ຄວາມຝັນແຟນໆ Harry Potter ເປັນຈິງ!ນັກອອກແບບຊາວບຣາຊິວສ້າງລົດຖີບໄຟຟ້າລໍ້ດຽວທີ່ເບາະນັ່ງເປັນກ້ານຟອຍພໍ່ມົດແມ່ມົດ


ນັກອອກແບບຊາວບຣາຊິວອອກໄອເດຍສ້າງລົດຖີບໄຟຟ້າລໍ້ດຽວເທິງກ້ານຟອຍ ປານວ່າໄດ້ຂີ່ກ້ານຟອຍເຫາະທີ່ຫຼຸດອອກມາຈາກຮູບເງົາເລື່ອງ Harry Potter ທີ່ເຮົາສາມາດຊື້ໄດ້ແທ້.

ຕອນຍັງເປັນເດັກນ້ອຍ ເຮົາອາດຈະເບິ່ງວ່າການຂີ່ກ້ານຟອຍ ເຫາະຄືໃນຮູບເງົານັ້ນເປັນພຽງຈິນຕະນາການ ແຕ່ຕອນນີ້ມັນກາຍເປັນຄວາມຈິງແລ້ວ! ແຟນໆແຮຣີ ພັອດເຕີ ຕ້ອງຖືກໃຈສິ່ງນີ້ ຂີ່ແລ້ວປານວ່າຫຼຸດເຂົ້າໄປໃນໂຮງຮຽນເວດມົນຮວັອກວອຣ໌ດເລີຍ!

ນັກອອກແບບຊາວບຣາຊິວ Alessandro Russo Silveira ໄດ້ນຳສິ່ງທີ່ເບິ່ງຄືເປັນເວດມົນຢ່າງກ້ານຟອຍພໍ່ມົດແມ່ມົດມາຮວມເຂົ້າກັບ Unicycle ຫຼື ລົດຖີບໄຟຟ້າລໍ້ດຽວທີ່ຕ້ອງອາໄສການຊົງຕົວຈົນກາຍເປັນ “ກ້ານຟອຍວິເສດ” ທີ່ເຮັດຈາກເຫຼັກກ້າຄາບອນ ທີ່ຊ່ວຍເພີ່ມຄວາມແຂງແຮງ ແຕ່ບໍ່ຕ້ອງກັງວົນວ່າມັນຈະແຂງເກີນໄປສຳຫຼັບການນັ່ງ ເພາະວ່າມີເບາະສຳລັບໃຫ້ນັ່ງ.

ໂຕກ້ານຟອຍອອກແບບມາໃຫ້ສາມາດຖອດ ແລະໃສ່ກັບເຂົ້າໄປທາງເທິງຂອງລົດຖີບໄຟຟ້າໄດ້ ແລະ ຈະມີໂຄງຊ່ວຍຮັບນ້ຳໜັກ. ການຂັບຂີ່ລົດຖີບກ້ານຟອຍນີ້ ເບິ່ງຄືບໍ່ຫຍຸ້ງຍາກ ຫຼື ຊັບຊ້ອນເລີຍ ພຽງແຕ່ອຽງໂຕໄປທາງໜ້າເພື່ອເລັ່ງຄວາມໄວ ແລະ ເອນກັບມາທາງຫຼັງເພື່ອເບກ.

ທີ່ມາ: https://www.facebook.com/environman.th/posts/3158095827652176