ຊາດຕາເວັນຕົກບໍ່ຖິ້ມກັນ! ເຢຍມັນ-ເນເທີແລນ ສົ່ງອາວຸດໄປຊ່ວຍຢູເຄຣນ ຈາກການບຸກໂຈມຕີຂອງຣັດເຊຍ


ນາຍົກລັດຖະມົນຕີ ໂອລາຟ ໂຊລ໌ (Olaf Scholz) ຂອງເຢຍລະມັນ ໄດ້ເຊັນອາວຸດໃຫ້ກັບຢູເຄຣນ ໂດຍຈະມອບເປັນລູກສອນໄຟ Stinger ສຳລັບຕໍ່ສູ້ທາງອາກາດ 500 ນັດ ແລະ ປືນຕໍ່ສູ້ລົດຖັງພ້ອມກັບກະສຸນອີກ 400 ນັດ ຈາກສາງອາວຸດຂອງເຢຍລະມັນ.
ທາງດ້ານເນເທີແລນກໍໄດ້ມີການເຄື່ອນໄຫວຄື ທີ່ເມືອງ ອາມສ໌ເຕີດໍາ (Amsterdam) ລັດຖະບານຂອງເນເທີແລນ ໄດ້ອອກຈົດໝາຍແຈ້ງຕໍ່ລັດຖະສະພາວ່າ ຈະມີການສົ່ງລູກສອນໄຟ Stinger 200 ນັດ ແລະ ປືນຕໍ່ສູ້ລົດຖັງ Panzerfaust 3 ອີກ 50 ກະບອກພ້ອມກະສຸນອີກ 400 ນັດ ເຊິ່ງເປັນອາວຸດທີ່ຜະລິດໃນເຢຍລະມັນ ທີ່ຈະເອົາໄປໃຫ້ຢູເຄຣນໃນການປ້ອງກັນການບຸກໂຈມຕີຈາກຣັດເຊຍ.
ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/