ເກີດເຫດໄຟໄໝ້ ໂຮງໄຟຟ້ານິວເຄຼຍທີ່ໃຫຍ່ທີ່ສຸດໃນຢູໂຣບ ຕັ້ງຢູ່ທາງພາກໃຕ້ຂອງຢູເຄຣນ


ສຳນັກຂ່າວຕ່າງປະເທດລາຍງານຈາກ Kyiv ເມືອງຫຼວງຂອງຢູເຄຣນ ໃນມື້ນີ້ວັນທີ 4 ມີນາ ວ່າ ສື່ທ້ອງຖິ່ນຫຼາຍແຫ່ງຂອງຢູເຄຣນລາຍງານການເກີດໄຟໄໝ້ທີ່ໂຮງໄຟຟ້ານິວເຄຼຍ “ຊາໂປຣິຊເຊຍ” (Zaporozhzia) ເຊິ່ງເປັນໂຮງໄຟຟ້ານິວເຄຼຍຂະໜາດໃຫຍ່ທີ່ສຸດໃນຢູໂຣບ ແລະ ຢູ່ໃນກຸ່ມ 10 ອັນດັບໂຮງໄຟຟ້ານິວເຄຼຍຂະໜາດໃຫຍ່ທີ່ສຸດໃນໂລກ ຕັ້ງຢູ່ແຄມແມ່ນ້ຳ ໄນເປີ (Dnieper) ທາງຕາເວັນອອກສຽງໃຕ້ຂອງຢູເຄຣນ ໃນຕອນເຊົ້າຂອງມື້ນີ້.

ໂຄສົກໂຮງໄຟຟ້ານິວເຄຼຍ Andriy Tuz ລະບຸວ່າ 1 ໃນ 6 ເຄື່ອງປະຕິກອນຂອງໂຮງໄຟຟ້ານິວເຄຼຍຖືກເຜົາໄໝ້ ແຕ່ນັກດັບເພີງຍັງບໍ່ສາມາດເຂົ້າໃກ້ພື້ນທີ່ເພື່ອດັບເພີງໄດ້ ໂດຍໂຮງງານໄຟຟ້ານິວເຄຼຍແຫ່ງນີ້ຜະລິດກະແສໄຟຟ້າປະມານ 25% ຂອງປະລິມານການໃຊ້ໄຟຟ້າທັງໝົດໃນຢູເຄຣນ.


ທັງນີ້ ຍັງບໍ່ມີລາຍງານຄວາມຊັດເຈນວ່າ ຕົ້ນເພີງຢູ່ບ່ອນໃດແລະເກີດຂຶ້ນໄດ້ແນວໃດ, ຂະນະທີ່ ດະມີໂທຣ ກູເລບາ (Dmytro Kuleba) ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ກ່າວວ່າຫາກມີການລະເບີດເກີດຂຶ້ນ, ຜົນກະທົບທີ່ເກີດຂຶ້ນ ແລະ ມູນຄ່າຄວາມເສຍຫາຍຈະຮຸນແຮງກວ່າໄພພິບັດໂຮງໄຟຟ້ານິວເຄຼຍ Chernobyl ທີ່ເກີດຂຶ້ນເມື່ອ 36 ປີທີ່ແລ້ວເຖິງ 10 ເທົ່າ. ນອກຈາກນີ້ Dmytro Kuleba ໄດ້ຮຽກຮ້ອງໃຫ້ກອງທັບຣັດເຊຍເຊິ່ງຍຶດຄອງໂຮງໄຟຟ້ານິວເຄຼຍແຫ່ງນີ້ ໃຫ້ຢຸດໂຈມຕີ ພ້ອມເປີດທາງໃຫ້ກັບເຈົ້າໜ້າທີ່ດັບເພີງ ແລະ ກຳນົດພື້ນທີ່ປອດໄພ ທັງຂໍໃຫ້ປະຊາຊົນອົົບພະຍົບອອກຈາກບໍລິເວນພື້ນທີ່ດັ່ງກ່າວ.

ທາງດ້ານອົງການພະລັງງານປະລະມານູສາກົນ ຫຼື International Atomic Energy Agency (IAEA) ກໍໄດ້ອອກຖະແຫຼງການວ່າກຳລັງຕິດຕາມສະຖານະການທີ່ໂຮງໄຟຟ້ານິວເຄຼຍຊາໂປຣິຊເຊຍຢ່າງໃກ້ຊິດ ເບື້ອງຕົ້ນແມ່ນຍັງບໍ່ພົບຄວາມປ່ຽນແປງຂອງລະດັບກຳມັນຕະລັງສີ. ພ້ອມຮຽກຮ້ອງໃຫ້ທາງກອງທັບຣັດເຊຍຍຸຕິການໃຊ້ກຳລັງແລະໄດ້ເຕືອນເຖິງອັນຕະລາຍຮ້າຍແຮງຫາກເຄື່ອງປະຕິກອນຖືກກະທົບ.

ໂດຍກ່ອນຈະເກີດເຫດ ຣາຟາເອລ ກຣອສຊີ (Rafael Grossi) ຜູ້ອຳນວຍການ IAEA ກ່າວວ່າເປັນຄັ້ງທຳອິດໃນປະຫວັດສາດທີ່ການສູ້ຮົບເກີດຂຶ້ນໃນລະຫວ່າງກາງໂຄງສ້າງພື້ນຖານດ້ານເທັກໂນໂລຢີນິວເຄຼຍຂະໜາດໃຫຍ່ເຊັ່ນນີ້ ພ້ອມໄດ້ຮ້ອງຂໍໃຫ້ທາງຢູເຄຣນແລະຣັດເຊຍຮ່ວມກັນ ຄຸ້ມຄອງໂຮງໄຟຟ້ານິວເຄຼຍທຸກແຫ່ງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/