ເດນໝາກສັ່ງລັອກດາວດ່ວນ ຫຼັງພົບຜູ່ປ່ວຍໂຄວິດ-19 ສູງເປັນປະຫວັດການ


ເມື່ອວັນພຸດທີ 17 ທັນວາ 2020 ທີ່ຜ່ານມາ Mette Fredericksen ນາຍົກລັດຖະມົນຕີຂອງເດນມາກໄດ້ຖະແຫຼງການວ່າ ເດນໝາກຈະດຳເນີນການລັອກດາວທົ່ວປະເທດລະຫວ່າງ 25 ທັນວາ 2020 ຫາ 3 ມັງກອນ 2021 ເພື່ອຢັບຢັ້ງການແຜ່ລະບາດຂອງເຊື້ອໄວຣັດໂຄໂລນາສາຍພັນໃໝ່ (ໂຄວິດ-19).

ເມື່ອຕອນແລງຂອງວັນພຸດ ນາຍົກລັດຖະມົນຕີກ່າວລະຫວ່າງການຖະແຫຼງຂ່າວວ່າ ຫ້າງສັບພະສິນຄ້າທຸກແຫ່ງໃນເດນໝາກຈະປິດໃຫ້ບໍລິການໃນວັນພະຫັດ 17 ທັນວາ 2020 ແລະ ທຸກກິດຈະການຍ່ອຍ, ນອກຈາກຊຸບເປີມາເກັດ ແລະ ຮ້ານຂາຍຢາ ຈະຕ້ອງປິດເຮັດການໃນຊ່ວງຄຣິສມາສຈົນເຖິງມື້ປີໃໝ່.

ນາຍົກລັດຖະມົນຕີຍັງໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະເລັ່ງຫາຂໍ້ສະຫຼຸບທາງດ້ານງົບປະມານຊ່ວຍເຫຼືອອຸດສາຫະກຳທີ່ໄດ້ຮັບຜົນກະທົບຈາກຄຳສັ່ງລັອກດາວໃຫ້ໄດ້ໄວທີ່ສຸດ.

ຄຳສັ່ງຫຼ້າສຸດເຫຼົ່ານີ້ເກີດຂຶ້ນຫຼັງຈາກລັດຖະບານໄດ້ຕັດສິນໃຈເມື່ອວັນອັງຄານ 15 ທັນວາ 2020 ວ່າຈະຂະຫຍາຍຂໍ້ຈຳກັດພຽງບາງສ່ວນໃຫ້ຄວບຄຸມເທດສະບານທັງໝົດ 98 ແຫ່ງໃນປະເທດນັບຕັ້ງແຕ່ວັນພຸດ ທີ 16 ທັນວາ 2020 ທີ່ຜ່ານມາ.

ເມື່ອວັນພຸດ 16 ທັນວາ 2020 ສະຖາບັນ Statens Serum Institut ລາຍງານວ່າພົບຜູ່ປ່ວຍໂຣກໂຄວິດ-19 ຄົນໃໝ່ທົ່ວປະເທດເດນໝາກ 3,692 ຄົນ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ: https://today.line.me/th/v2/article/eRyX0J?utm_source=copyshare