“Literrati” ແອັບຊ່ວຍໂລກເກັບຂີ້ເຫຍື້ອ ສ້າງແຜນທີ່ຂີ້ເຫຍື້ອທົ່ວໂລກ


Literrati ແອັບພິເຄຊັນ ທີ່ຈະຊ່ວຍເຮັດໃຫ້ການເກັບຂີ້ເຫຍື້ອໄປຢູ່ໃນໂລກໂຊຊຽວມີເດຍ, ທຸກຄັ້ງທີ່ໄປພົບກັບຂີ້ເຫຍື້ອທີ່ຖືກຖິ້ມຊະຊາຍຢູ່ຕາມສະຖານທີ່ຕ່າງໆ ເຮົາພຽງແຕ່ຈັບມັນຂຶ້ນມາແລ້ວຖ່າຍຮູບລົງໃນແອັບ ບອກເຖິງລັກສະນະຂອງຂີ້ເຫຍື້ອ, ສະຖານທີ່ທີ່ພົບມັນ ແລະ ເປັນຂີ້ເຫຍື້ອຂອງຜະລິດຕະພັນແບຣນໃດ ຫຼັງຈາກນັ້ນລະບົບ AI ຈະຊ່ວຍລະບຸປະເພດຂອງຂີ້ເຫຍື້ອໄວ້ໃຫ້.

ຫຼັງຈາກນັ້ນ ຂໍ້ມູນເຫຼົ່ານີ້ຈະຖືກເກັບໄວ້ໃນແອັບເປັນ “ແຜນທີ່ຂີ້ເຫຍື້ອ” ທີ່ຈະບົ່ງບອກເຖິງສະຖິຕິຂີ້ເຫຍື້ອຂອງແຕ່ລະພື້ນທີ່ ຫຼື ແຕ່ລະປະເທດທີ່ພົບເລີຍ.

ນອກຈາກນີ້ ຫຼັງຈາກທີ່ຂໍ້ມູນດັ່ງກ່າວຖືກແຜ່ອອກໄປ ໃນແອັບຈະສະແດງໃຫ້ເຫັນວ່າ ມີໃຜທີ່ຊ່ວຍເກັບຂີ້ເຫຍື້ອແດ່, ໃນເດືອນໜຶ່ງມີຄົນເກັບຂີ້ເຫຍື້ອຫຼາຍປານໃດ. ແຕ່ຈຸດປະສົງຫຼັກແທ້ໆຂອງແອັບນີ້ແມ່ນນັກນະໂຍບາຍ ແລະ ຄົນທີ່ຄິດພາຊະນະບັນຈຸຂອງຜະລິດຕະພັນຕ່າງໆຕ້ອງກັບໄປຄິດເບິ່ງວ່າ ຕ້ອງເຮັດແບບໃດໃຫ້ຂີ້ເຫຍື້ອນີ້ຫາຍໄປ.

Jeff Kirschner ຜູ່ກໍ່ຕັ້ງ ແລະ CEO ຂອງ Literrati ເຜີຍວ່າ ໄດ້ແນວຄວາມຄິດນີ້ມາຈາກຕອນທີ່ຕົວເອງກຳລັງຍ່າງຫຼິ້ນຢູ່ປ່າທາງຕອນເໜືອຂອງລັດຄາລິຟໍເນຍ ກັບລູກສາວອາຍຸ 4 ປີ, ລູກສາວຂອງລາວຍ່າງໄປພົບກັບກະຕຸກນ້ຳພລາສຕິກລາຍຄິດຕີ້ຢູ່ບໍລິເວນຫ້ວຍ, ເຖິງແມ່ນວ່າລູກຈະອາຍຸພຽງແຕ່ 4 ປີ ແຕ່ລູກສາວກໍຮູ້ສຶກເສົ້າທີ່ພົບກະຕຸກນ້ຳໃນບ່ອນທີ່ບໍ່ຄວນຢູ່.

Jeff Kirschner ຄິດວ່າ ໃນຂະນະທີ່ມີກຸ່ມຄົນທີ່ຈັດກິດຈະກໍາອາສາສະໝັກຍ່າງເກັບຂີ້ເຫຍື້ອຕາມຊາຍຫາດ, ສວນ ແລະ ໃນເມືອງຕ່າງໆ ຖ້າມີການເກັບຂໍ້ມູນຂອງການເກັບຂີ້ເຫຍື້ອທັງໝົດໃນຊຸມຊົນມາລວມກັນ ຜູ່ຄົນ ແລະ ພາກສ່ວນຕ່າງໆອາດຕະເຂົ້າໃຈບັນຫາຂີ້ເຫຍື້ອຫຼາຍຂຶ້ນກໍເປັນໄດ້.

ທີ່ມາ: https://www.facebook.com/environman.th/posts/3284858058309285