ສະເຫຼີມສະຫຼອງຄວາມບຸກບືນ ຂອງນັກທຸລະກິດຍິງ ໃນປະເທດລາວ


ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງກວ້າງຂວາງ ແລະ ຍືດເຍື້ອຫຼາຍກວ່າ 2 ປີ, ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ບັນດາທຸລະກິດຕ່າງໆໃນທົ່ວປະເທດ. ແລະເຖິງແມ່ນວ່າທຸລະກິດສ່ວນໃຫຍ່ ກຳລັງຕໍ່ສູ້ເພື່ອເອົາຊະນະຄວາມຫຍຸ້ງຍາກດັ່ງກ່າວຢູ່ນັ້ນ, ທຸລະກິດທີ່ນຳໂດຍຜູ້ຍິງມີທ່າອ່ຽງທີ່ຈະປະເຊີນກັບຄວາມລຳບາກ ໃນຫຼາກຫຼາຍຮູບແບບທີ່ຕ່າງໄປ ແລະເປັນສາເຫດໃຫ້ທຸລະກິດຂອງພວກເຂົາຕ້ອງປິດຕົວລົງ.

ອີງຕາມການລາຍງານຂອງ Global State of Small Business, ທຸລະກິດຂະໜາດນ້ອຍທີ່ນຳໂດຍຜູ້ຍິງ ຈະມີຍອດຂາຍທີ່ຕໍ່າກວ່າທຸລະກິດທີ່ນຳໂດຍຜູ້ຊາຍ ແລະມີສັດສ່ວນການປິດຕົວລົງຫຼາຍກວ່າ, ເຊິ່ງການປິດຕົວຂອງທຸລະກິດທີ່ນຳໂດຍຜູ້ຍິງ ແມ່ນມີປະມານ 20 ເປີເຊັນ ແລະ ທຸລະກິດທີ່ນຳໂດຍຜູ້ຊາຍມີປະມານ 16 ເປີເຊັນ.

ສະນັ້ນ, ເມື່ອສົມທົບກັບຜົນເສຍຫາຍທີ່ໄດ້ຮັບຈາກການລະບາດຂອງພະຍາດທີ່ແກ່ຍາວ, ຈຶ່ງເປັນເລື່ອງສຳຄັນຫຼາຍສຳລັບ Meta ໃນການສົ່ງເສີມສັງຄົມແຫ່ງຄວາມເທົ່າທຽມ ແລະ ຊ່ວຍໃຫ້ທຸລະກິດທີ່ນຳໂດຍຜູ້ຍິງໃນທ້ອງຖິ່ນ ສາມາດປັບຕົວໄດ້ຢ່າງວ່ອງໄວ.

ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ ປະຈຳປີ 2022 ທີ່ມາໃນ Theme: #BreakTheBias, Meta ໄດ້ສືບຕໍ່ຄຳໝັ້ນສັນຍາໃນການສົ່ງເສີມຜູ້ປະກອບການຍິງໃນທຸກແພລັດຟອມ ແລະ ຊ່ວຍເລັ່ງການເຕີບໂຕໃນທຸລະກິດ ໄປຄຽງຄູ່ກັບການປົດລັອກສັກກະຍະພາບຂອງພວກເຂົາ ດ້ວຍການປຸກລະດົມຄວາມເປັນຜູ້ນຳ, ການປັບຕົວ, ແລະ ການຍອມຮັບກັບສິ່ງທ້າທາຍຕ່າງໆ ທີ່ກຳລັງປະເຊີນ ເພື່ອຊ່ວຍໃຫ້ທຸລະກິດເຕີບໃຫຍ່ ແລະ ຊ່ວຍຟື້ນຟູທາງການເງິນຂອງພວກເຂົາ.

“ການປົດລັອກສັກກະຍະພາບຂອງຜູ້ປະກອບການຍິງ ແມ່ນສິ່ງໜຶ່ງທີ່ທ້າທາຍມາຕະຫຼອດ. ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າທຸລະກິດທີ່ນຳໂດຍຜູ້ຍິງນັ້ນ ມັກຈະມີປະສິດທິພາບດ້ານເສດຖະກິດທີ່ບໍ່ດີເທົ່າທີ່ຄວນ, ໂດຍສ່ວນຫຼາຍຈະເປັນທຸລະກິດຂະໜາດນ້ອຍ, ໄດ້ກຳໄລໜ້ອຍ, ເປັນທຸລະກິດທີ່ເຕີບໃຫຍ່ຊ້າ, ແລະ ມີທ່າອ່ຽງໃນການປິດຕົວລົງຫຼາຍກວ່າ ຖ້າທຽບກັບທຸລະກິດທີ່ຜູ້ຊາຍເປັນເຈົ້າຂອງ. ນີ້ແມ່ນສາເຫດວ່າເປັນຫຍັງ ທີ່ໜຶ່ງໃນຈຸດປະສົງຫຼັກຂອງພວກເຮົາ ຈຶ່ງແມ່ນການສ້າງຄວາມເຕີບໃຫຍ່ໃຫ້ແກ່ທຸລະກິດທີ່ນຳໂດຍຜູ້ຍິງເຫຼົ່ານີ້ ໃຫ້ເຂົ້າເຖິງການສຶກສາແລະການຝຶກອົບຮົມທີ່ມີການດູແລເປັນຢ່າງດີ. ແລະເນື່ອງໃນໂອກາດວັນແມ່ຍິງສາກົນໃນຄັ້ງນີ້, ພວກເຮົາຢາກສະເຫຼີມສະຫຼອງຄວາມບຸກບືນດັ່ງກ່າວ ດ້ວຍການເຊີນຊວນຊຸມຊົນມາຈັບຈ່າຍຊ່ວຍທຸລະກິດຕ່າງໆ ທີ່ນຳໂດຍຜູ້ຍິງຕະຫຼອດເດືອນມີນານີ້.” ກ່າວໂດຍ ທ່ານ ເບັດ ແອັນ ລິ, ຜູ້ອຳນວຍການໂຄງການກ່ຽວກັບນະໂຍບາຍ ປະຈຳພາກພື້ນອາຊີ-ປາຊີຟິກ ແລະ ການປະຊາສຳພັນກັບລັດຖະບານ.

ເຖິງວ່າຈະມີຄວາມທ້າທາຍທີ່ບໍ່ສາມາດປຽບທຽບໄດ້ຢູ່ຢ່າງຫຼວງຫຼາຍໃນຊຸມຊົນແມ່ຍິງທົ່ວໂລກ. ແຕ່ ພວກເຮົາກໍຍັງເຫັນບັນດາແມ່ຍິງ ທີ່ພາກັນອອກມາປຸກລະດົມແລະສ້າງແຮງບັນດານໃຈຜ່ານແພລັດຟອມຂອງພວກເຮົາ ໃນໄລຍະ 2 ປີຜ່ານມາ ເພື່ອສ້າງຄວາມປ່ຽນແປງໄປໃນທາງທີ່ດີຂຶ້ນໃນຊຸມຊົນຂອງພວກເຂົາອີກດ້ວຍ.

  • ນັບຕັ້ງແຕ່ມີການລະບາດຂອງພະຍາດໃນປະເທດລາວ, ພວກເຮົາໄດ້ເຫັນທຸລະກິດຕ່າງໆ ທີ່ສາມາດລະບຸໄດ້ວ່າຜູ້ຍິງເປັນເຈົ້າຂອງ ເທິງ Instagram ເພີ່ມຂຶ້ນຫຼາຍກວ່າ 90%.
  • ໃນປະເທດລາວ, ທຸລະກິດຕ່າງໆທີ່ນຳໂດຍຜູ້ຍິງ ເກືອບ 50% ຖືກສ້າງຕັ້ງຂຶ້ນເທິງ Facebook ຕັ້ງແຕ່ເລີ່ມມີການລະບາດຂອງພະຍາດ.
  • ແລະໃນປະເທດລາວ, ກຸ່ມຕ່າງໆໃນ Facebook ຫຼາຍກວ່າ 30% ທີ່ກ່ຽວກັບຜູ້ປະກອບການ ຖືກສ້າງຂຶ້ນໂດຍຜູ້ຍິງ ນັບຈາກປີ 2021.

ແມ່ຍິງສົ່ງເສີມແມ່ຍິງ ໃນການຊ່ວຍຍົກລະດັບແມ່ຍິງນຳກັນ

Her Works ແມ່ນໜຶ່ງໃນແບຣນທ້ອງຖິ່ນພື້ນບ້ານທີ່ມີແມ່ຍິງເປັນເຈົ້າຂອງ, ລິເລີ່ມໂດຍ ທ່ານນາງ ດວງມະນີ ເຮືອງຄຳແສນ, ແລະເປັນຜູ້ກໍ່ຕັ້ງແບຣນເສື້ອຜ້າ – ເຄື່ອງນຸ່ງຫົ່ມແຟຊັນຍິງທີ່ໂດ່ງດັງໃນຕອນນີ້.

Her Works ຖືກກໍ່ຕັ້ງຂຶ້ນຕັ້ງແຕ່ປີ 2016, ເຊິ່ງເປັນແບຣນສິນຄ້າຮ່ວມສະໄໝ ເຈົ້າທຳອິດຂອງປະເທດລາວ ທີ່ໄດ້ຮັບແຮງບັນດານໃຈມາຈາກຄວາມງົດງາມຂອງວັດທະນະທຳຊົນເຜົ່າທີ່ຫຼາກຫຼາຍ. ດ້ວຍຄວາມຄິດລິເລີ່ມຂອງທ່ານນາງ ດວງມະນີ, ທີ່ຕ້ອງການເຜີຍແຜ່ຄວາມເປັນເອກະລັກໄປຄຽງຄູ່ກັບການສົ່ງເສີມຊຸມຊົນ ຂອງຊົນເຜົ່າໃນທ້ອງຖິ່ນຕ່າງໆ, ລວມເຖິງການພັດທະນາຄຸນະພາບຊີວິດຂອງແມ່ຍິງທີ່ອາໄສຢູ່ໃນພື້ນທີ່ທີ່ຫ່າງໄກ, ໂດຍສະເພາະແມ່ນບັນດາແມ່ຍິງໃນກຸ່ມຊົນເຜົ່າ ແລນແຕນ. ແລະໃນເວລາດຽວກັນ, ລາວຍັງໄດ້ເລີ່ມຕົ້ນ ເສັ້ນທາງອອນລາຍ ດ້ວຍການຫັນສູ່ການຄ້າຂາຍທາງ Facebook ເພື່ອເຂົ້າເຖິງກຸ່ມລູກຄ້າທີ່ເພີ່ມຂຶ້ນ.

“ຈາກຄວາມຄິດລິເລີ່ມໃນການຂາຍເຄື່ອງທີລະນຶກໃຫ້ກັບນັກທ່ອງທ່ຽວ ສູ່ແບຣນເສື້ອຜ້າທີ່ເປັນທີ່ຮູ້ຈັກກັນດີ ໃນການສ້າງໂອກາດໃຫ້ກັບບັນດາຜູ້ຍິງຊົນເຜົ່າໃນທ້ອງຖິ່ນ. ຂ້າພະເຈົ້າຢາກນຳສະເໜີທັກສະຕ່າງໆ ຂອງຜູ້ຍິງໃນກຸ່ມຊົນເຜົ່າເຫຼົ່ານີ້ ລວມໄປເຖິງຄວາມງົດງາມຂອງວັດທະນະທຳ, ໂດຍສະເພາະແມ່ນຊົນເຜົ່າ ແລນແຕນ. ເຮົາໄດ້ເຮັດວຽກຮ່ວມກັບພວກເຂົາຕັ້ງແຕ່ປີ 2018, ເນື່ອງຈາກຄວາມຫຼົງໃຫຼໃນເອກະລັກຂອງຜ້າຝ້າຍທີ່ທໍດ້ວຍມື ແລະ ທັກສະດ້ານຫັດຖະກຳຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ການລະບາດຂອງພະຍາດ ເຮັດໃຫ້ທຸລະກິດຂອງພວກເຮົາ ຕ້ອງຢຸດລົງ ເນື່ອງຈາກທຸລະກິດຂອງພວກເຮົາໄດ້ຮັບຜົນກະທົບໂດຍກົງຈາກຂໍ້ຈຳກັດດ້ານການເດີນທາງ ເຮັດໃຫ້ນັກທ່ອງທ່ຽວບໍ່ສາມາດເດີນທາງເຂົ້າປະເທດເຮົາໄດ້. ດ້ວຍເຫດນັ້ນ, ພວກເຮົາຈຶ່ງຕ້ອງປັບຕົວ ແລະ ຫັນສູ່ດິຈິຕອນ. ພວກເຮົາໄດ້ສຸມໃສ່ເພຈ Facebook ຫຼາຍຂຶ້ນ ແລະ ບໍລິຫານຈັດການການຂາຍອອນລາຍແທນ ເພື່ອກ້າວຂ້າມບັນຫາຕ່າງໆ ໃນໄລຍະທີ່ມີການລະບາດຂອງພະຍາດ.” ທ່ານນາງ ດວງມະນີ ກ່າວ.

ນອກຈາກນີ້, ທ່ານນາງ ດວງມະນີ ຍັງມີອີກພາລະບົດບາດໜຶ່ງ ນັ້ນກໍຄືການເປັນຜູ້ໃຫ້ຄຳປຶກສາ ແລະ ຜູ້ນຳຂອງບັນດາແມ່ຍິງໃນຊຸມຊົນ. ລາວເປັນຜູ້ກໍ່ຕັ້ງອົງການການກຸສົນທີ່ມີຊື່ວ່າ, “ມອບຮັກ ແດ່ ແລນແຕນ” ເຊິ່ງຖືກກໍ່ຕັ້ງຂຶ້ນໃນປີ 2018, ເພື່ອຊ່ວຍເຫຼືອກຸ່ມຊົນເຜົ່າ ແລນແຕນ. ພາລະກິດຂອງລາວແມ່ນການແບ່ງປັນ, ຂະຫຍາຍ ແລະ ໃຫ້ຄວາມຮູ້ ໃນການໝູນໃຊ້ວັດສະດຸທີ່ມີຢູ່ຢ່າງກຸ້ມຄ່າທີ່ສຸດ ເພື່ອສ້າງຜະລິດຕະພັນທີ່ມີຄຸນະພາບສູງ ແລະ ມີຄວາມເປັນເອກະລັກ ທີ່ສາມາດນຳສະເໜີຄວາມເປັນລາວໄດ້. ເພື່ອເຮັດໃຫ້ລາວສາມາດສະໜອງການຊ່ວຍເຫຼືອ ໄດ້ຢ່າງຍືນຍົງແກ່ຊຸມຊົນນັ້ນ, ລາວໄດ້ຈັດກິດຈະກຳຕ່າງໆຂຶ້ນໃນຫຼາກຫຼາຍຮູບແບບເພື່ອຊ່ວຍເຫຼືອ ເປັນຕົ້ນແມ່ນ ແຄັມເປນເພື່ອການກຸສົນ. ໃນປີ 2019, ທ່ານນາງ ດວງມະນີ ໄດ້ສ້າງ ເພຈ Facebook ແລະ Instagram ຂອງອົງການການກຸສົນ ມອບຮັກ ແດ່ ແລນແຕນ ຂຶ້ນເພື່ອນໍາສະເໜີເຖິງຕົ້ນປາຍສາເຫດ ແລະ ເປີດຮັບການຊ່ວຍເຫຼືອຈາກຊຸມຊົນ.

“ຜົນສຳເລັດທີ່ດີທີ່ສຸດທີ່ພວກເຮົາເຄີຍໄດ້ຮັບ ແມ່ນການເຮັດໃຫ້ຜູ້ຄົນໄດ້ຮັບຮູ້ກ່ຽວກັບຊົນເຜົ່າ ແລນແຕນ ຜ່ານຜືນຜ້າ ແລະ ທັກສະຂອງພວກເຂົາ. ມາຮອດມື້ນີ້, ພວກເຮົາສາມາດຂາຍເກີບໄດ້ຫຼາຍກວ່າ 1,000 ຄູ່, ເຊິ່ງສາມາດສ້າງລາຍຮັບ ໃຫ້ກັບຜູ້ຍິງໃນຊົນເຜົ່າໄດ້ ຢ່າງໜ້ອຍ 30 ຄົນແລ້ວ. ຍິ່ງໄປກວ່ານັ້ນ,​ພວກເຮົາຍັງໄດ້ນຳເງິນບາງສ່ວນມາສ້າງ ສູນພັດທະນາຫັດຖະກຳຊົນເຜົ່າ ທີ່ເມືອງປາກງື່ມ ໂດຍຄາດວ່າຈະສຳເລັດໃນປີ 2023 ນີ້. ແນວໃດກໍຕາມ, ຄວາມຝັນຂອງເຮົາຈະບໍ່ສາມາດບັນລຸໄດ້ ຖ້າປາສະຈາກ Facebook, ເຊິ່ງເປັນສື່ໂຊຊຽວ ທີ່ຄົນລາວເຮົາໃຊ້ຫຼາຍທີ່ສຸດ. ພວກເຮົາຮຽນຮູ້ທີ່ຈະໃຊ້ທຸກໆເຄື່ອງມືເທິງ Facebook ເປັນຕົ້ນແມ່ນ Publishing Tools ທີ່ຊ່ວຍໃນການຈັດການກັບ Feed ແລະ Stories. ນອກນັ້ນ, ເຮົາຍັງນໍາໃຊ້ ຟີເຈີ້ Insights ເພື່ອກວດສອບເບິ່ງສະຖິຕິ ແລະ ວິເຄາະຜົນຕອບຮັບເພື່ອນໍາໄປປັບປຸງ ແລະ ພັດທະນາຄອນເທັ້ນຂອງພວກເຮົາອີກດ້ວຍ.”

“ໃນຖານະຜູ້ຍິງຄົນໜຶ່ງ ທີ່ໄດ້ມີໂອກາດເຮັດວຽກຮ່ວມກັບຜູ້ຍິງນຳກັນໃນພື້ນທີ່ຕ່າງໆຢ່າງໃກ້ຊິດ, ຂ້າພະເຈົ້າເຂົ້າໃຈວ່າ ຄວາມອະຄະຕິ ແລະ ຄວາມບໍ່ເທົ່າທຽມນັ້ນ ຍັງມີໃຫ້ເຫັນຢູ່ໃນຫຼາຍໆພື້ນທີ່, ໂດຍສະເພາະ ແມ່ນສິດໃນການອອກສຽງ ແລະ ສະແດງຄວາມຄິດເຫັນ. ແນວໃດກໍຕາມ, ການພິສູດຕົນເອງ ເປັນສິ່ງດຽວທີ່ຈະສາມາດເຮັດໃຫ້ຜູ້ຄົນ ເລີ່ມຍອມຮັບໃນຕົວທ່ານໄດ້. ສະນັ້ນ ໃນແງ່ຂອງທຸລະກິດ, ທ່ານຕ້ອງສຶກສາຕະຫຼາດໃຫ້ດີເພື່ອໃຫ້ ເຂົ້າໃຈເຖິງຄວາມຕ້ອງການຂອງຜູ້ບໍລິໂພກ. ລວມເຖິງ ຕ້ອງເປັນຄົນທີ່ສາມາດປັບຕົວ ເພື່ອກຽມພ້ອມໃນການຈັດການກັບຄວາມທ້າທາຍຕ່າງໆຢູ່ຕະຫຼອດເວລາ. ແພລັດຟອມອອນລາຍ ແບບ Facebook ເຮັດໃຫ້ເຮົາສາມາດດຶງດູດລູກຄ້າໄດ້ຫຼາຍຂຶ້ນ ແລະ ເຊື່ອມຕໍ່ກັບພວກເຂົາໄດ້ຢູ່ຕະຫຼອດເວລາ ໂດຍທີ່ບໍ່ມີກຳແພງລະຫວ່າງພົມແດນຕ່າງໆ ແລະ ການລົງທຶນ. ສະນັ້ນ, ມັນຈຶ່ງເປັນສິ່ງທີ່ມີປະໂຫຍດຢ່າງຫຼວງຫຼາຍ ສຳລັບທຸລະກິດຂະໜາດນ້ອຍແລະກາງ ແບບພວກເຮົາ.” ທ່ານນາງ ດວງມະນີ ກ່າວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/