ໃນຊ່ວງເວລາທີ່ໂລກກຳລັງຂັບເຄື່ອນໄປຂ້າງໜ້າເຂົ້າສູ່ຍຸກດິຈິຕອນຂຶ້ນເລື້ອຍໆ ຍຸກທີ່ຫຼາກຫຼາຍບໍລິສັດພະຍາຍາມແຂ່ງກັນໃນດ້ວຍເຕັກໂນໂລຊີ ຜູ້ຄົນກຳລັງເສບຂໍ້ມູນກັນຜ່ານໂລກອອນລາຍເປັນກິດຈະວັດປະຈຳວັນ ແຕ່ປາກົດວ່າໃນປີ 2020 ຜົນຜະລິດຍຸກແອນາລັອກຢ່າງປຶ້ມ ກັບມາແຮງແຊງທາງໂຄ້ງ ກາຍເປັນທີ່ນິຍົມຈົນໜ້າປະຫຼາດໃຈ.
ຈາກການສຳຫຼວດໂດຍ ຄຣິສເທນ ແມຄລີນ ແຫ່ງ NPD ບໍລິສັດສຶກສາຕະຫຼາດພົບວ່າ ຍອດຂາຍຂອງໜັງສືພິມເພີ່ມຂຶ້ນເກືອບ 7% ໂດຍປຶ້ມປະເພດ blacklist (ປຶ້ມທີ່ເກົ່າກວ່າ 1 ປີ) ເພີ່ມຂຶ້ນຈາກ 64% ໃນປີ 2019 ເປັນ 68% ໃນປີ 2020 ໂດຍຜູ້ຄົນມັກຈະຫັນມາຊື້ປຶ້ມທາງອອນລາຍຫຼາຍຂຶ້ນ ແລະ ທັງໝົດນີ້ຈະເຮັດໃຫ້ຕະຫຼາດຂອງວົງການສິ່ງພິມຂະຫຍາຍຂຶ້ນກວ່າ 27% ຫຼັງຈາກທີ່ E-Book ກາຍເປັນຜູ້ຄອງຕະຫຼາດມາໂດຍຕະຫຼອດຕັ້ງແຕ່ປີ 2004 ເປັນຕົ້ນມາ.

ໂດຍບໍລິສັດ NPD ໄດ້ເຮັດການວິເຄາະເຖິງປາກົດການຂອງປຶ້ມທີ່ເກີດຂຶ້ນໃນປີ 2020 ວ່າ ສ່ວນໜຶ່ງເກີດຈາກການລະບາດຂອງໂຄວິດ-19 ທີ່ເຮັດໃຫ້ຫຼາຍຄົນຕ້ອງກັກໂຕຢູ່ບ້ານ ແລະ ດ້ວຍຄວາມເບື່ອໜ່າຍຈາກຈໍຄອມພິວເຕີ ແລະ ໂທລະສັບມືຖືສະມາດໂຟນຈົນເກີນໄປ ປຶ້ມຈຶ່ງເປັນອີກທາງເລືອກໜຶ່ງໃນການເສບຂໍ້ມູນຂອງຊ່ວງປີທີ່ຜ່ານມາ.
ອີກສ່ວນທີ່ຈະລະເລີຍບໍ່ໄດ້ຄື ປຶ້ມ blacklist ໄປຈົນເຖິງປຶ້ມຄລາສສິກປະເພດຕ່າງໆທີ່ກັບມາເປັນກະແສອີກຄັ້ງ ຫຼັງຈາກທີ່ປຶ້ມໃຊ້ເວລາພິສູດຕົວຕົນມາດົນຈົນເຖິງເວລາທີ່ຜູ້ຄົນເລີ່ມຈັບຂຶ້ນມາອ່ານຫຼາຍຂຶ້ນ ຫຼັງມີການແນະນຳໜັງສືເຫຼົ່ານີ້ຫຼວງຫຼາຍໃນໂລກອັອບລາຍ ແລະ ອອນລາຍ.

ດ້ວຍເຫດນີ້ ຈຶ່ງເປັນເລື່ອງທີ່ໜ້າຕິດຕາມຕໍ່ໄປວ່າ ດ້ວຍເຕັກໂນໂລຊີການສັ່ງຊື້ປຶ້ມອອນລາຍທີ່ແສນສະດວກສະບາຍ ແລະ ກະແສການອ່ານປຶ້ມທີ່ກັບມາຢູ່ໃນສັງຄົມອີກຄັ້ງ ຈະນຳພາຊຸດຄວາມຮູ້ແບບແອນາລັອກເຊັ່ນນີ້ໄປຢູ່ຈຸດໃດໃນອະນາຄົດຂ້າງໜ້າ.
ພາບ: fredmarriage, epicantus, chuttersnap,
ທີ່ມາ:
- https://www.facebook.com/adaybulletin/photos/a.267853132346/10158620530692347/
- https://www.economist.com/the-world-ahead/2020/11/17/will-2021-be-another-strong-year-for-books?fbclid=IwAR1SR39Uz0MiyCEoZNpwgrBUdONTcF-xUzbqORHaJsa9suWohn9yvrRdQwA