ຫວຽດນາມ ຕັ້ງເປົ້າໝາຍສົ່ງອອກຖົ່ວລຽນໄປຈີນໃຫ້ຮອດ 3.5 ພັນລ້ານໂດລາສະຫະລັດ


ຫວຽດນາມ ຕັ້ງເປົ້າໝາຍສົ່ງອອກຖົ່ວລຽນໄປຈີນເພີ່ມຮອດຫຼັກ 3.5 ພັນລ້ານໂດລາສະຫະລັດໃນປີ 2023 ຫຼັງຈາກປີທີ່ຜ່ານມາສ້າງລາຍໄດ້ເພີ່ມຂຶ້ນ 5 ເທົ່າ ເກືອບຮອດ 7 ໝື່ນລ້ານໂດສະຫະລັດ ຄາດວ່າຍອດສົ່ງອອກສູງຂຶ້ນ ຫາກໄດ້ລົງນາມສົ່ງອອກຖົ່ວລຽນແຊ່ແຂງໃນປີ 2024.

ສຳນັກຂ່າວ ໄດ້ລາຍງານວ່າກະຊວງກະເສດ ແລະ ການພັດທະນາຊົນນະບົດຂອງຫວຽດນາມຕັ້ງເປົ້າໝາຍສ້າງລາຍໄດ້ຈາກການສົ່ງອອກຖົ່ວລຽນໃນປີ 2024 ຈຳນວນ 3.5 ພັນລ້ານໂດລາສະຫະລັດ. ຫຼັງຈາກສ້າງລາຍໄດ້ດັ່ງກ່າວເພີ່ມຂຶ້ນ 5 ເທົ່າ ກາຍມາເປັນຫຼາຍກວ່າ 2 ພັນລ້ານໂດລາສະຫະລັດ.

ມູນຄ່າການສົ່ງອອກຖົ່ວລຽນຫວຽດນາມໃນປີ 2024 ອາດສູງເຖິງ 3.5 ພັນລ້ານໂດລາສະຫະລັດ, ເນື່ອງຈາກຜົນຜະລິດຖົ່ວລຽນພາຍໃນປະເທດມີແນວໂນ້ມສູງຂຶ້ນ ປະກອບກັບພື້ນທີ່ກ້າເບ້ຍ ແລະ ໂຮງງານບັນຈຸຫີບຫໍ່ໄດ້ຮັບອະນຸຍາດສົ່ງອອກສູ່ຈີນເພີ່ມຂຶ້ນ.

ລັດຖະມົນຕີ ວ່າການກະຊວງ ໄດ້ກ່າວວ່າການສົ່ງອອກຖົ່ວລຽນຫວຽດນາມຈະເພີ່ມຂຶ້ນອີກ ຫາກມີການລົງນາມພິທີສານການສົ່ງອອກຖົ່ວລຽນແຊ່ແຂງກັບຈີນໃນປີ 2024. ປັດຈຸບັນ ຫວຽດນາມສົ່ງອອກຖົ່ວລຽນຫວຽດນາມສູ່ຕະຫຼາດ 8 ແຫ່ງ ເຊິ່ງລວມເຖິງຈີນທີ່ຄອງສັດສ່ວນເຖິງ 97% ຂອງປະລິມານການສົ່ງອອກທັງໝົດ ໂດຍລາຍໄດ້ຈາກການສົ່ງອອກຖົ່ວລຽນຂອງຫວຽດນາມໃນປີ 2023 ລວມຢູ່ປະມານ 2.2 ພັນລ້ານໂດລາສະຫະລັດ ຄິດເປັນ 40% ຂອງການສົ່ງອອກໝາກໄມ້ ແລະ ຜັກທັງໝົດໃນປະເທດ.

ຂໍ້ມູນຈາກ: Bangkok biznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/