ໄຊຍະບູລີ ໝຸນໃຊ້ທ່າແຮງ ທາງລົດໄຟລາວ-ຈີນ ຊຸກຍູ້ການເຕີບໃຫຍ່ຂອງຂະແໜງການກະສິກຳ


ຂະແໜງກະສິກໍາ ແຂວງ ໄຊຍະບູລີ ໂດຍສະເພາະ ການຜະລິດພືດເພື່ອການຄ້າ ມີການຂະຫຍາຍຕົວຫຼາຍຂຶ້ນ ໂດຍການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຂົນສົ່ງສິນຄ້າໄປຕະຫຼາດຈີນ.

ທ່ານ ວັນເພັງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໄຊຍະບູລີ ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ​ໃນ​ເມື່ອ​ກ່ອນ, ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ແຂວງ ​ແລະ ຊາວ​ກະສິກອນ​ທ້ອງ​ຖິ່ນ​ລ້ວນ​ແຕ່​ເພິ່ງ​ພາ​ອາ​ໄສ​ຕະຫຼາດ​ໄທ​ເປັນ​ສ່ວນ​ໃຫຍ່ ​ແລະ ຖືກຈຳກັດ​ການ​ສົ່ງ​ອອກ​ໄປ​ຫວຽດນາມ, ​ແຕ່​ປັດຈຸ​ບັນ​ໄດ້​ເປີດ​ຕະຫຼາດ​ໃໝ່​ທີ່ໃຫຍ່ກວ່າເກົ່າ ກໍຄືຕະຫຼາດຈີນ.

ໂດຍທາງແຂວງໄດ້ຕັ້ງເປົ້າການສົ່ງອອກປີນີ້ໄວ້ປະມານ 95,3 ລ້ານໂດລາ ເຊິ່ງເພີ່ມຂຶ້ນຈາກປີ 2023 ໃນນີ້ 99% ຂອງການສົ່ງອອກແມ່ນເປັນຜະລິດຕະພັນທາງການກະເສດບໍ່ວ່າຈະເປັນ ມັນ​ຕົ້ນ, ສາລີ, ໝາກກ້ວຍ, ໝາກໂມ ​ແລະ ​ຖົ່ວ​ເຫຼືອງ.

ທ່ານ ວັນເພັງກ່າວອີກວ່າ: ທາງ​ກົມ​ກຳລັງ​ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ພະຍາຍາມ​ຈຳກັດ​ປະລິມານ​ຜະລິດ​ຕະພັນ​ກະ​ເສດ​ທີ່​ນຳ​ເຂົ້າ, ​ເພື່ອ​ເປີດ​ໂອກາດ​ໃຫ້​ຜູ້​ຜະລິດ​ທ້ອງ​ຖິ່ນ​ຫຼາຍ​ກວ່າ​ເກົ່າ.

ຍອດ​ມູນ​ຄ່າ​ສິນຄ້າ​ທີ່​ແຂວງ​ໄຊ​ຍະ​ບູລີ​ສົ່ງ​ອອກ​ໃນ​ປີ​ກາຍ​ມີ 89 ລ້ານ​ໂດ​ລາ​ສະຫະລັດ ​ເທົ່າ​ກັບ 73,59% ຂອງ​ຕົວ​ເລກ​ຄາດໝາຍ​ປີ 2023 ​ແລະ ຫຼຸດ​ລົງ​ປະມານ 21,26% ​ເມື່ອ​ທຽບ​ໃສ່​ປີ 2022. ສ່ວນຍອດ​ມູນ​ຄ່າ​ການ​ນຳ​ເຂົ້າປະມານ 53 ລ້ານ​ໂດ​ລາ​ສະຫະລັດ ​ເທົ່າ​ກັບ 44,58% ຂອງ​ຕົວ​ເລກ​ຄາດໝາຍ​ໃນ​ປີ 2023 ​ແລະ ຫຼຸດ​ລົງ​ປະມານ 52,30% ​ເມື່ອ​ທຽບ​ໃສ່​ປີ 2022. ໂດຍ ສິນຄ້າ​ນຳ​ເຂົ້າ​ຕົ້ນຕໍ​ແມ່ນ​​ເຄື່ອງ​ດື່ມ, ​ເຄື່ອງ​ກໍ່ສ້າງ ​ແລະ ​ເຄື່ອງ​ໄຟຟ້າ, ​ເມັດ​ພືດ, ພາຫະນະ ແລະ ອຸປະກອນ​ກະສິກຳ.

https://www.facebook.com/photo/?fbid=862055322591369&set=a.501887858608119

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/