Lightning Network ເຄືອຂ່າຍທີ່ຈະມາແກ້ບັນຫາໃນການໂອນ Bitcoin


Lightning Network ແມ່ນເຄືອຂ່າຍທີ່ຖືກອອກແບບເພື່ອແກ້ໄຂຄວາມຊ້າໃນ blockchain ຂອງ Bitcoin ທີ່ເກີດຈາກບັນຫາການປະມວນຜົນທຸກຳຫຼາຍທຸລະກຳເກີນໄປ ໃນຂະນະທີ່ Cryptocurrency ເຕີບໃຫຍ່ ແລະ ກຳລັງເປັນທີ່ນິຍົມຫຼາຍຂຶ້ນ ຄົນສົນໃຈເຂົ້າມາຕະຫຼາດຫຼາຍຂຶ້ນ. ດັ່ງນັ້ນ, ຈໍານວນການເຮັດທຸລະກໍາໃນລະບົບຈະເພີ່ມຂຶ້ນ ເຮັດໃຫ້ເກີດຄວາມຫຼ້າຊ້າໃນເຄືອຂ່າຍ. ແນວຄິດນີ້ສ້າງຂຶ້ນໂດຍ Thaddeus Dryja ແລະ Joseph Poon ເຊິ່ງເປັນໄອເດຍທີ່ຖືກນໍາສະເໜີມາຕັ້ງແຕ່ປີ 2015 ແລະ ໄດ້ຖືກນຳໄປພັດທະນາຕໍ່ຈາກຫຼາຍໆທີມງານເຊັ່ນ: Blockstream’s c-lightning, Lightning Labs, ແລະ Acinq’s Eclair.

Lightning Network ເປັນເທັກໂນໂລຢີ Layer 2 ຂອງ blockchain, ມັນເປັນການເຮັດທຸລະກໍາທີ່ເອີ້ນວ່າ Off-chain ຫຼື ການບັນທຶກການເຮັດທຸລະກໍານອກ Bitcoin blockchain, ຈາກນັ້ນກໍປະມວນຜົນເຂົ້າໄປໃນ blockchain ຫຼັກ, ຫຼັງຈາກທີ່ຜ່ານລະບົບ Smart Contract ທີ່ມີຄວາມໄວສູງສຸດສາມາດໂອນ Bitcoin ໄດ້ເຖິງ 1 ລ້ານທຸລະກຳ ພາຍໃນ 1 ວິນາທີ.

ຕົວຢ່າງການເຮັດວຽກ: ເຮົາກັບໝູ່ເປີດບັນຊີຮ່ວມກັນ ​ໂດຍ​ການ​ຝາກ​ເງິນ​ຄົນ​ລະ 50,000 ກີບ ຍອດລວມທັງໝົດໃນບັນຊີກໍຈະມີ 100,000 ກີບ ເຊິ່ງການເຮັດທຸລະ​ກຳ​ໃດໆ​ກໍ​ຕ້ອງມີການ​ເຊັນ​ສັນຍາ​ນຳ​ກັນ​ທັງ​ສອງຝ່າຍ​ເພື່ອ​ປ້ອງ​ກັນ​ການ​ສໍ້​ໂກງ ແລະ ຕ້ອງ​ບັນທຶກ​ໄວ້​ຕະຫຼອດ​ເມື່ອມີການ​ມີ​ການ​ປ່ຽນ​ແປງ. ມື້ໜຶ່ງ ເຮົາຢາກຊື້ເຂົ້າໜົມຊ່ວຍໝູ່ທີ່ມີລາຄາ 10,000 ກີບ  ເຮົາກໍໃຫ້ໝູ່ຫັກເງິນອອກຈາກບັນຊີຂອງເຮົາເລີຍ. ຕອນນີ້ເທົ່າກັບວ່າ ຍອດເງິນຂອງເຮົາເຫຼືອ 40,000 ກີບ ສ່ວນໝູ່ຂອງເຮົາແມ່ນເພີ່ມເປັນ 60,000 ກີບ, ໃນຂະນະທີ່ບັນຊີລວມຍັງມີ 100,000 ກີບເທົ່າເກົ່າ. ນີ້ແມ່ນວິທີການເຮັດວຽກຂອງ Lightning Network.

ຄວາມພິເສດຂອງການເຮັດທຸລະກຳແບບ Lightning Network:

  • ຈະບໍ່ຖືກສົ່ງໄປບອກໃຜ ບໍ່ສາມາດຂຸດຄົ້ນໄດ້ ບໍ່​ສາ​ມາດ​ຕັດສິດໄດ້​.
  • ວ່ອງໄວ ບໍ່ຈຳເປັນຕ້ອງຖ້າໃຫ້ຜູ້ໃດຜູ້ໜຶ່ງມາຢືນຢັນ ຫຼື ຖ້າໃຫ້ຜູ້ໃດຜູ້ໜຶ່ງຈັບໃສ່ໃນ blockchain ກ່ອນ.
  • ປອດໄພ, ໃຊ້ຫຼັກການກວດສອບຄວາມຖືກຕ້ອງຄືກັບການໂອນທົ່ວໄປ ເພາະທັງສອງຄົນຈະບໍ່ສາມາດໂອນເງິນໄດ້ເກີນ 100,000 ກີບ ເພາະໝົດບັນຊີມີຈຳນວນແຕ່ເທົ່ານັ້ນ.

ຜູ້ໃຊ້ Lightning Network ສາມາດເຮັດທຸລະກໍາໂດຍບໍ່ມີການເຊື່ອມຕໍ່ໂດຍກົງ, ເຊັ່ນວ່າກໍລະນີຂ້າງເທິງທີ່ພວກເຮົາມີບັນຊີທີ່ເປີດຮ່ວມໄວ້ກັບໝູ່ຢູ່ແລ້ວ ແລະ ໝູ່ຂອງເຮົາມີບັນຊີເຊື່ອມຕໍ່ກັບອ້າຍຂອງລາວ ພວກເຮົາສາມາດເຮັດທຸລະກໍາກັບອ້າຍຂອງໝູ່ເຮົາໄດ້ທັນທີ. ຜ່ານເຄືອຂ່າຍເຊື່ອມຕໍ່ກັນ ບໍ່ຈຳເປັນຕ້ອງເປີດບັນຊີໃໝ່ທຸກຄັ້ງທີ່ເຈົ້າໃຊ້ຈ່າຍຫຍັງ.

ຂໍ້ຈຳກັດ ແລະ ຂໍ້ເສຍຂອງ Lightning Network:

  • ບໍ່ສາມາດໃຊ້ເກີນຈຳນວນທີ່ຝາກໃນບັນຊີຮ່ວມກັນໄດ້.
  • ປະສິດທິພາບແມ່ນຂຶ້ນກັບວ່າມີຄົນເປີດບັນຊີທີ່ໃຊ້ຮ່ວມກັນໄດ້ຫຼາຍເທົ່າໃດ.
  • ໃນບັນຊີນັ້ນໆການໂອນເງິນອາດຈະບໍ່ໂປ່ງໃສຄືກັບ Blockchain ແທ້ໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/