ໂຕມິງເກືອບໝື່ນໂຕ ຕາຍດ້ວຍການຕິດເຊື້ອໂຄວິດ-19ຈາກພະນັກງານໃນຟາມຢູ່ສະຫະລັດອາເມລິກາ


ສັດຕະວະແພດປະຈຳລັດຍູທາ ແຫ່ງສະຫະລັດອາເມຣິກາ ເຜີຍວ່າພົບໂຕມິງເກືອບ 10,000 ໂຕໃນຟາມຂົນສັດ 9 ແຫ່ງທົ່ວລັດຕາຍໃນຊ່ວງສອງອາທິດທີ່ຜ່ານມາ.

ຊ່ອງຂ່າວ  NBC  ລາຍງານຄໍາເວົ້າຂອງ ເທເລີ້ ເມື່ອວັນສຸກວ່າເຈົ້າໜ້າທີ່ກວດພົບໄວຣັສໃນສັດຢູ່ສະຫະລັດອາເມຣິກາເມື່ອຕົ້ນເດືອນສິງຫາ ຫຼັງຄົນງານໃນຟາມສັດມີຜົນກວດໂຣກໂຄວິດ-19 ເປັນບວກບໍ່ດົນປານໃດ ເຊິ່ງບັນດານັກວິໄຈຄາດວ່າສິ່ງມີຊີວິດດັ່ງກ່າວທີ່ຖືກລ້ຽງເພື່ອນຳຂົນມາຜະລິດເປັນສິນຄ້າທີ່ຫຼູຫຼາ ແຕ່ຜັດມາຕິດເຊື້ອໄວຣັສຈາກມະນຸດ.

ງານວິໄຈທັ້ງໝົດລະບຸວ່າບໍ່ພົບການແຜ່ກະຈາຍເຊື້ອໄວຣັສຈາກ ມິງສູ່ມະນຸດ ຟາມທຸກແຫ່ງທີ່ພົບໂຣກໂຄວິດ-19 ລະບາດໃນຝູງມິງຖືກສັ່ງກັກກັນ.

ປັດຈຸບັນລັດກຳລັງເຮັດວຽກຮ່ວມກັບສູນຄວບຄຸມ ແລະ ປ້ອງກັນໂຣກ ( CDC ), ກະຊວງກະສິກຳສະຫະລັດອາເມຣິກາ ( USDA ) ແລະ ໜ່ວຍງານອື່ນໆເພື່ອຈັດຫາອຸປະກອນປ້ອງກັນເພິ່ມເຕີມ, ການຝຶກອົບຮົມໃຫ້ພຽງພໍສຳຫຼັບພະນັກງານໃນຟາມໂຕມິງ.

ເທເລີ້ ເຕືອນວ່າການປ້ອງກັນເຫດລະບາດໂຣກໂຄວິດ-19 ໃນຝູງໂຕມິງບໍ່ແມ່ນເລື່ອງງ່າຍແຕ່ການຢຸດຕິການລະບາດໃນທັນທີນັ້ນຍາກຍິ່ງກວ່າ.

ລາຍງານການປ່ວຍໂຣກໂຄວິດ-19 ຂອງມິງຖືກພົບໃນຫຼາຍປະເທດ ລວມເຖິງເດນມາກ, ເນເທີ້ແລນ ແລະ ສະເປນ ໂດຍໃນເດືອນມິຖຸນາໜ່ວຍງານໃນເທດເຫຼົ່ານີ້ໄດ້ສັງຫານມິງຫຼາຍແສນໂຕດ້ວຍການຮົມຄວັນ ເນື່ອງຈາກກັງວົນວ່າໂຕມິງອາດເປັນຕົ້ນຕໍການແຜ່ກະຈາຍໄວຣັສໄປຍັງສັດລ້ຽງອື່ນໃນຟາມຮວມເຖິງມະນຸດ.

ຂະນະນີ້ຍັງບໍ່ມີຫຼັກຖານບົ່ງຊີ້ວ່າພວກສັດ ລວມເຖິງມິງມີບົດບາດສຳຄັນໃນການແຜ່ໄວຣັສໂຄໂລນ່າສາຍພັນໃໝ່ໄປສູ່ມະນຸດ ເຖິງຢ່າງໃດກໍຕາມມະນຸດທີ່ຕິດເຊື້ອໄວຣັສສາມາດແພ່ກະຈາຍໄປສູ່ໂຕມິງ ແລະ ສັດອື່ນໆໄດ້ຈື່ງຂໍແນະນຳໃຫ້ຜູ້ຕ້ອງສົງໄສ ຫຼື ໄດ້ຮັບຜົນຢືນຢັນວ່າຕິດເຊື້ອໃຫ້ຫຼີກຫຼ່ຽງການສຳຜັດກັບສັດລ້ຽງ.

ຄະນະກຳມາທິການການຂົນສັດແຫ່ງລະຫະລັດອາເມຣິກາ ( Fur Commission USA ) ເຊິ່ງເປັນສະມາຄົມຜູ້ລ້ຽງມິງທີ່ໃຫຍ່ທີ່ສຸດຂອງປະເທດ ລະບຸວ່າສະຫະລັດອາເມຣິກາມີຟາມມິງຢ່າງນ້ອຍ 245 ແຫ່ງໃນ 22 ລັດ.

ຫມາຍເຫດ: ໂຕມິງ (Mink) ເອີ້ນຕາມສື່ພາສາອັງກິດ ພາສາໄທເອີ້ນວ່າ ພຽງພອນ ເປັນສັດລ້ຽງລູກດ້ວຍນົມໃນຕະກຸນ Mustela ຈຳພວກດຽວກັບໂຕ ວີເຊລ (Weasel) ແລະເຟີເຣັດ (Ferret) ທີ່ມັກເຫັນໃນກາຕູນເດັກນ້ອຍ. ເມື່ອກ່ອນມິງເປັນສັດທີ່ຖືກລ່າເອົາມາເຮັດເສື້ອຜ້າຂົນສັດ ແລະປັດຈຸບັນການລ່າຫລຸດລົງ ແຕ່ຖືກຈັບມາເພາະພັນແລະລ້ຽງເອົາຂົນໄປເຮັດເສື້ອຜ້າແທນ.

ທີ່ມາ: https://www.sanook.com/news/8271895/