8 ແມ່ຍິງ ທີ່ມີອິດທິພົນສູງສຸດ ໃນແຕ່ລະວົງການຂອງໂລກ


ເມື່ອເວລາມີການປ່ຽນແປງ ບົດບາດຂອງແມ່ຍິງນັບມື້ນັບມີຄວາມສຳຄັນກວ່າເມື່ອທຽບໃສ່ກັບອະດີດ ມື້ນີ້ເຮົາຈະພາໄປເບິ່ງ 8 ແມ່ຍິງທີ່ມີອິດທິພົນສູງໃນແຕ່ລະວົງການ ວ່າມີໃຜແດ່.

1. ຣາຊະວົງ: Queen Elizabeth II

ພະລັງແມ່ຍິງທີ່ຍິ່ງໃຫຍ່ທີ່ບໍ່ມີການໂຕ້ແຍ້ງໃດໆ ຄົງໜີບໍ່ພົ້ນ ‘Queen Elizabeth II’ ຜູ້ຄອງຣາຊະບັນລັງຂອງອານາຈັກອັງກິດມາຕະຫຼອດ 7 ທົດສະວັດ ແລະ ໄດ້ປະຕິບັດໜ້າທີ່ໂດຍບໍ່ໄດ້ທໍ້ຖອຍ.

2. ຜູ້ໃຫ້ທຶນສັງຄົມ: Angelina Jolie

Angelina Jolie ນັກສະແດງ ແລະ ຜູ້ກຳກັບເລື່ອງ First They Killed My Father, ເລື່ອງລາວກ່ຽວກັບການຂ້າລ້າງເຜົ່າພັນໃນກຳປູເຈຍ ເຊິ່ງຂຽນບົດເລື່ອງທີ່ເຫັນໃຈກ່ຽວກັບຄົນອົບພະຍົບ ແລະ ຍັງໃຊ້ຊື່ສຽງທີ່ລາວມີເພື່ອເປັນກະບອກສຽງ ຕໍ່ສູ້ເພື່ອຄົນໝົດໂລກ ໃນດ້ານສິດທິພື້ນຖານຂອງມະນຸດທຸກຄົນ.

3. ນັກເຄື່ອນໄຫວສັງຄົມ: Michelle Obama

ອະ​ດີດແມ່ຍິງ ​ໝາຍ​ເລກ​ໜຶ່ງ Michelle Obama ຜູ້ມີອິດທິພົນຕໍ່ຄວາມຄິດຂອງຄົນທົ່ວໂລກຢ່າງມະຫາສານໃນໄລຍະທີ່ປະຈຳການໃນທຳນຽບຂາວ. Michelle Obama ເປັນຄົນທີ່ພະຍາຍາມຂັບເຄື່ອນໃນເລື່ອງຂອງການສຶກສາ ເພາະລາວເຊື່ອວ່າ ການໄດ້ຮັບການສຶກສາທີ່ດີ ຈະເຮັດໃຫ້ຄຸນະພາບຊີວິດ ຂອງທຸກຄົນດີຂຶ້ນ.

4. ວົງການເພງ: Beyoncé

ຮູບແບບການເປັນຜູ້ນຳສຸດໝັ້ນໃຈຂອງ Beyoncé ແມ່ນສະຫຼຸບໂດຍເພງຊາດຂອງເດັກຍິງ, Run the World (Girls), ທີ່ເປັນຕົ້ນກຳເນີດແຮງບັນດານໃຈໃຫ້ແຟນໆຂອງ Beyoncé. ລາວເປັນໜຶ່ງໃນສິລະປິນ ໜ້ອຍຄົນທີ່ປ່ອຍອາລະບ້ຳໃໝ່ອອກມາແບບມິດໆ ໃນຊ່ອງທາງໂຊຊຽວສ່ວນຕົວ ແຕ່ທຳລາຍສະຖິຕິຢ່າງຫຼວງຫຼາຍ ດັ່ງທີ່ລາວເຮັດໃນອາລະບ້ຳ Lemonade ປີ 2016.

5. ວົງການຮູບເງົາ ແລະ ໂທລະພາບ: Oprah Winfrey

Oprah Winfrey ຖືເປັນອີກແມ່ຍິງຄົນໜຶ່ງທື່ມີຄວາມສາມາດສູງ ແລະ ປະສົບຜົນສຳເລັດຢ່າງຫຼວງຫຼາຍ ບໍ່ວ່າຈະຈັບຈະບາຍຫຍັງກໍເປັນເງິນເປັນທອງໄປໝົດເຊັ່ນ ປຶ້ມ, ຮູບເງົາ ແລະ ສະຖານີໂທລະພາບຍັກໃຫຍ່ ຂອງຊ່ອງ OWN TV. ເປັນເຈົ້າຂອງລາຍການໂທລະພາບທີ່ມີເຣດຕິ້ງສູງທີ່ສຸດໃນປະຫວັດສາດ ຢ່າງ The Oprah Winfrey Show ແຖມຍັງເປັນແມ່ຍິງຊາວ ອາຟຣິກາ ອາເມຣິກາທີ່ລວຍທີ່ສຸດໃນໂລກອີກນຳ.

6. ໂລກກິລາ: Serena Williams

ໃນປັດຈຸບັນ Serena Williams ຄອງສະຖິຕິແຊັ້ມຍິງດ່ຽວ ແລະ ຍັງຄົງຢູ່ໃນແຖວໜ້າໃນອາຍຸ 41 ປີ , ເຊິ່ງເປັນອາຍຸທີ່ນັກ Tennis ສ່ວນໃຫຍ່ວາງມືໄປເເລ້ວ. Serena ຍັງມີບົດບາດຕໍ່ສັງຄົມຫຼາຍໃນເລື່ອງທີ່ລາວລຸກຂື້ນມາເວົ້າເລື່ອງການເຄື່ອນໄຫວ ຂອງຄົນຜິວສີ, Black Lives Matter, ກ່ຽວກັບລາຍໄດ້ທີ່ເທົ່າທຽມກັນ ແລະ ການຄິດບວກຕໍ່ຮູບຮ່າງຕົນເອງ.

7. ນັກລົງທຶນ: Peng Lei(彭蕾)

Peng Lei ກາຍເປັນມະຫາເສດຖີໃນປີ 2014 ເມື່ອນຳເອົາ Alibaba ທີ່ຄົນຮູ້ຈັກທົ່ວໂລກ ເຂົ້າຕະຫຼາດຫຼັກຊັບ. ທຸລະກິດ E-commerce ທີ່ລາວຊ່ວຍກໍ່ຕັ້ງຂຶ້ນໃນປະເທດຈີນເມື່ອເກືອບ 20 ປີກ່ອນ, ນັກທຸລະກິດຊາວອາຊີຄົນນີ້ ຍັງເປັນແມ່ຍິງທີ່ລວຍເປັນອັນດັບສາມຂອງໂລກທາງດ້ານເທັກໂນໂລຢີ.

8. ອຸດສາຫະກໍາແຟຊັ່ນ: Anna Wintour

ດ້ວຍລະບຽບວິໄນທີ່ບໍ່ເຄີຍປ່ຽນແປງ ຄືກັບຜົມບັອບທີ່ສວຍງາມຂອງ Anna Wintour ແມ່ຍິງອາຍຸ 67 ປີ, ບັນນາທິການໃຫຍ່ຂອງວາລະສານ Vogue.  ທີ່ຄອງຕໍາແໜ່ງ ເຈົ້າແມ່ວົງການແຟຊັ່ນຂອງໂລກໄວ້ຢ່າງໜຽວແໜ້ນ ທັງຍັງສ້າງຜົນງານໃໝ່ໆ ແລະ ເປັນຄົນຊີ້ຊະຕາວ່າ ແມ່ນຫຍັງທີ່ຈະໄດ້ຮັບຄວາມນິຍົມທົ່ວໂລກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/