ປະທານາທິບໍດີຢູເຄຣນ ໄດ້ລົງນາມໃບສະໝັກຂໍເຂົ້າເປັນສະມາຊິກສະຫະພາບຢູໂຣບແລ້ວ


ໃນເວລາ 22:56 (ຕາມເວລາທ້ອງຖິ່ນຂອງບ້ານເຮົາ) ຂອງວັນທີ 28 ກຸມພາ, Twitter ພາສາອັງກິດ ແລະ ພາສາຢູເຄຣນ ຂອງທາງການລັດຖະສະພາຢູເຄຣນ ໄດ້ເຜີຍແຜ່ພາບແຫ່ງນາທີປະຫວັດສາດຂອງຢູເຄຣນ ໂດຍ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ໄດ້ລົງນາມໃບສະໝັກຂໍເຂົ້າເປັນສະມາຊິກສະຫະພາບຢູໂຣບ ຫຼື EU ແລ້ວ. ພ້ອມຂໍ້ຄວາມກຳກັບວ່າ “ນີ້ເປັນເວລາແຫ່ງປະຫວັດສາດ”.

ຂະນະດຽວກັນ ອັນດຣີຍ໌ ເບຊຕາ ຫົວໜ້າສຳນັກງານປະທານາທິບໍດີຢູເຄຣນກໍໄດ້ໂພສ Facebook ຢືນຢັນວ່າ ປະທານາທິບໍດີ ເຊເລນສະກີ ໄດ້ລົງນາມໃບສະໝັກດັ່ງກ່າວ ຮ່ວມກັບປະທານລັດຖະສະພາແລະນາຍົກລັດຖະມົນຕີຢູເຄຣນ.

“ໃບສະໝັກກຳລັງເດີນທາງໄປບຣັສເຊລຂໍສະແດງຄວາມຍິນດັບຢູເຄຣນ! ຂໍສະແດງຄວາມຍິນດີກັບພວກເຮົາທຸກຄົນ!ປະຫວັດສາດໄດ້ຖືກສ້າງຂຶ້ນໃນຂະນະນີ້ຢູເຄຣນຮຸ່ງເຮືອງ!” ຂໍ້ຄວາມໃນເຟສບຸກລະບຸ.

ທີ່ມາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/