ມາຮູ້ຈັກ ບໍ່ນໍ້າຮ້ອນປຸ່ງເລາະ ເກີດທ່າມກາງນໍ້າເຢັນ ໃນເມືອງເມິງ ແຂວງບໍ່ແກ້ວ


ບໍ່ນ້ຳຮ້ອນປຸ່ງເລາະ ແຂວງບໍ່ແກ້ວ ເປັນບໍ່ນໍ້າຮ້ອນທີ່ເກີດທ່າມກາງນໍ້າເຢັນ ເຊິ່ງເປັນສິ່ງມະຫັດສະຈັນອີກຢ່າງໜຶ່ງ ທີ່ທໍາມະຊາດໄດ້ສ້າງຂຶ້ນມາ, ມີຕໍານານກ່າວຂານກັນວ່າ: ໃນສະຖານທີ່ເຮົາຈະເຫັນທັງວິຖີຊີວິດ ລວມທັງວັດທະນະທໍາຂອງຊົນເຜົ່າອາຄາ ແລະ ເຜົ່າມູເຊີ ອີກດ້ວຍ.

ຄວາມໝາຍ ປຸ່ງເລາະນັ້ນ ແມ່ນປະຊາຊົນເຂດດັ່ງກ່າວບອກວ່າ: ເມື່ອກ່ອນສະຖານທີ່ນີ້ມີປຸງ (ບໍ່ນໍ້າ) ໂດຍມີສັດປາມັກລົງອາໄສຢູ່ເປັນຈໍານວນຫຼວງຫຼາຍ. ໃນຂະນະທີ່ຊາວບ້ານເອງ ກໍໄດ້ຊອກຢູ່ທໍາມາຫາກິນເຂດນີ້, ຖ້າໄດ້ສັດກໍຈະເອົາລົງມາຈຸ່ມໃນບໍ່ນໍ້າຮ້ອນດັ່ງກ່າວ ເພື່ອຈະໄດ້ລອກໜັງ ຫຼືຂົນອອກ ຈຶ່ງເອີ້ນວ່າ ”ປຸງເລາະ” ແຕ່ວ່າຊົນເຜົ່າທີ່ອາໄສຢູ່ເຂດນັ້ນ ຈະເວົ້າພາສາກາງບໍ່ຖະໜັດ ບາງທີອາດຜິດພ້ຽນໄປເປັນ “ປຸ່ງເລາະ” ຈົນຮອດປັດຈຸບັນນີ້.

ຖ້າເຮົາໄດ້ໄປສໍາຜັດຈະຫຼົງໄຫຼໄປກັບທໍມະະຊາດທີ່ຢູ່ອ້ອມຂ້າງ, ມີພູສູງທີ່ງາມຕາເບິ່ງແລ້ວຈະຮູ້ສຶກເຖິງການດູດຊຶມທໍາມະຊາດຢ່າງແທ້ຈິງ ແລະ ໃນຄວາມງາມນັ້ນໃຜເຫັນແລ້ວບໍ່ອາດລືມໄດ້. ບໍ່ນໍ້າຮ້ອນປຸ່ງເລາະ ແມ່ນຕັ້ງຢູ່ ບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ, ເຊິ່ງເປັນສາຍແດນລະຫວ່າງເມືອງເມິງ ແລະ ເມືອງຕົ້ນເຜິ້ງ, ຫ່າງຈາກເທສະບານເມືອງ 62 ກິໂລແມັດ.

ຂອບໃຈທີ່ມາ:

https://www.facebook.com/Bokeonewspaper/posts/1129381110849162