ສິ້ນສຸດການລໍຄອຍ! Bitcoin Spot ETF ໄດ້ຮັບການອະນຸມັດເປັນທີ່ຮຽບຮ້ອຍ ແລະ ເປີດໃຫ້ສາມາດເຂົ້າໄປຊື້ຂາຍໄດ້ແລ້ວໃນມື້ນີ້


ໃນທີ່ສຸດຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ກໍໄດ້ອະນຸມັດການເປີດຕົວກອງທຶນຊື້ຂາຍແລກປ່ຽນ Bitcoin (ETF) ຈຳນວນ 11 ກອງທຶນທີ່ຖືຄອງ Bitcoin ໂດຍກົງ. ເຊິ່ງນີ້ຖືວ່າເປັນກ້າວທຳອິດທີ່ສຳຄັນສຳລັບຊຸມຊົນ Crypto , ຫຼັງຈາກທີ່ຝາແຝດ Winklevoss ໄດ້ພະຍາຍາມຍື່ນຂໍຈັດຕັ້ງມາເປັນເວລາດົນເຖິງ 10 ປີ ແລະ ໃນມື້ນີ້ (ວັນທີ 11 ມັງກອນ) SEC ກໍໄດ້ປະກາດອະນຸມັດ Bitcoin Spot ETF ຢ່າງເປັນທາງການ ໂດຍມີຈໍານວນ 11 ລາຍການດັ່ງນີ້:

• BlackRock

• Ark Invest

• Grayscale

• VanEck

Bitwise

• Fidelity

• Hashdex

• WisdomTree

• Invesco Galaxy

• Franklin Templeton

• Valkyrie

Chicago Board Options Exchange (Cboe) ກ່າວວ່າ ທຸກຄົນສາມາດເຂົ້າໄປຊື້ຂາຍ Bitcon Spot ETF ໄດ້ແລ້ວໃນມື້ນີ້. ໂດຍເທິງເວັບໄຊຂອງ Cboe ໃນປັດຈຸບັນມີ Bitcoin Spot ETF ຈໍານວນ 6 ລາຍການທີ່ໄດ້ຮັບການອະນຸມັດສໍາລັບການຊື້ຂາຍຄື: Ark21 (ARKB), Fidelity (FBTC), Franklin Templeton (EZBC), Invesco (BTCO), VanEck (HODL) ແລະ WisdomTree (BTCW).

ໃນການຍື່ນຂໍຄັ້ງນີ້ໄດ້ມີຕົວແທນຍື່ນຂໍທັງໝົດ 14 ບໍລິສັດ, ເຊິ່ງ 3 ບໍລິສັດໃນນັ້ນທີ່ບໍ່ໄດ້ຮັບການອະນຸມັດໃຫ້ຈຳໜ່າຍ Bitcoin Spot ETF ປະກອບມີ: 7RCC, Pando, ແລະ Global X.

ທັງນີ້ການເປີດໃຫ້ເທຣດ Bitcoin Spot ETF ຈະເປັນການຊື້ ແລະ ເກັບແບບຕົວຈິງຄືກັບຊື້ຄຳ. ໂດຍການລົງທຶນໃນກອງທຶນ ແລະ ການຊື້ Bitcoin Spot ETF ຈະຊ່ວຍຫຼຸດຜ່ອນ Bitcoin ທີ່ໝຸນວຽນໃນຕະຫຼາດ, ເຊິ່ງນີ້ອາດສົ່ງຜົນໃຫ້ລາຄາ Bitcoin ເພີ່ມສູງຂຶ້ນ.

ນອກຈາກນີ້, Bitcoin Spot ETF ຍັງຊ່ວຍໃຫ້ນັກລົງທຶນສາມາດເຂົ້າມາລົງທຶນໃນ Bitcoin ໄດ້ງ່າຍຂຶ້ນ ແລະ ເຮັດໃຫ້ສິນຊັບ crypto ເປັນທີ່ຍອມຮັບຫຼາຍຂຶ້ນຈາກສະຖາບັນການເງິນລະດັບໂລກ. ແລະໃນຕອນນີ້, ສະຫະລັດອາເມຣິກາເປັນປະເທດລຳດັບທີ 9 ທີ່ໃຫ້ການອະນຸມັດ Bitcoin ETF. ສຳລັບປະເທດທີ່ໄດ້ໃຫ້ການຍອມຮັບ Bitcoin spot ETF ປະກອບມີ: Canada, Germany, Brazil, Australia, Jersey, Switzerland, Liechtenstein ແລະ Guernsey.

VanEck ເຊິ່ງເປັນໜຶ່ງໃນຜູ້ຍື່ນຂໍຈັດຕັ້ງ ETF, ຄາດການວ່າ ຈະມີເມັດເງິນໄຫຼເຂົ້າມາຫຼາຍເຖິງ 2.4 ຕື້ໂດລາໃນໄຕມາດທໍາອິດຂອງປີ 2024, ໃນຂະນະທີ່ Bitwise ຄາດການວ່າພາຍໃນຫ້າປີ Spot Bitcoin ETF ຂອງສະຫະລັດຈະມີມູນຄ່າສູງເຖິງ 72 ຕື້ໂດລາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/