ຄວາມເປັນມາຂອງວັນທີ 8 ເດືອນ 3 “ວັນແຫ່ງຄວາມພາກພູມໃຈຂອງແມ່ຍິງ”


ວັນແມ່ຍິງສາກົນ ຫຼື International Women’s Day ແມ່ນກົງກັບວັນທີ 8 ເດືອນມີນາ ຂອງທຸກໆ ປີ ເປັນມື້ທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງຄວາມສຳຄັນຂອງຜູ້ຍິງທົ່ວໂລກ ເພື່ອໃຫ້ທຸກຄົນຄຳນຶງເຖິງບົດບາດຂອງແມ່ຍິງທີ່ມີຕໍ່ການຂັບເຄື່ອນສັງຄົມແລະເສດຖະກິດ ເຊິ່ງວັນດັ່ງກ່າວແມ່ນມີປະຫວັດຄວາມເປັນມາກວ່າ 100 ປີແລ້ວ ແລະ ມື້ນີ້ທາງເຮົາຈະພາໄປຢ້ອນຮອຍປະຫວັດຄວາມເປັນມາຂອງວັນສຳຄັນນີ້.

ຈຸດເລີ່ມຕົ້ນທີ່ເກົ່າແກ່ທີ່ສຸດຂອງ “ວັນແມ່ຍິງສາກົນ” ແມ່ນເກີດຂຶ້ນເມື່ອວັນທີ 8 ມີນາ ປີ 1857 ໂດຍກໍາມະກອນຍິງຂອງໂຮງງານຕັດຫຍິບແຫ່ງໜຶ່ງ ໃນ ນິວຢອກ ສະຫະລັດອາເມຣິກາ ໄດ້ພາກັນຊຸມນຸມແລະລຸກຮືຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າຈ້າງ, ເບິ່ງແຍງສະຫວັດດີການແລະຮຽກຮ້ອງສິດຂອງພວກເຂົາ ເນື່ອງຈາກພວກເຂົາຖືກໃຊ້ວຽກຢ່າງໜັກແລະໄດ້ຮັບຄ່າແຮງແບບບໍ່ເປັນທຳ. ແຕ່ໃນລະຫວ່າງການຊຸມນຸມນັ້ນໄດ້ມີເຫດການລອບວາງເພີງໂຮງງານຕັດຫຍິບແລະໃຊ້ກຳລັງສະຫຼາຍການຊຸມນຸມ ຈົນເຮັດໃຫ້ມີຜູ້ເສຍຊີວິດ 119 ຄົນ.

ຈາກນັ້ນໃນປີ 1907 ກຳມະກອນຍິງໃນໂຮງງານຕັດຫຍິບທີ່ເມືອງ ຊິຄາໂກ ສະຫະລັດອາເມຣິກາ ທົນບໍ່ໄຫວຕໍ່ການຖືກກົດຂີ່ຂູດຮີດ ຈາກນາຍຈ້າງທີ່ໃຊ້ວຽກພວກເຂົາປານກັບທາດ ເນື່ອງຈາກວ່າກຳມະກອນຍິງເຫຼົ່ານັ້ນຕ້ອງເຮັດວຽກຢ່າງໜັກເຖິງມື້ລະ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ ບໍ່ມີປະກັນຊີວິດຫຼືສະຫວັດດີການການໃຊ້ແຮງງານໃດໆ ເປັນເຫດໃຫ້ເກີດຄວາມເຈັບປ່ວຍລົ້ມຕາຍຕາມມາພາຍໃນໄລຍະເວລາອັນໄວວາ ແຕ່ພວກເຂົາກັບໄດ້ຮັບຄ່າແຮງພຽງເລັກນ້ອຍ ຍິ່ງໄປກວ່ານັ້ນຖ້າກຳມະກອນຍິງຄົນໃດຖືພາແມ່ນຈະຖືກໄລ່ອອກຈາກວຽກ.

ຈາກຄວາມໂຫດຮ້າຍທີ່ກຳມະກອນຍິງເຫຼົ່ານັ້ນຕ້ອງປະເຊີນ ເຮັດໃຫ້ “ຄລາຣາ ເຊັທຄິນ (Clara Zetkin)” ນັກການເມືອງສະຕີສັງຄົມນິຍົມ ຊາວເຢຍລະມັນ ຕັດສິນໃຈປຸກລະດົມບັນດາກຳມະກອນຍິງ ດ້ວຍການປະທ້ວງນັດຢຸດການເຮັດວຽກໃນວັນທີ 8 ມີນາ 1907 ພ້ອມກັບຮຽກຮ້ອງໃຫ້ນາຍຈ້າງລົດເວລາເຮັດວຽກເຫຼືອພຽງມື້ລະ 8 ຊົ່ວໂມງ, ປັບປຸງສະຫວັດດີການທຸກຢ່າງກ່ຽວກັບຜູ້ຍິງ ແລະ ຮຽກຮ້ອງໃຫ້ຜູ້ຍິງມີສິດໃນການອອກສຽງເລືອກຕັ້ງອີກພ້ອມ.

ສາເຫດທີ່ເລືອກເອົາວັນທີ 8 ມີນາເປັນມື້ເຄື່ອນໄຫວນັ້ນ ແມ່ນເປັນໄປຕາມຄຳແນະນຳຂອງ ເທຣິຊ່າ ມັລຄຽວ (Theresa Malkiel) ນັກເຄື່ອນໄຫວດ້ານແຮງງານທີ່ຕ້ອງການລະນຶກເຖິງການຕໍ່ສູ້ຂອງແຮງງານຜູ້ຍິງໃນໂຮງງານຕັດຫຍິບ ທີ່ເຂົາເຈົ້າໄດ້ລວມຕົວກັນລຸກຮືໃນການຮຽກຮ້ອງໃຫ້ນາຍຈ້າງເພີ່ມຄ່າແຮງ ແລະ ສະຫວັດດີການ ເມື່ອໃນວັນທີ 8 ມີນາ 1857.

ຢ່າງໃດກໍຕາມ ເຖິງວ່າການຮຽກຮ້ອງຂອງ ຄລາຣາ ເຊັທຄິນ ແລະ ບັນດາກຳມະກອນຍິງໃນຄັ້ງນີ້ ຈະບໍ່ປະສົບສຳເລັດ ເນື່ອງຈາກມີແຮງງານຍິງຫຼາຍຄົນຖືກຈັບກຸມຕົວ ແຕ່ວ່າມັນເປັນບາດກ້າວສຳຄັນທີ່ເຮັດໃຫ້ຜູ້ຍິງທົ່ວໂລກສະໜັບສະໜູນການກະທຳຂອງ ຄລາຣາ ເຊັທຄິນ ແລະ ເປັນການຈຸດປະກາຍໃຫ້ຜູ້ຍິງທົ່ວໂລກເລີ່ມຄໍານຶງສິດທິຂອງຕົນເອງຫຼາຍຂຶ້ນ.

ຕໍ່ມາໃນວັນທີ 8 ມີນາ 1908 ໄດ້ມີແຮງງານຍິງກວ່າ 15,000 ຄົນຮ່ວມຍ່າງຂະບວນທົ່ວນະຄອນນິວຢອກ ຮຽກຮ້ອງໃຫ້ຍຸຕິການໃຊ້ແຮງງານເດັກ ໂດຍມີຄຳຂວັນວ່າ “ເຂົ້າໜົມປັງກັບດອກກຸຫຼາບ” ເຊິ່ງມັນໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ພ້ອມກັບຄຸນະພາບຊີວິດທີ່ດີນັ້ນເອງ.

ມາຮອດວັນທີ 8 ມີນາ 1910 ຄວາມພະຍາຍາມໃຫ້ການຮຽກຮ້ອງສິດທິຕ່າງໆ ຂອງກຳມະກອນຍິງກຸ່ມນີ້ກໍປະສົບຜົນສໍາເລັດ ເມື່ອໄດ້ມີຕົວແທນຜູ້ຍິງຈາກ 17 ປະເທດທົວໂລກເຂົ້າຮ່ວມປະຊຸມສະມັດຊາສະຕີສັງຄົມນິຍົມຄັ້ງທີ 2 ທີ່ເມືອງ ໂຄເປນເຮເກນ ປະເທດເດັນໝາກ ໂດຍໃນກອງປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກຳມະກອນຍິງ ຄື ໃຫ້ລົດເວລາເຮັດວຽກເຫຼືອພຽງ 8 ຊົ່ວໂມງ/ມື້, ໃຫ້ມີເວລາພັກຜ່ອນ 8 ຊົ່ວໂມງ, ໃຫ້ເວລາສຶກສາຫາຄວາມຮູ້ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ.

ນອກນີ້ຍັງໄດ້ຮຽກຮ້ອງໃຫ້ມີການກຳນົດໃຫ້ຄ່າແຮງງານສະຕີເທົ່າທຽມກັບຄ່າແຮງງານຊາຍ ອີກທັງຍັງມີການຄຸ້ມຄອງສະຫວັດດີການຜູ້ຍິງແລະແຮງງານເດັກອີກດ້ວຍ. ພ້ອມກັນນັ້ນໃນການປະຊຸມຄັ້ງນີ້ ຍັງຮັບຮອງເອົາຂໍ້ສະເໜີຂອງ ຄລາຣາ ເຊັທຄິນ ດ້ວຍການກຳນົດໃຫ້ວັນທີ 8 ມີນາຂອງທຸກໆ ປີເປັນວັນແມ່ຍິງສາກົນ.

ວັນແມ່ຍິງສາກົນນີ້ບໍ່ໄດ້ເປັນພຽງວັນທີ່ກຸ່ມຜູ້ຍິງທົ່ວໂລກຮ່ວມສະລອງກັນເທົ່ານັ້ນ ແຕ່ຍັງເປັນວັນທີ່ມີເລື່ອງລາວປະຫວັດສາດການຕໍ່ສູ້ຂອງຜູ້ຍິງທຸກຍຸກທຸກສະໄໝ ເພື່ອໃຫ້ໄດ້ມາເຊິ່ງສິດທິ ແລະໂອກາດທີ່ເຂົາເຈົ້າຫາກໍມີເທົ່າທຽມກັບຜູ້ຊາຍ ໂດຍສະເພາະໃນປັດຈຸບັນນີ້ທີ່ມີການສົ່ງເສີມສິດທິຜູ້ຍິງຢ່າງກວ້າງຂວາງ ເຊິ່ງນັບເປັນກ້າວກະໂດດອັນສຳຄັນທີ່ສັງຄົມຍຸກສະໄໝໃໝ່ສະທ້ອນເຖິງການໄດ້ຮຽນຮູ້ເຖິງປະຫວັດສາດທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/