍໍ້ຂອງ Wireless Fidelity.
ທີ່ຈິງແລ້ວ ສັນຍານ Wi-Fi ກໍຄືກັບສັນຍານວິທະຍຸຄວາມຖີ່ສູງທີ່ມີການຄວບຄຸມຄວາມຖີ່ຂອງສະຖານີມາດຕະຖານ, Wi-Fi ກໍເຊັ່ນດຽວກັນ ສ່ວນປະກອບອິເລັກໂທນິກທີ່ປະກອບກັນເປັນເຄືອຂ່າຍໄຮ້ສາຍ ທີ່ຢູ່ທີ່ມາດຕະຖານ 802.11 ມາດຕະຖານທີ່ກຳນົດໂດຍສະຖາບັນວິສະວະໄຟຟ້າ ແລະ ອິເລັກໂຕນິກ ( ຫຼື IEEE) ແລະ Wi-Fi Alliance ຜູ້ທີ່ເປັນຄົນທີ່ຖືເຄືີ່ອງໝາຍການຄ້າຊື່ Wi-Fi ແລະ ໄດ້ຮັບຍົກຍ້ອງເປັນເຕັກໂນໂລຊີທີ່ເອີ້ນວ່າ WLAN ເຊິ່ງໃຊ້ສຳລັບເຄືອຂ່າຍໄຮສາຍໃນພື້ນທີ່

ແລ້ວ Wi-Fi ເຮັດວຽກແນວໃດ?

ເຣົາເຕີ (Router) ເປັນອຸປະກອນສຳຄັນໃນເຄືອຂ່າຍໄຮ້ສາຍ ສະເພາະເຣົາເຕີທີ່ເຊື່ອມທາງກາຍຍະພາບກັບອິນເຕີເນັດ ໂດຍໃຊ້ສາຍເຄເບິນອີເທີນໍ (eternal cable) ເຣົາເຕີຈະອອກອາກາດສັນຍານວິທະຍຸຄວາມຖີ່ສູງເຊິ່ງຈະນຳໄປຍັງອຸປະກອນ ແບບດຽວກັນກັບທີ່ສາມາດປັບສັນຍານຄື້ນວິທະຍຸຜ່ານຄື້ນໄດ້ ອຸປະກອນທີ່ໃຊ້ກໍຈະສາມາດຮັບສັນຍານທີ່ເຊື່ອມຕໍ່ກັບອິນເຕີເນັດຜ່ານທາງອາກາດ.

ອະແດັບເຕີ (Adapter) ໃນອຸປະກອນໃດກໍຕາມທີ່ຜູ້ໃຊ້ ຈັບແລະອ່ານສັນຍານຈາກເຣົາເຕີ ແລະ ສົ່ງຂໍ້ມູນໄປຍັງເຣົາເຕີຂອງຜູ້ໃຊ້ ແລະ ເຂົ້າສູ່ອິນເຕີເນັດ. Transmission ເຫຼົ່ານີ້ເອີ້ນວ່າກິດຈະກຳຕົ້ນນ້ຳ ແລະ ປາຍນ້ຳເຊິ່ງຈະມີທັງຜູ້ສົ່ງແລະຜູ້ຮັບນັ້ນເອງ

ໃຜເປັນຜູ້ຄິດຄົ້ນ Wi-Fi?

ຈຸດເລີ່ມຕົ້ນຂອງເຕັກໂນໂລຊີ Wi-Fi ຖືກຄິດຄົ້ນໃນປີ 1992 ໂດຍສະຖາບັນວິສະວະໄຟຟ້າ ແລະ ອິເລັກໂຕນິກ (IEEE). ທຳອິດດ້ວຍມາດຕະຖານຄວາມປອດໄພຕ່ຳ ຈາກນ້ັນ IEEE ຈຶ່ງຈັດຕັ້ງຄະນະພັດທະນາປັບປຸງຂຶ້ນຫຼາຍກຸ່ມ ໂດຍໄດ້ຮັບການຍອມຮັບຢ່າງເປັນທາງການວ່າໄດ້ມາດຕະຖານໄດ້ແກ່ກຸ່ມ 802.11a , 802.11b ແລະ 802.11g

ວິກເຮ (Vic Hayes) ຜູ້ເປັນປະທານຂອງ IEEE 802.11 ເປັນເວລາ 10 ປີ ແລະ ຖືກຂະໜານນາມວ່າເປັນ ບິດາແຫ່ງ Wi-Fiເຊິ່ງທ່ານໄດ້ສ້າງມາດຕະຖານ 802.11 ໃນປີ 1997 ກ່ອນທີ່ສາທາລະນະໄດ້ຍິນກ່ຽວກັບ WiFi Hayes ໄດ້ກຳນົດມາດຕະຖານທີ່ເຮັດໃຫ້ Wi-Fi ເປັນໄປຕາມມາດຕະຖານ  802.11

ໃນຊ່ວງເລີ່ມຕົ້ນ ປະສິດທິພາບການໃຊ້ງານຍັງຕຳ່ ໂດຍມີຄວາມໄວໃນການໃຊ້ງານພຽງແຕ່ 1-2 Mbps ເຊິ່ງຕໍ່ມາມີການພັດທະນາມາດຕະຖານຂຶ້ນເລື້ອຍໆ ທັງດ້ານຄວາມໄວ, ລັດສະໝີສັນຍານ ແລະ ຄວາມປອດໄພ ໂດຍຖືກນຳມາໃຊ້ຢ່າງແພ່ຫຼາຍບໍ່ວ່າຈະພາກລັດ ແລະ ເອກະຊົນທົ່ວໄປໃນຫຼາຍປະເທດຕັ້ງແຕ່ປີ 1999

ປີ 1999,​ Wi-Fi Alliance ຖືກຈັດຕັ້ງເປັນສະມາຄົມການຄ້າ ແລະ ເປັນເຈົ້າຂອງເຄື່ອງໝາຍການຄ້າ Wi-Fi ເຊິ່ງຜະລິດຕະພັນສ່ວນໃຫຍ່ທີ່ໃຊ້ Wi-Fi  ຈະມີເຄື່ອງໝາຍນີ້ ແລະ Wi-Fi Alliance ໄດ້ໃຫ້ນິຍາມ Wi-Fi  ວ່າໝາຍເຖິງ: ຊຸດຜະລິດຕະພັນທີ່ສາມາດເຮັດວຽກໄດ້ຕາມມາດຕະຖານເຄືອຂ່າຍຄອມພິວເຕີແບບໄຮ້ສາຍ (ແລນໄຮ້ສາຍ) ເຊິ່ງຢູ່ເທິງມາດຕະຖານ 802.11

ສະຫຼຸບແລ້ວ,​ ເນື່ອງຈາກແລນໄຮ້ສາຍທີ່ທັນສະໄໝສ່ວນໃຫຍ່ຈະຂຶ້ນກັບມາດຕະຖານຂ້າງເທິງ ຄຳວ່າ Wi-Fi  ຈຶ່ງຖືກນຳມາໃຊ້ໃນພາສາອັງກິດທົ່ວໄປໂດຍພ້ອງສຳລັບ ແລນໄຮ້ສາຍ ຄຳເກົ່າ. ຈາກປີ 1992 ມາຮອດທຸກມື້ນີ້ Wi-Fi ມີການພັດທະນາມາດຕະຖານຂຶ້ນຫຼາຍເທົ່າ ເອີ້ນໄດ້ວ່າມີການພັດທະນາຢ່່າງກ້າວກະໂດດໃນທຸກປີ

ໃຜເປັນເຈົ້າຂອງສິດທິບັດ WLAN?

ສິດທິບັດທີ່ສຳຄັນສຳລັບເຕັກໂນໂລຊີ Wi-Fi ທີ່ໄດ້ຮັບຄະດີຟ້ອງດ້ານສິດທິບັດ ແລະ ໄດ້ຮັບການຍອມຮັບເປັນຂອງ Commonweath Scientific Organization Research Organization (CSIRO) ແຫ່ງປະເທດອົດສະຕາລີ.

CSIRO ຄິດຄົ້ນຊິບທີ່ປັບປຸງຄຸນນະພາບສັນຍານຂອງ Wi-Fi ຫຼາຍທາງ ແລະ CSIRO ໄດ້ໃຫ້ກຽດແກ່ຜູ້ປະດິດໃນການສ້າງເຕັກໂນໂລຊີນີ້ຄື ທີມວິໄຈຈາກປະເທດອົດສະຕາລີ ນຳໂດຍທ່ານ Dr.O’Sullivan, ດຣ.ຈອນສັນລິແວນ, ເທີຣີເພີຊິວານນາຍ, Diet Ostry, Granham Daniels ແລະ Mr. John Deane

ທີ່ມາ:

https://www.longtunman.com/4469

https://th.eferrit.com/%E0%B9%83%E0%B8%84%E0%B8%A3%E0%B9%80%E0%B8%9B%E0%B9%87%E0%B8%99%E0%B8%9C%E0%B8%B9%E0%B9%89%E0%B8%84%E0%B8%B4%E0%B8%94%E0%B8%84%E0%B9%89%E0%B8%99-wifi/

https://sites.google.com/site/wifi100940/home

https://sites.google.com/site/wifi100940/thima-lae-khwam-sakhay/watthuprasngkh/wifi