ປະເທດຝຣັ່ງໄດ້ນາຍົກລັດຖະມົນຕີທີ່ເປັນ LGBTQ ຄົນທຳອິດ ພ້ອມມີອາຍຸນ້ອຍທີ່ສຸດໃນປະຫວັດສາດ!


ປະທານາທິບໍດີຂອງປະເທດຝຣັ່ງ Emmanuel Macron ໄດ້ແຕ່ງຕັ້ງ Gabriel Attal ລັດຖະມົນຕີສຶກສາທີການ ອາຍຸ 34 ປີ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດຝຣັ່ງ ແທນທ່ານນາງ Elisabeth Borne ທີ່ໄດ້ຍື່ນໃບລາອອກເມື່ອວັນຈັນທີ່ຜ່ານມາ.

Gabriel Attal ກາຍເປັນນາຍົກລັດຖະມົນຂອງປະເທດຝຣັ່ງ ທີ່ມີອາຍຸນ້ອຍທີ່ສຸດໃນປະຫວັດສາດການເມືອງ ພ້ອມກັບເປັນບຸກຄົນທີ່ກ້າອອກມາເປີດເຜີຍວ່າຕົນເອງເປັນບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ (LGBTQ) ແນ່ນອນວ່າກາຍເປັນນາຍົກລັດຖະມົນຕີຄົນທຳອິດທີ່ເປັນ LGBTQ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/